Homeຂ່າວເຫດການອົງການໄອຍະການຍົກສູງ ຄຸນນະພາບການຕິດຕາມ ກວດກາ ປະຕິບັດກົດໝາຍ

ອົງການໄອຍະການຍົກສູງ ຄຸນນະພາບການຕິດຕາມ ກວດກາ ປະຕິບັດກົດໝາຍ

Published on

ສະຫາຍ ຄຳສານ ສຸວົງ ກຳມະການ ສູນກາງພັກ ເລຂາຄະນະ ບໍລິຫານງານພັກ ປະທານ ອົງການໄອຍະການປະຊາ ຊົນສູງສຸດ ໄດ້ປະກອບ ຄຳເຫັນກ່ຽວກັບການຍົກ ສູງຄຸນນະພາບການຕິດ ຕາມກວດກາ ການປະຕິບັດກົດໝາຍ ແລະສັ່ງຟ້ອງ ຜູ້ຖືກຫາຂັ້ນສານ ຕາມກົດໝາຍຕໍ່ກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກປະຊາຊົນ ປະຕິວັດລາວ ເມື່ອວັນ ທີ 19 ມັງກອນຜ່ານມາ ຊຶ່ງໄດ້ກ່າວວ່າ: ອົງການໄອ ຍະການປະຊາຊົນ ໄດ້ເປັນເຈົ້າການໃນການຕິດຕາມ ກວດກາ ການປະຕິບັດກົດໝາຍໃນ 5 ຂົງເຂດຕົ້ນຕໍ ຄື: ຕິດຕາມກວດກາ ການເຄົາລົບ ແລະ ການປະ ຕິບັດກົດໝາຍ ຂອງສຳນັກງານອົງການລັດ, ອົງການ ຈັດຕັ້ງມະຫາຊົນ, ອົງການຈັດຕັ້ງສັງຄົມ, ວິສາຫະ ກິດ ແລະ ພົນລະເມືອງ, ຕິດຕາມກວດກາ ການປະ ຕິບັດກົດໝາຍຂອງ ອົງການສືບສວນ ສອບສວນ ແລະ ສັ່ງຟ້ອງຄະດີຂຶ້ນສານ ຄືການດຳເນີນຄະດີຢູ່ສານ, ການກວດກາການ ຈັດຕັ້ງ ປະຕິບັດຄຳຕັດສິນຂອງສານ ແລະ ຕິດຕາມ ກວດກາ ການປະຕິບັດກົດໝາຍຢູ່ຄ້າຍ ຄຸມຂັງດັດສ້າງ.
ຜ່ານການຈັດຕັ້ງປະຕິບັດ ໃນ 5 ປີຜ່ານມາ ອົງການໄອ ຍະການປະຊາຊົນ ໄດ້ຮັບສຳ ນວນຄະດີອາຍາ ແລະ ແພ່ງ ຂັ້ນຕົ້ນທັງໝົດ 30.067 ເລື່ອງ ໃນນັ້ນ ແກ້ໄຂແລ້ວ 29.746 ເລື່ອງ, ໄດ້ຄັດຄ້ານຄຳຕັດສິນ ແລະ ຄຳພິພາກສາຂອງສານ ທັງໝົດ 96 ເລື່ອງ. ໄປຄຽງຄູ່ ກັນນັ້ນ ອົງການໄອຍະການປະ ຊາຊົນຂັ້ນຕ່າງໆ ໄດ້ເອົາໃຈ ໃສ່ໃນການຈັດຕັ້ງປະຕິບັດຄຳ ຕັດສິນຂອງສານ ທີ່ໃຊ້ໄດ້ເດັດ ຂາດແລ້ວ ຊຶ່ງເຫັນໄດ້ວ່າໃນ ດ້ານພື້ນຖານການຈັດຕັ້ງປະ ຕິບັດຄຳຕັດສິນຂອງສານ ແມ່ນ ເປັນໄປຕາມຂັ້ນຕອນ, ລະ ບຽບການ, ມີຄວາມຖືກຕ້ອງ ສອດຄ່ອງ ແລະ ມີຄວາມສັກ ສິດ. ໃນໄລຍະ 5 ປີຜ່ານມາ ຄະດີທີ່ສານຂັ້ນຕົ້ນຕັດສິນ ແລ້ວ ແຕ່ຄູ່ຄວາມຂໍອຸທອນໄປ ຍັງສານອຸທອນ ເທົ່າກັບ 28,8% ຂອງຈຳນວນຄະດີຂັ້ນ ຕົ້ນທັງໝົດ, ສານຂັ້ນອຸທອນ ພິພາກສາແລ້ວ ແຕ່ຄູ່ຄວາມຂໍ ລົບລ້າງຂັ້ນສານ ເທົ່າກັບ 18,10% ຂອງຈຳນວນຄະດີອຸ ທອນທັງໝົດ, ສານຂັ້ນລົບລ້າງ ພິພາກສາແລ້ວ ແຕ່ຄູ່ຄວາມຂໍ ຮື້ຟື້ນມີ 814 ເລື່ອງ, ໃນນັ້ນຄູ່ ຄວາມບໍ່ພໍໃຈ ຍັງຮ້ອງຟ້ອງຂໍ ຄວາມເປັນທຳຈາກສະພາແຫ່ງ ຊາດມີ 357 ເລື່ອງ. ໃນນີ້ ອົງ ການໄອຍະການປະຊາຊົນ ໄດ້ ກວດກາຄືນຄຳພິພາກສາຂອງ  ສານປະຊາຊົນສູງສຸດທັງໝົດ 332 ເລື່ອງ ແລະ ຕົກລົງຮື້ຟື້ນ ຄະດີຄືນໃໝ່ຈຳນວນ 89 ເລື່ອງ. ການຕິດຕາມກວດກາ ປະຕິບັດກົດໝາຍຢູ່ຄ້າຍຄຸມ ຂັງດັດສ້າງ ໂດຍປະສານສົມ ທົບກັບແຕ່ລະຄ້າຍຄຸມຂັງດັດ ສ້າງ ເພື່ອແນະນຳແກ້ໄຂກໍລະ ນີຕ່າງໆ ທີ່ລະເມີດກົດໝາຍ ຢ່າງເປັນເຈົ້າການ ແລະ ແນະ ນຳການປະຕິບັດນະໂຍບາຍ ມະນຸດສະທຳຂອງພັກ-ລັດ ຖື ເອົາການລົງໂທດ ສົມທົບການ ສຶກສາອົບຮົມເອົາການສຶກສາ ອົບຮົມ ສົມທົບການປະຕິບັດ ນະໂຍບາຍອະໄພຍະໂທດສຳ ລັບຜູ້ມີຄວາມກ້າວໜ້າ ໃນ ການດັດສ້າງຕົນເອງ. ໃນ 5 ປີ ຜ່ານມາໄດ້ອະໄພຍະໂທດ, ປ່ອຍຕົວ, ຜ່ອນໂທດ ໃຫ້ແກ່ ນັກໂທດຜູ້ມີຄວາມກ້າວໜ້າ ໃນວັນຊາດທີ 2 ທັນວາຂອງ ແຕ່ລະປີ ໄດ້ທັງໝົດ 3.072 ຄົນ, ຍິງ 791 ຄົນ. ໃນນັ້ນ ອະ ໄພຍະໂທດປ່ອຍຕົວມີ 750 ຄົນ, ອະໄພຍະໂທດຜ່ອນໂທດ ມີ 3.222 ຄົນ.
ທັງໝົດນັ້ນ ແມ່ນສະແດງ ໃຫ້ເຫັນວ່າຄຸນນະພາບການ ກວດກາຕິດຕາມການປະຕິ ບັດກົດໝາຍ ແລະ ການສັ່ງ ຟ້ອງຄະດີຂອງອົງການໄອຍະ ການປະຊາຊົນຂັ້ນຕ່າງໆ ໄດ້ ຮັບການປັບປຸງຍົກລະດັບເປັນ ກ້າວໆ ແລະ ໂດຍພື້ນຖານ ແມ່ນຮັບປະກັນຄວາມຖືກ ຕ້ອງຍຸຕິທຳ.

ແຫ່ລງຂ່າວ

ປຊຊ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...