spot_img
Homeຂ່າວຕ່າງປະເທດຈີນ ຈະລົງທຶນ 800 ຕື້ຢວນສ້າງທາງລົດໄຟ

ຈີນ ຈະລົງທຶນ 800 ຕື້ຢວນສ້າງທາງລົດໄຟ

Published on

     ເຈົ້າ​ໜ້າ​ທີ່​ລົດ­ໄຟ​ປະ­ກາດ​ວ່າ ສປ ຈີນ​ຈະ​ລົງ­ທຶນ​ມູນ​ຄ່າ 800 ຕື້​ຢວນ (1,23ຮ້ອຍ​ຕື້​ໂດ​ລາ​ສະ­ຫະ­ລັດ) ສຳ­ລັບ​ສ້າງ​ລົດ­ໄຟ​ໃນ​ປີ 2016 ໂດຍ​ສະ­ເພາະ​ຢູ່​ໃນ​ພາກ​ກາງ ແລະພາກ​ຕາ­ເວັນ­ຕົກ​ທີ່​ມີ​ການ​ພັດ­ທະ­ນາ​ໜ້ອຍ​ກວ່າ​ພາກອື່ນໆ.

     ໃນ​ປີ​ທີ່​ຜ່ານ​ມາ​ມີ​ຜູ້­ໂດຍ­ສານ​ທີ່​ເດີນ­ທາງ​ດ້ວຍ​ລົດ­ໄຟ​ຫລາຍ​ເຖິງ 2,5 ຕື້​ຄົນ ຊຶ່ງ​ເພີ່ມ​ຂຶ້ນ 10% ໃນ​ໄລ­ຍະ 3 ປີ​ທີ່​ຜ່ານ​ມາ, ຜູ້​ຈັດ­ການ​ທົ່ວ​ໄປ​ຂອງ​ບໍ­ລິ­ສັດ​ກໍ່­ສ້າງ​ທາງ​ລົດ­ໄຟ​ຈີນ​ກ່າວ​ວ່າ ການ​ຂົນ­ສົ່ງ​ທາງ​ລົດ­ໄຟ​ທີ່​ບໍ່​ນັບ​ລວມ​ການ​ຂົນ­ສົ່ງ​ສິນ­ຄ້າ​ປັບ​ຕົວ​ເພີ່ມ​ຂຶ້ນ 18,7% ໃນ​ປີ 2015 ທີ່​ຜ່ານ​ມາ ຂະ­ນະ​ທີ່​ການ​ຂົນ­ສົ່ງ​ສິນ­ຄ້າ​ທາງ​ລົດ­ໄຟ​ຂະ­ຫຍາຍຕົວ​ເພີ່ມ​ຂຶ້ນ 20,2% ທຽບ​ກັບ​ລາຍ​ປີ.

ຈີນ​ໄດ້​ລົງ­ທຶນ​ມູນ​ຄ່າ 8,23 ຮ້ອຍ​ຕື້​ຢວນ​ ສຳ­ລັບ​ໂຄງ­ການ​ລົດ­ໄຟ​ໃນ​ປີ 2015 ທີ່​ຜ່ານ​ມາ ຊຶ່ງ​ຫລາຍ​ກວ່າ​ເປົ້າ​ໝາຍ​ທີ່​ຕັ້ງ​ເປົ້າ​ໄວ້​ຢູ່​ທີ່ 800 ລ້ານ​ຢວນ ແລະ ໄດ້​ມີ​ການ​ສ້າງ​ເສັ້ນ­ທາງ​ໃໝ່​ໃນ​ໄລ­ຍະ​ທາງ 9.531 ກິ­ໂລ­ແມັດ ຊຶ່ງ​ມີ​ຄວາມ​ຄືບ​ໜ້າ​ຫລາຍ​ກວ່າ​ເປົ້າ​ໝາຍ​ປະ­ຈຳ​ປີ​ທີ່​ກຳ­ນົດ​ໄວ້​ຢູ່​ທີ່ 8 ພັນ​ກິ­ໂລ­ແມັດ (ຕາມ​ຂ່າວ​ຕ່າງ­ປະ­ເທດ).

ທີ່ມາ:logo

ບົດຄວາມຫຼ້າສຸດ

ເຫດການຄາຕະກຳ! ເຂີຍໂຫດບໍ່ພໍໃຈເມຍແຊຣໂພສລົງເຟສບຸກ ໃຊ້ອາວຸດປືນຍິງຄອບຄົວ ພ້ອມຈົບຊີວິດຕົນເອງ ລວມທົງໝົດ 5 ສົບ

ເຂີຍໂຫດບໍ່ພໍໃຈເມຍ ທີ່ແຊຣລົງເຟສບຸກ ຈຶ່ງກໍ່ເຫດຄາຕະກຳ ແລ້ວຈົບຊີວິດຕົນເອງຕາມ ປກສ ແຂວງຊຽງຂວາງ ລາຍງານວ່າ: ວັນທີ 15 ກໍລະກົດ 2025 ຜ່ານມານີ້, ເຈົ້າໜ້າທີ່ກອງບັນຊາການ ປ້ອງກັບຄວາມສະຫງົບ ແຂວງຊຽງຂວາງໄດ້ຮັບລາຍງານ...

ເດັກນ້ອຍອາຍຸ 11 ປີ ຊາວບຣາຊິນ ມີແຂ້ວ 81 ເຫຼັ້ມ

ແພດສຸດອຶ້ງ! ເດັກນ້ອຍຜູ້ຍິງອາຍຸ 11 ປີ ຊາວບຣາຊິນ ໄປຖອນແຂ້ວຢູ່ຄລີນິກ ແຕ່ຜົນສະແກນພົບວ່າມີແຂ້ວຫຼາຍເຖິງ 81 ເຫຼັ້ມ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກໍລະກົດ 2025 ຜ່ານມາ, ກ່ຽວກັບເລື່ອງລາວສຸດອຶ້ງເມື່ອມີເດັກນ້ອຍຜູ້ຍິງຊາວບຣາຊິນ...

ນາຍົກລັດຖະມົນຕີ ຕ້ອນຮັບທິມນັກກິລາ ສະໂມສອນບານເຕະ WIG Naga

ນາຍົກລັດຖະມົນຕີ ຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບຄູຝຶກ ແລະ ນັກກິລາ ຈາກສະໂມສອນ WIG Naga ທີ່ຄວ້າແຊັມບານເຕະ ລາຍການ IBER Cup 2025 ຮຸ່ນອາຍຸບໍ່ເກີນ...

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...