spot_img
Homeຂ່າວເຫດການເພີ່ມທະວີຄວາມສາມັກຄີ ປອງດອງຊາດໃນເງື່ອນໄຂໃໝ່

ເພີ່ມທະວີຄວາມສາມັກຄີ ປອງດອງຊາດໃນເງື່ອນໄຂໃໝ່

Published on

ສະຫາຍ ສຈ.ດຣ. ພັນດວງຈິດ ວົງສາ ກຳ ມະການສູນກາງພັກ ສະໄໝ ທີ IX ປະທານສູນກາງແນວ ລາວສ້າງຊາດ ໄດ້ປະກອບ ຄຳເຫັນຕໍ່ກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ X ຂອງພັກ ປປ ລາວ ໃນວັນ ທີ 19 ມັງກອນຜ່ານມາວ່າ: ເພີ່ມທະວີຄວາມສາມັກຄີ ປອງດອງຊາດ ພາຍໃຕ້ການນຳພາຂອງພັກ ແມ່ນມູນ ເຊື້ອອັນດີງາມ, ແມ່ນກຳລັງແຮງຊະນະເລີດ, ເປັນໜຶ່ງ ໃນປັດໄຈການຕັດສິນການຄົງຕົວ ແລະ ຂະຫຍາຍຕົວ ຂອງຊາດເຮົາ. ພັກເຮົາ ເວລາໃດກໍຖືເອົາການເພີ່ມ ທະວີຄວາມສາມັກຄີທົ່ວປວງຊົນ ເປັນໜ້າທີ່ຍຸດທະ ສາດຍາວນານ, ເປັນຄຳຂວັນ ແລະ ເປັນແນວຄິດຊີ້ ນຳ ຕະຫຼອດໄລຍະການປະຕິວັດຢູ່ປະເທດເຮົາ. ຕະ ຫຼອດໄລຍະສະໄໝທີ IX ຂອງພັກ ກໍຄືໃນລາຍງານ ການເມືອງກອງປະຊຸມໃຫຍ່ ຄັ້ງທີ X ກໍໄດ້ເນັ້ນໜັກ ແລະ ຖືເປັນບັນຫາສຳຄັນການເພີ່ມທະວີຄວາມສາ ມັກຄີປອງດອງເປັນປຶກແຜ່ນ.
ສະຫາຍປະທານສູນກາງແນວລາວສ້າງຊາດຢ້ຳ ວ່າ: ຄວາມສາມັກຄີປອງດອງ ແມ່ນມາຈາກຫຼາຍປັດ ໄຈ ແຕ່ໃນນັ້ນເຫັນວ່າ ປັດໄຈໜຶ່ງ: ແມ່ນຍ້ອນການ ພັດທະນາປະເທດຊາດເຮັດໃຫ້ປະຊາຊົນ ໄດ້ຮັບຜົນ ປະໂຫຍດອັນເໝາະສົມ ຈາກ ຜົນສຳເລັດຂອງການພັດທະ ນາດ້ານຕ່າງໆ ໂດຍສະເພາະ ດ້ານເສດຖະກິດ ເຮັດໃຫ້ປະ ຊາຊົນມີລາຍຮັບຕົວຈິງສູງຂຶ້ນ, ປະຊາຊົນໄດ້ຮັບຜົນປະໂຫຍດ ດ້ານການສຶກສາປິ່ນປົວສຸຂະ ພາບ ແລະ ມີວຽກເຮັດງານ ທຳ. ປັດໄຈທີສອງ: ຄວາມສະ ເໝີພາບທາງດ້ານການເມືອງ, ດ້ານກົດໝາຍ, ດ້ານເສດຖະ ກິດ, ວັດທະນະທຳ-ສັງຄົມ, ລັດຖະທຳມະນູນ ແລະ ກົດ ໝາຍ. ປັດໄຈທີສາມ: ການປະ ພຶດທີ່ຍຸຕິທຳ, ບໍ່ເອົາລັດເອົາ ປຽບກັນ, ການແກ້ໄຂຄະດີ, ຄວາມຂັດແຍ່ງ, ຕະຫຼອດເຖິງ ການຊຸກຍູ້ສົ່ງເສີມການຜະລິດ ສິນຄ້າ, ການຄ້າຂາຍທີ່ມີ ຄວາມເປັນທຳ, ທ່ຽງທຳ ທີ່ກະ ຕຸ້ນໃຫ້ມີຄວາມສາມັກຄີຮ່ວມ ມືກັນ. ປັດໄຈທີສີ່: ການເພີ່ມ ທະວີຄວາມສາມັກຄີເປັນເອ ກະພາບພາຍໃນພັກ ຊຶ່ງກາຍ ເປັນແບບຢ່າງ ແລະ ຮັບປະ ກັນຄວາມສາມັກຄີປອງດອງ ທົ່ວປວງຊົນ.
ໄລຍະຜ່ານມາ ພາຍໃຕ້ ການນຳພາຂອງພັກ, ແນວລາວ ສ້າງຊາດແຕ່ລະຂັ້ນ ໄດ້ເສີມ ຂະຫຍາຍມູນເຊື້ອໄລຍະກວ່າ  60 ປີຂອງຕົນເຂົ້າໃນການເພີ່ມ ທະວີສຶກສາອົບຮົມ, ເຕົ້າໂຮມ ຄວາມສາມັກຄີທຸກຊົນເຜົ່າ ທຸກຊັ້ນຄົນ, ສາສະໜາ, ເພດ- ໄວ ຕາມແນວທາງຂອງພັກ, ສົ່ງເສີມເຄົາລົບຄວາມສະເໝີ ພາບ, ຊ່ວຍເຫຼືອຊຶ່ງກັນ ແລະ ກັນ, ເຈືອຈານດ້ານວັດທະນະ ທຳ, ຮີດຄອງປະເພນີ ແລະ ເຂົ້າຮ່ວມແຂ່ງຂັນຮັກຊາດພັດ ທະນາ ເພື່ອເສີມຂະຫຍາຍມູນ ເຊື້ອດັ່ງກ່າວ. ໃນຕໍ່ໜ້າ ທົ່ວ ພັກ, ທົ່ວປວງຊົນເຮົາ ຕ້ອງເດັດ ດ່ຽວໜຽວແໜ້ນປົກປັກຮັກສາ ຄວາມສາມັກຄີຄືການຮັກສາ ແກ່ນຕາດຳຂອງຕົນ, ຢຶດໝັ້ນ ໃນຄວາມສາມັກຄີແມ່ນຊະນະ  ເລີດ, ສາມັກຄີແມ່ນອະລິຍະ ທຳ ແມ່ນມູນເຊື້ອທີ່ລ້ຳຄ່າຂອງ ພັກເຮົາ, ຢຶດໝັ້ນ ແລະ ປະຕິ ບັດຕາມມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກໃຫ້ປະກົດຜົນ ເປັນຈິງ.

ແຫ່ລງຂ່າວ

ປຊຊ

ບົດຄວາມຫຼ້າສຸດ

ເຫດການຄາຕະກຳ! ເຂີຍໂຫດບໍ່ພໍໃຈເມຍແຊຣໂພສລົງເຟສບຸກ ໃຊ້ອາວຸດປືນຍິງຄອບຄົວ ພ້ອມຈົບຊີວິດຕົນເອງ ລວມທົງໝົດ 5 ສົບ

ເຂີຍໂຫດບໍ່ພໍໃຈເມຍ ທີ່ແຊຣລົງເຟສບຸກ ຈຶ່ງກໍ່ເຫດຄາຕະກຳ ແລ້ວຈົບຊີວິດຕົນເອງຕາມ ປກສ ແຂວງຊຽງຂວາງ ລາຍງານວ່າ: ວັນທີ 15 ກໍລະກົດ 2025 ຜ່ານມານີ້, ເຈົ້າໜ້າທີ່ກອງບັນຊາການ ປ້ອງກັບຄວາມສະຫງົບ ແຂວງຊຽງຂວາງໄດ້ຮັບລາຍງານ...

ເດັກນ້ອຍອາຍຸ 11 ປີ ຊາວບຣາຊິນ ມີແຂ້ວ 81 ເຫຼັ້ມ

ແພດສຸດອຶ້ງ! ເດັກນ້ອຍຜູ້ຍິງອາຍຸ 11 ປີ ຊາວບຣາຊິນ ໄປຖອນແຂ້ວຢູ່ຄລີນິກ ແຕ່ຜົນສະແກນພົບວ່າມີແຂ້ວຫຼາຍເຖິງ 81 ເຫຼັ້ມ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກໍລະກົດ 2025 ຜ່ານມາ, ກ່ຽວກັບເລື່ອງລາວສຸດອຶ້ງເມື່ອມີເດັກນ້ອຍຜູ້ຍິງຊາວບຣາຊິນ...

ນາຍົກລັດຖະມົນຕີ ຕ້ອນຮັບທິມນັກກິລາ ສະໂມສອນບານເຕະ WIG Naga

ນາຍົກລັດຖະມົນຕີ ຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບຄູຝຶກ ແລະ ນັກກິລາ ຈາກສະໂມສອນ WIG Naga ທີ່ຄວ້າແຊັມບານເຕະ ລາຍການ IBER Cup 2025 ຮຸ່ນອາຍຸບໍ່ເກີນ...

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...