spot_img
Homeຂ່າວຕ່າງປະເທດພະລັງງານ​ໝຸນວຽນ​ສ້າງ​ສະຖິຕິ​ລົງທຶນ​ສູງ​ສຸດ​

ພະລັງງານ​ໝຸນວຽນ​ສ້າງ​ສະຖິຕິ​ລົງທຶນ​ສູງ​ສຸດ​

Published on

    ການ​ລົງທຶນ​ດ້ານ​ພະລັງງານ​ໝູນວຽນ​ເຊັ່ນ: ພະລັງງານ​ລົມ ​ແລະ ​ແສງ​ຕາ​ເວັນ ສາມາດ​ທຳລາຍ​ສະຖິຕິ​ສູງ​ສຸດ​ໄດ້​ໃນ​ປີ 2015 ທີ່​ຜ່ານ​ມາ ຢູ່​ທີ່ 3,239 ຮ້ອຍ​ຕື້ໂດ​ລາ​ສະຫະລັດ ທ່າມກາງ​ລາຄາ​ນ້ຳມັນ​ຫຼຸດ​ລົງ​ເຮັດ​ໃຫ້​ຜູ້​ປະກອບ​ການ​ທີ່​ກ່ຽວ​ຂ້ອງ​ກັບ​ທຸລະ​ກິດ​ພະລັງງານ​ຮູບ​ແບບ​ເກົ່າ​ຕ້ອງ​ປັບ​ຫຼຸດ​ຄ່າ​ໃຊ້​ຈ່າຍ.

ຜົນ​ການ​ວິ​ໄຈ​ໂດຍ​ໜັງສືພິມ​ບລູມ​ເບີກ ນິວ ​ເອ​ເນີ​ຈີ ​ໄຟ​ແນນ ພົບ​ວ່າ ການ​ລົງທຶນ​ໃນ​ພະລັງງານ​ໝູນວຽນ​ເຊັ່ນ: ​ແຮງ​ລົມ ​ແລະ ​ແສງຕາ​ເວັນ​ໃນ​ປີ 2015 ​ເພີ່ມ​ຂຶ້ນ 4% ຈາກ​ມູນ​ຄ່າ 3,159 ຮ້ອຍ​ຕື້​ໂດ​ລາ​ໃນ​ປີ 2014​ເປັນ 3,239 ຮ້ອຍ​ຕື້​ໂດ​ລາ ນັບ​ເປັນ​ມູນ​ຄ່າ​ທີ່​ເພີ່ມ​ຂຶ້ນ​ຈາກ​ລະດັບ​ການ​ລົງທຶນ​ໃນ​ປີ 2004 ​ເກືອບ​ 6 ​ເທົ່າ, ຂະນະ​ທີ່​ນ້ຳມັນ​ເຊັ່ນ: ​ເອັກ​ຊອນ ​ໂມ​ບິ​ລ ​ແລະ ຣໍຍັລ ດັດ​ເຊ​ລ ຕ້ອງ​ຫຼຸດ​ຈຳນວນ​ພະນັກງານ ​ແລະ ຫຼຸດ​ຄ່າ​ໃຊ້​ຈ່າຍ​ດ້ານ​ການ​ລົງທຶນ​ເປັນ​ການ​ປັບ​ຕົວ​ເພື່ອ​ຮັບ​ມື​ກັບ​ລາຄາ​ນ້ຳມັນ​ທີ່​ຫຼຸດ​ລົງ​ເຖິງ​ກວ່າ 60% ​ໃນ​ໄລຍະ 18 ​ເດືອນ​ທີ່​ຜ່ານ​ມາ ຊຶ່ງ​ທຸລະ​ກິດ​ພະລັງງານ​ທົດ​ແທນ​ກັບ​ມາ​ຄຶກຄື້ນ ຫຼັງ​ຈາກກົດໝາຍ​ສະໜັບສະໜູນ​ການ​ຫຼຸດປ່ອຍ​ອາຍ​ພິດ​ເຮືອນ​ແກ້ວ​ຈາກ​ເຊື້ອ​ເພີງ​ຟອສຊິ​ລອອກ​ສູ່​ອະວະກາດ. ຊຶ່ງ​ສປ ຈີນ​​ເປັນ​ຕະຫຼາດ​ທຸລະ​ກິດ​ພະລັງງານ​ໝູນວຽນ​ໃຫຍ່​ທີ່​ສຸດ​ໃນ​ໂລກ​ດ້ວຍ​ການ​ລົງທຶນ​ເພີ່ມ​ຂຶ້ນ 17% ​ເປັນ 1,105 ຮ້ອຍ​ຕື້​ໂດ​ລາ​ໃນ​ປີຜ່ານມາ​ຄິດ​ເປັນ​ມູນ​ຄ່າ​ເກືອບ 2 ​ເທົ່າ​ຂອງ​ການ​ລົງທຶນ 56 ຕື້​ໂດ​ລາ​ໃນ​ອາ​ເມ​ລິ​ກາ ຊຶ່ງ​ເປັນ​ຕະຫຼາດ​ໃຫຍ່​ອັນ​ດັບ 2 ຂອງ​ໂລກ ຂະນະ​ທີ່​ອິນ​ເດຍລົງທຶນ​ພະລັງງານ​ໝູນວຽນ​ເພີ່ມ​ຂຶ້ນ 23% ​ເປັນ 10,9 ຕື້​ໂດ​ລາ.

​      ໄຟຟ້າ​ຈາກ​ພະລັງງານ​ລົມ ​ແລະ ​ແສງຕາ​ເວັນ​ຄິດ​ເປັນ​ອັດຕາ​ສ່ວນ​ເຄິ່ງໜຶ່ງ​ຂອງ​ກຳລັງ​ການ​ຜະລິດ​ໄຟຟ້າ​ໃໝ່​ທີ່​ເພີ່ມ​ຂຶ້ນ​ໃນ​ປີ​ກ່ອນ ​ໂດຍ​ມີ​ກຳລັງ​ການ​ຜະລິດ​ໄຟຟ້າ​ພະລັງງາ​ນລົມ​ເພີ່ມ​ຂຶ້ນ 60 ກິ​ກະ​ວັດ ​ແລະ ພະລັງງານ​ຈາກ​ເຊ​ລ​ແສງ​ອາທິດ​ເພີ່ມ​ຂຶ້ນ 57 ກິ​ກະ​ວັດ​ເພີ່ມ​ຂຶ້ນ 30% ຈາກ​ປີ 2014 (ຕາມ​ຂ່າວ​ຕ່າງປະ​ເທດ).

ທີ່ມາ:logo

ບົດຄວາມຫຼ້າສຸດ

ຄົ້ນຄວ້າ-ປຶກສາຫາລື 8 ບັນດາຫົວຂໍ້ທີ່ສໍາຄັນ ໃນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025

ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 25 ສິງຫາ2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ,...

ປັບສູງສຸດ 2,000 ໂດລາ ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ

ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ ພ້ອມທັງຕັ້ງຄ່າປັບໄໝສູງສຸດ 2,000 ໂດລາ ຫຼື ປະມານ 45 ລ້ານກີບ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ສິງຫາ 2025 ຜ່ານມາ,...

ປະຫວັດ “ບຸນຫໍ່ເຂົ້າປະດັບດິນ” ປະເພນີລາວທີ່ສືບທອດມາແຕ່ບູຮານນະການ

ວັນບຸນຫໍ່ເຂົ້າປະດັບດິນ ບຸນປະເພນີທີ່ບູຮານໄດ້ພາກັນປະຕິບັດກັນມາ ເພື່ອເປັນການອຸທິດບຸນກຸສົນ ໃຫ້ກັບຍາດຕິພີ່ນ້ອງ ຜູ້ທີ່ລ່ວງລັບໄປແລ້ວ ລວມທັງສັມພະເວສີ ຜີທີ່ບໍ່ມີຍາດ. ຄວາມ​ໝາຍ​ຄວາມ​ສໍາຄັນ​ຂອງ​ບຸນ​ຫໍ່​ເຂົ້າປະດັບດິນ: ຫໍ່​ເຂົ້າປະດັບດິນ ໝາຍ​ເຖິງ ການ​ນໍາ​ເອົາ​ອາຫານ​ຫວານ​ຄາວ ຊີ້ນ​ແຫ້ງ​ປາ​ຕາຍ, ເຂົ້າຕົ້ມເຂົ້າໜົມ, ໝາກ​ໄມ້​ນານາ​ຊະນິດ ແລະ...

ເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ

ເປີດເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ ໃນລະຫວ່າງວັນທີ 15-19 ສິງຫາ 2025 ນີ້, ຄະນະຮັບຜິດຊອບການບັນຈຸຄູອາສາສະໝັກເຂົ້າເປັນກຳລັງປ້ອງກັນຊາດ ນຳໂດຍ ທ່ານ ນາງ ຄຳພັດ ໄຊຍະລິນຄຳ ຮອງຫົວໜ້າກົມສ້າງຄູ...