spot_img
Homeນານາສາລະວິທີບົ່ມກ້ວຍໃຫ້ສຸກງາມ ແລະຫວານດ້ວຍໃບຂີ້ເຫຼັກ

ວິທີບົ່ມກ້ວຍໃຫ້ສຸກງາມ ແລະຫວານດ້ວຍໃບຂີ້ເຫຼັກ

Published on

   ກ້ວຍ​ຈັດ​ເປັນ​ໝາກ​ໄມ້​ທີ່​ຫາ​ກິນ​ໄດ້​ງ່າຍ​ຕະ­ຫຼອດປີ​ທັງ​ມີ​ຄຸນ­ຄ່າ​ທາງ​ອາ­ຫານ ແລະ​ຄຸນ​ປະ­ໂຫຍດ​ຕໍ່​ຮ່າງກາຍ​ຫຼາຍ​ກິນ​ເສີມ​ກ້າມ­ຊີ້ນແລະ​ຟື້ນ​ກຳ­ລັງ​ຄົນ​ເຈັບ​ໄດ້ດີແລະ​ຖ້າ​ທ່ານ​ມີ​ກ້ວຍນ້ຳ​ຫຼັງ​ສວນ​ທີ່​ປູກ​ໄວ້​ເລີ່ມ​ແກ່ ແຕ່​ຍັງ​ສຸກ​ບໍ່​ທັນ​ໃຫ້​ໃຊ້​ວິ­ທີ​ໃນ​ການ​ເລັ່ງ​ການ​ສຸກ​ຂອງກ້ວຍ ເພາະ​ນອກ­ຈາກ​ຈະ​ເຮັດ​ໃຫ້​ສຸກ​ໄວ​ຂຶ້ນ​ແລ້ວ​ຍັງ ເຮັດ​ໃຫ້​ສີ­ສັນ​ສວຍ​ງາມ​ໜ້າ​ຮັບ​ປະ­ທານ ແລະ​ຫວານ ຍິ່ງ​ຂຶ້ນ​ອີກ​ດ້ວຍ​ວິ­ທີ​ການ​ປະ­ຕິ­ບັດ​ດັ່ງນີ້:

   ອຸ­ປະ­ກອນ ແລະ​ ວິ­ທີ​ບົ່ມ: ເປົາ​ປ່ານ 1 ໜ່ວຍ,ໃບ​ຂີ້­ເຫຼັກ​ບ້ານ 2-3 ກຳ­ມື, ເຈ້ຍ​ໜັງ­ສື­ພິມ ຫຼັງ​ຈາກ​ນັ້ນນຳ​ເຈ້ຍ​ໜັງ​ສຶ​ພິມ​ມາ​ຫໍ່​ກ້ວຍ​ໄວ້ ເພື່ອ​ໃຫ້​ໄດ້​ກ້ວຍ​ທີ່​ສວຍ​ງາມ, ຈາກ​ນັ້ນ ນຳ​ກ້ວຍ​ໃສ່​ລົງ​ໄປ​ໃນ​ເປົາ​ແລ້ວ​ປິດ​ໄວ້​ດ້ວຍ ໃບ​ຂີ້­ເຫຼັກ​ໜາໆ​ນຳ­ໄປ​ປະ​ໄວ້​ໃນ​ບ່ອນ​ຮົ່ມ​ອຸນ­ຫະ­ພູມ​ຫ້ອງ​ປະ­ມານ 3-5 ມື້ ກ້ວຍ​ຂອງ​ທ່ານ​ຈະ​ສຸກ​ມີ​ສີ­ເຫຼືອງ​ສວຍ ສະ​ໝ່ຳ​ສະ­ເໝີ ແລະ​ຫວານ​ຂຶ້ນ​ອີກ​ດ້ວຍ.

ທີ່ມາ:logo

ບົດຄວາມຫຼ້າສຸດ

ຄົ້ນຄວ້າ-ປຶກສາຫາລື 8 ບັນດາຫົວຂໍ້ທີ່ສໍາຄັນ ໃນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025

ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 25 ສິງຫາ2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ,...

ປັບສູງສຸດ 2,000 ໂດລາ ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ

ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ ພ້ອມທັງຕັ້ງຄ່າປັບໄໝສູງສຸດ 2,000 ໂດລາ ຫຼື ປະມານ 45 ລ້ານກີບ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ສິງຫາ 2025 ຜ່ານມາ,...

ປະຫວັດ “ບຸນຫໍ່ເຂົ້າປະດັບດິນ” ປະເພນີລາວທີ່ສືບທອດມາແຕ່ບູຮານນະການ

ວັນບຸນຫໍ່ເຂົ້າປະດັບດິນ ບຸນປະເພນີທີ່ບູຮານໄດ້ພາກັນປະຕິບັດກັນມາ ເພື່ອເປັນການອຸທິດບຸນກຸສົນ ໃຫ້ກັບຍາດຕິພີ່ນ້ອງ ຜູ້ທີ່ລ່ວງລັບໄປແລ້ວ ລວມທັງສັມພະເວສີ ຜີທີ່ບໍ່ມີຍາດ. ຄວາມ​ໝາຍ​ຄວາມ​ສໍາຄັນ​ຂອງ​ບຸນ​ຫໍ່​ເຂົ້າປະດັບດິນ: ຫໍ່​ເຂົ້າປະດັບດິນ ໝາຍ​ເຖິງ ການ​ນໍາ​ເອົາ​ອາຫານ​ຫວານ​ຄາວ ຊີ້ນ​ແຫ້ງ​ປາ​ຕາຍ, ເຂົ້າຕົ້ມເຂົ້າໜົມ, ໝາກ​ໄມ້​ນານາ​ຊະນິດ ແລະ...

ເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ

ເປີດເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ ໃນລະຫວ່າງວັນທີ 15-19 ສິງຫາ 2025 ນີ້, ຄະນະຮັບຜິດຊອບການບັນຈຸຄູອາສາສະໝັກເຂົ້າເປັນກຳລັງປ້ອງກັນຊາດ ນຳໂດຍ ທ່ານ ນາງ ຄຳພັດ ໄຊຍະລິນຄຳ ຮອງຫົວໜ້າກົມສ້າງຄູ...