Home​ຂ່າວທ່ອງທ່ຽວຜົນປະຕິບັດມະຕິ IX ຊ່ວຍສ້າງລາຍຮັບທ່ອງທ່ຽວສູງເກືອບ 7 ຮ້ອຍລ້ານໂດລາ

ຜົນປະຕິບັດມະຕິ IX ຊ່ວຍສ້າງລາຍຮັບທ່ອງທ່ຽວສູງເກືອບ 7 ຮ້ອຍລ້ານໂດລາ

Published on

     ຜົນ​ຂອງ​ການ­ຈັດ­ຕັ້ງ​ປະ­ຕິ­ບັດມະ­ຕິ​ກອງ​ປະ­ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະເທດ​ຄັ້ງ​ທີ IX ຂອງ​ພັກ​ປະ­ຊາ­ຊົນ​ປະ­ຕິວັດ​ລາວ, ວຽກ​ງານ​ທະ​ແຫຼງ​ຂ່າວ, ວັດ­ທະ­ນະ­ທຳ ແລະ​ທ່ອງ​ທ່ຽວ​ມີ​ຫຼາຍອັນ​ພົ້ນ​ເດັ່ນໂດຍ​ສະ­ເພາະ​ແມ່ນ​ວຽກງານ​ການ­ທ່ອງ­ທ່ຽວ​ແຕ່​ລະ​ປີ​ມີ​ຈຳນວນ​ເພີ່ມ​ຂຶ້ນ, ໃນ​ນີ້​ປີ 2015 ມີ​ນັກທ່ອງ​ທ່ຽວ​ເຂົ້າ​ມາ​ຫຼາຍ​ກວ່າ 4 ລ້ານ ຄົນ, ສາ­ມາດ​ສ້າງ​ລາຍ​ຮັບ​ໄດ້ 670 ລ້ານ​ກວ່າ​ໂດ​ລາ​ສະ­ຫະ­ລັດ, ອັນ​ເປັນການ​ປະ­ກອບ­ສ່ວນ​ເຂົ້າ​ໃນ​ການ​ພັດທະ​ນາ​ເສດ­ຖະ­ກິດŒສັງ­ຄົມ ແລະ​ປະຊາ​ຊົນ​ບັນ­ດາ­ເຜົ່າ​ມີ​ຊີ­ວິດ​ການ​ເປັນ​ຢູ່​ທີ່​ດີ.

     ທ່ານ ສຈ. ດຣ. ບໍ່​ແສງ​ຄຳ ວົງ​ດາລາ ກຳ­ມະ­ການ​ສູນ​ກາງ​ພັກ, ລັດ​ຖະມົນ­ຕີ​ວ່າ­ການ​ກະ­ຊວງ​ຖະ­ແຫຼງ​ຂ່າວ, ວັດ­ທະ­ນະ­ທຳ ແລະ​ທ່ອງ​ທ່ຽວ​ໄດ້​ໃຫ້ສຳ­ພາດ​ຕໍ່​ສື່​ມວນ​ຊົນ​ເນື່ອງ​ໃນ​ໂອກາດ​ເຂົ້າ​ຮ່ວມ​ກອງ​ປະ­ຊຸມ​ໃຫຍ່​ຜູ້ ແທນ​ທົ່ວ​ປະ­ເທດ​ຄັ້ງ​ທີ X ຂອງ​ພັກ​ປະຊາ​ຊົນ​ປະ­ຕິ­ວັດ​ລາວ​ວ່າ: ຜົນ​ການຈັດ​ຕັ້ງ​ປະ­ຕິ­ບັດ​ມະ­ຕິ​ກອງ​ປະ­ຊຸມໃຫຍ່​ຜູ້​ແທນ​ທົ່ວ​ປະເທດ​ຄັ້ງ​ທີ IX ຂອງ​ພັກ​ປະ­ຊາ­ຊົນ​ປະ­ຕິ­ວັດ​ລາວວຽກ​ງານ​ຖະ­ແຫຼງ​ຂ່າວ, ວັດ­ທະ­ນະທຳ ແລະ​ທ່ອງ​ທ່ຽວ​ມີ​ໝາກ​ຜົນ­ສຳ­ເລັດ​ໂດຍ​ພື້ນ­ຖານ ໂດຍ​ສະ­ເພາະ​ໄດ້​ຈັດ​ຕັ້ງ​ປະ­ຕິ­ບັດ​ຕາມ​ມະ­ຕິ​ຂອງ​ກອງ​ປະ­ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ­ເທດ​ຄັ້ງ​ທີ IX ຂອງ​ພັກ ກໍ​ຄື​ມະ­ຕິ​ຂອງ​ກອງ ປະ­ຊຸມ​ໃຫຍ່​ຄັ້ງ​ທີ III ຂອງ​ອົງ­ຄະ​ນະພັກ​ກະ­ຊວງ​ຖະ­ແຫຼງ​ຂ່າວ, ວັດ​ທະນະທຳ   ແລະ​ທ່ອງ​ທ່ຽວ ຊຶ່ງ​ໄດ້​ພັດ​ທະນາ​ວຽກ​ງານ​ຖະ­ແຫຼງ​ຂ່າວ, ວັດ​ທະນະ​ທຳ ແລະ​ທ່ອງ​ທ່ຽວ​ໄປ​ຢ່າງ​ຕໍ່ເນື່ອງ​ມີ​ທັງ​ປະ­ລິມານ ແລະ​ຄຸນ​ນະພາບ​ເປັນ­ຕົ້ນ​ແມ່ນ​ວຽກ​ງານ​ສື່​ສິ່ງພິມ​ແມ່ນ​ໄດ້​ຮັບ​ການ​ພັດ­ທະ­ນາ​ເປັນ ກ້າວໆ​ປະ­ຈຸ​ບັນ​ມີ​ໜັງ­ສືພິມ ແລະ​ວາລະ​ສານ​ຫຼາຍ​ກວ່າ 120 ສະ­ບັບ, ໂທລະ­ພາບ 37 ສະ­ຖາ­ນີ, ວິ­ທະ­ຍຸ 53 ສະ­ຖາ­ນີ, ເຮັດ​ໃຫ້​ວຽກ​ງານ​ສື່​ມວນ​ຊົນ​ມີ​ຄວາມ​ສຳ­ຄັນ​ຫຼາຍ​ໃນການ​ໂຄ­ສະ­ນາ​ເຜີຍ­ແຜ່​ຂໍ້​ມູນ​ຂ່າວສານ ແລະ​ນຳ​ສະ­ເໜີ​ບັນ­ຫາ​ຕ່າງໆ ໃຫ້​ແກ່​ສັງຄົມ​ໄດ້​ຮັບ​ຮູ້​ເປັນ­ຕົ້ນ​ການພັດ­ທະ­ນາ​ເສດ­ຖະ­ກິດŒສັງ­ຄົມ, ການ​ຄ້າ, ການ​ລົງ­ທຶນ, ການ​ທ່ອງທ່ຽວ, ການ​ບໍ­ລິ­ການ, ລະ­ບຽບ​ກົດໝາຍ, ວັດ­ທະ­ນະ­ທຳ, ສາຍ​ພົວ­ພັນອັນ​ດີ­ງາມ, ການ​ໄປ­ມາ­ຫາ­ສູ່​ກັນ​ລະ­ຫວ່າງ​ປະ­ເທດ​ບ້ານ​ໃກ້​ເຮືອນ​ຄຽງ ແລະ​ສາ­ກົນ​ຢ່າງ​ບໍ່​ຢຸດ​ຢັ້ງ.

ພ້ອມ​ນີ້​ຍັງ​ໄດ້​ຊຸກ­ຍູ້​ຂະ​ບວນການ​ສ້າງ​ບ້ານ​ວັດ­ທະ­ນະ­ທຳ​ປະ­ຈຸບັນ​ພວກ​ເຮົາ​ສາ­ມາດ​ສ້າງ​ບ້ານວັດ­ທະ­ນະ­ທຳ​ໄດ້ 4 ພັນ​ກວ່າ​ບ້ານ, ກວມ​ເອົາ 60% ຂອງ​ຈຳ­ນວນບ້ານ​ໃນ​ທົ່ວ​ປະ­ເທດ, ຄອບ­ຄົວ​ວັດທະ­ນະ​ທຳ 7 ແສນ​ກວ່າ​ຄອບ­ຄົວ​ປະຕິ​ບັດ​ໄດ້​ລື່ນ​ຄາດ­ໝາຍ​ທີ່​ວາງ​ໄວ້ ນອກ­ຈາກ​ນີ້​ຍັງ​ໄດ້​ເອົາ­ໃຈ­ໃສ່​ສ້າງຂະ​ບວນ​ການ​ສິ­ລະ​ປະ​ວັດ­ທະ­ນະທຳ​ໃນ​ທົ່ວ​ປະເທດ, ປົກ​ປັກ​ຮັກ­ສາວັດ­ທະ­ນະ­ທຳ​ອັນ​ດີ­ງາມ​ຂອງ​ຊາດຮັກ­ສາ​ມໍ­ລະ­ດົກ​ຂອງ​ຊາດ, ຂະຫຍາຍ​ຕາ​ໜ່າງ​ຫໍ​ພິ​ພິ​ທະ​ພັນ, ວຽກງານ​ທ່ອງ​ທ່ຽວ​ໃນ​ປີ 2013 ຊຶ່ງ ສະ­ພາ​ການ​ຄ້າ​ເອີ​ຣົບ​ໄດ້​ຮັບ­ຮອງເອົາ​ປະ­ເທດ​ລາວ​ເປັນ​ປະ­ເທດ​ທີ່ ໜ້າ​ທ່ອງ​ທ່ຽວ​ທີ່​ສຸດ​ໃນ​ໂລກ, ຫຼວງພະ​ບາງ​ກໍ​ໄດ້​ຮັບ​ລາ­ງວັນ​ເປັນ​ນະຄອນ​ທີ່​ໜ້າ​ທ່ອງ​ທ່ຽວ​ທີ່​ສຸດ​ໃນ​ໂລກ 8 ປີ​ຊ້ອນ.

ໃນ​ແຕ່​ລະ​ປີ​ມີ​ຈຳ­ນວນ​ນັກ​ທ່ອງທ່ຽວ​ເພີ່ມ​ຂຶ້ນ​ເລື່ອຍໆ​ຫຼ້າ​ສຸດ​ໃນ​ປີ 2015 ມີ​ນັກ​ທ່ອງ​ທ່ຽວ​ເຂົ້າ​ມາ​ຫຼາຍກວ່າ 4 ລ້ານ​ກວ່າ​ຄົນ, ສາ­ມາດ​ສ້າງລາຍ​ຮັບ​ໄດ້ 670.000.000 ກວ່າ ໂດ​ລາ​ສະ­ຫະ­ລັດ​ອັນ​ເປັນ​ການ​ປະກອບ​ສ່ວນ​ສຳ­ຄັນ​ເຂົ້າ​ໃນ​ການ​ພັດທະ​ນາ​ເສດ­ຖະ­ກິດŒສັງ­ຄົມ​ໃຫ້​ມີຄວາມ​ສີ­ວິ­ໄລ​ຈະ­ເລີນ​ກ້າວ­ໜ້າ ແລະປະ­ຊາ­ຊົນ​ບັນ­ດາ­ເຜົ່າ​ມີ​ຊີ­ວິດ​ການເປັນ​ຢູ່​ນັບ​ມື້​ດີ​ຂຶ້ນ.

ທີ່ມາ:logo

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...