spot_img
Homeຂ່າວພາຍ​ໃນລາວ-ຫວຽດນາມລົງນາມການຄ້າ

ລາວ-ຫວຽດນາມລົງນາມການຄ້າ

Published on

lao

ກຸ່ມ ບໍຣິການ ສິນຄ້າ ຕະຫລາດ ຮ່ວມຫຸ້ນ BLUE STAR ຂອງ ຫວຽດນາມ ຈະລົງນາມ ກັບກຸ່ມ ບໍຣິສັດ ດາວເຮືອງ ຂອງລາວ ໃນການ ບໍຣິການ ກາເຟ ລາວ ໃນ ວຽດນາມ. ການ ລົງນາມ ດັ່ງກ່າວ ເປັນ ພາກສ່ວນ ຂອງ ໂຄງການ ຄວາມ ຮ່ວມມື ລະຫວ່າງ ນະຄອນ ໂຮຈີນມີນ ກັບ ແຂວງ ຈຳປາສັກ ຊື່ງໃນ ປັດຈຸບັນ ບໍຣິສັດ ດາວເຮືອງ ໄດ້ສົ່ງ ກະເຟອອກ ໄປຂາຍ ໃນຫລາຍ ປະເທດ ດັ່ງ ຍີ່ປຸ່ນ ສະວິສແລນ ອິຕາລີ ຈີນ ສິງກະໂປ.

ໃນທາງ ກົງກັນຂ້າມ ບໍຣິສັດ ດາວເຮືອງ ຂອງລາວ ກໍຈະນຳ ສິນຄ້າ ຈາກ ບໍຣິສັດ BLUE STAR ຂອງ ຫວຽດນາມ ເຂົ້າມາຂາຍ ໃນລາວ. ນາງເລືອງ ລິດດັງ ປະທານ ກຸ່ມ ດາວເຮືອງ ກ່າວວ່າ ບໍຣິສັດ ຂອງນາງ ມີ ແຜນການ ໃນການ ຮ່ວມ ທຸຣະກິດ ຄູ່ການຄ້າ ກັບ ບໍຣິສັດ ຫວຽດນາມ ເພື່ອ ຂະຍາຍ ການຄ້າ ແລະ ຜົນຜະລິດ ຂອງ ບໍຣິສັດ ລາວ ໃນ ຫວຽດນາມ. ຖ້າ ແຜນການ ດັ່ງກ່າວ ເປັນຜົນ ສຳເລັດ ນາງວ່າ ບໍຣິສັດ ຂອງນາງ ຈະເປັນ ບໍຣິີສັດ ທຳອິດ ທີ່ ລົງທຶນ ໃນ ຫວຽດນາມ.

ເລີ້ມແຕ່ ການ ຮ່ວມມື ລະຫວ່າງ ສອງແຂວງ ໃນປີ 2001 ເປັນຕົ້ນມາ ນະຄອນ ໂຮ່ຈີມີນ ໄດ້ລົງທຶນ ໃນແຂວງ ຈຳປາສັກ ເກືອບຮອດ 40 ໂຄງການ ສ່ວນໃຫຍ່ ຈະເປັນ ໂຄງການ ທາງດ້ານ ການ ກະເສດ ແລະ ການ ທ່ອງທ່ຽວ.

ທີ່ມາ http://www.rfa.org

ບົດຄວາມຫຼ້າສຸດ

ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ໄດ້ເປີດຂຶ້ນຢ່າງເປັນທາງການ

ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ພ້ອມພິຈາລະນາ ຮັບຮອງບັນຫາສໍາຄັນ ຂອງປະເທດຊາດ ໃນຕອນເຊົ້າວັນທີ 9 ມິຖຸນານີ້ ທີ່ຫໍສະພາແຫ່ງຊາດ, ກອງປະຊຸມສະໄໝສາມັນ ເທື່ອທີ...

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...