spot_img
Homeຂ່າວເຫດການການສັນຈອນໃນຕົວເມືອງມີຄວາມເປັນລະບຽບດີໃນໄລຍະດໍາເນີນກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ

ການສັນຈອນໃນຕົວເມືອງມີຄວາມເປັນລະບຽບດີໃນໄລຍະດໍາເນີນກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ

Published on

ໃນໄລຍະສາມສີ່ວັນມານີ້, ປາກົດວ່າສະພາບການສັນຈອນໃນຕົວເມືອງນະຄອນຫລວງວຽງຈັນແມ່ນມີຄວາມເປັນລະບຽບຮຽບຮ້ອຍດີ, ທັງນີ້ກໍຍ້ອນເຈົ້າໜ້າທີ່ຈາລະຈອນນະຄອນຫລວງວຽງຈັນກໍຄືຕົວເມືອງ​ໃຫຍ່​ຕ່າງໆໄດ້ເອົາໃຈໃສ່ປະຕິບັດໜ້າທີ່ລະບາຍການສັນຈອນ ເພື່ອອໍານວຍຄວາມສະດວກ​ແກ່ການສັນຈອນໄປມາຂອງມວນຊົນໃນໄລຍະດໍາເນີນກອງປະຊຸມໃຫຍ່ຄັ້ງທີ Xຂອງພັກ​ໄດ້​ເປັນ​ຢ່າງ​ດີ.

​ເຈົ້າ​ໜ້າ​ທີ່ພະແນກຈາລະຈອນນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ: ເພື່ອຮັບປະກັນໃຫ້ການສັນຈອນຂອງພາຫະນະໃນຕົວເມືອງມີຄວາມຄ່ອງຕົວເປັນລະບຽບຮຽບຮ້ອຍໃນໄລຍະດໍາເນີນກອງປະຊຸມໃຫຍ່ຄັ້ງທີ X ຂອງພັກນີ້, ເຈົ້າໜ້າທີ່ຈາລະຈອນນະຄອນຫລວງວຽງຈັນໄດ້ສົມທົບກັບເຈົ້າໜ້າທີ່ຈະລາຈອນ 5

ເມືອງໃນນະຄອນຫລວງຫລາຍຮ້ອຍນາຍ ເພື່ອຈັດກໍາລັງລົງປະຕິບັດໜ້າທີ່ຕາມຈຸດສາມແຍກ, ສີ່ແຍກ ແລະ ໃນເສັ້ນທາງທີ່ເຫັນວ່າມີການສັນຈອນໜາແໜ້ນ ເພື່ອລະບາຍການສັນຈອນໃຫ້ມີຄວາມເປັນລະບຽບຮຽບຮ້ອຍ ແລະ ປອດໄພດີ,​ ໂດຍ​ສະ​ເພາະໃນຊົ່ວໂມງຮີບດ່ວນກໍຄືໂມງເຂົ້າການ-ເລີກການການ​ສັນຈອນແມ່ນມີຄວາມສະດວກໂລ່ງລຽນ, ຂະນະ​ດຽວກັນບັນຫາການເກີດອຸປະຕິເຫດບົນ​ທ້ອງ​ຖະໜົນ​ໃນຕົວ​ເມືອງ​ໃນ​ໄລຍະ​ດັ່ງກ່າວກໍ​ມີໜ້ອຍທຽບ​ກັບ​ໄລຍະ​ກ່ອນ,​ ແຕ່​ເຖິງແນວໃດກໍດີເຈົ້າໜ້າທີ່ພວກເຮົາຍັງຈະສືບ​ຕໍ່ເພີ່ມທະວີການປະຕິບັດໜ້າທີ່ໃຫ້ດີກວ່າເກົ່າຕາມແຈ້ງການຕ່າງໆຂອງນະຄອນຫລວງວຽງຈັນກໍານົດອອກ ​ເປັນ​ຕົ້ນແມ່ນບໍ່ອະນຸຍາດໃຫ້ລົດບັນທຸກຂະໜາດໃຫຍ່ແລ່ນເຂົ້າໃນເສັ້ນທາງສາຍສໍາຄັນໃນຕົວເມືອງຄື: ຖະໜົນສຸພານຸວົງ, ເຈົ້າຟ້າງຸ່ມ, ສາມແສນໄທ, ເສດຖາທິລາດ, ລ້ານຊ້າງ, ທ່າເດື່ອແຕ່ສາມແຍກຈີ່ນາຍໂມ້ຫາໄຟແດງທາດຂາວ, ຖະໜົນໄກສອນ ພົມວິ ຫານແຕ່ປະຕູໄຊຫາໄຟແດງ 450 ປີ,ຖະໜົນອາຊຽນແຕ່ໄຟແດງບ້ານອາກາດຫາສີ່ແຍກໄຟແດງໂພນສະອາດ, ຖະໜົນກໍາແພງເມືອງເລີ່ມແຕ່ສີ່ແຍກໄຟແດງໂພນທັນຫາສີ່ແຍກໄຟແດງຮ່ອງແຊງ ແລະ ຖະໜົນດົງປາຍນາແຕ່ສີ່ແຍກໄຟແດງໂພນທັນຫາວົງວຽນດົງປາລານ,ພ້ອມດຽວກັນກໍຈະດໍາເນີນລະບຽບເຂັ້ມງວດຕໍ່ນັກຂັບຂີ່ລະເມີດກົດລະບຽບຈະລາຈອນເຊັ່ນ: ມຶນເມົາແລ້ວຂັບຂີ່, ຂັບຂີ່ລົດໄວ, ຈອດລົດຊະຊາຍ ແລະ ລ່ວງປ້າຍຫ້າມຕ່າງໆ ​ເພື່ອ​ຮັບປະກັນ​ໃຫ້ການ​ສັນຈອນໃນ​ຕົວ​ເມືອງມີ​ຄວາມ​ເປັນ​ລະບຽບ​ປອດ​ໄພ.

ແຫ່ລງຂ່າວ

ລພນ

ບົດຄວາມຫຼ້າສຸດ

ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ.

ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ. ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ...

ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2...

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...