spot_img
Homeຂ່າວຕ່າງປະເທດລາຄາ​ນໍ້າມັນ​ໂລກຫຼຸດໜັກ ຫຼັງຍົກ​ເ​ລິກລົງ​ໂທດ ​ອິຣ່ານ-ກະທົບ​ຊາ​ອຸ

ລາຄາ​ນໍ້າມັນ​ໂລກຫຼຸດໜັກ ຫຼັງຍົກ​ເ​ລິກລົງ​ໂທດ ​ອິຣ່ານ-ກະທົບ​ຊາ​ອຸ

Published on

     ລາຄາ​ນໍ້າມັນ​ດິບ​ເບຣນ​ໃນ​ຕະຫຼາດອາຊີ​ມື້​ນີ້ ສັນຍານ​ສົ່ງ​ມອບ​ເດືອນ​ມີນາ​ປັບຫຼຸດລົງ​ຕໍ່າ​ສຸ​ດ​ໃນ​ຮອບຫຼາຍປີຜ່ານມາ​ທີ່​ບາ​ເຣລລະ 27,67 ​ໂດ​ລາ​ສະຫະລັດ ຫຼື 4,4 % ຈາກ​ທີ່​ປິດ​ຕະຫຼາດ​ເມື່ອ​ທ້າຍ​ອາທິດ​ຜ່ານ​ມາ ຫຼັງຈາກ​ທີ່​ເບຣນ​ເຄີຍ​ປິດ​ຕະຫຼາດ​ໃນ​ລະດັບ​ຕໍ່າ​ກວ່າ 28 ​ໂດ​ລາ​ສະຫະລັດ​ ຄັ້ງຫຼັງສຸດ​ເມື່ອ​ເດືອນ​ພະຈິກ 2013.

    ການ​ທີ່​ອາ​ເມ​ລິ​ກາ ​ແລະ ສະຫະພາບ​ເອີຣົບຍົກ​ເລິກ​ລົງ​ໂທດ​ອິຣ່ານ​ແລ້ວ ​ເມື່ອ​ທ້າຍ​ອາທິດ​ຜ່ານ​ມາ​ຕາມ​ສັນຍາ​ໃນ​ຂໍ້​ຕົກລົງ​ນິວ​ເຄຍ​ເມື່ອ​ປີກ່ອນ ຈະ​ເຮັດ​ໃຫ້​ນໍ້າມັນ​ຈາກ​ອິຣ່ານກັບ​ເຂົ້າ​ສູ່​ຕະຫຼາດ​ໂລກ​ອີກ​ຄັ້ງ ສົ່ງ​ຜົນ​ໃຫ້​ລາຄາ​ນໍ້າມັນ​ຂອງ​ວັນ​ທີ 18 ມັງກອນ​ເດືອນ​ນີ້ລຸດລົງຫຼາຍທີ່​ສຸດ​ໃນ​ຮອບຫຼາຍສິບ​ປີ ​ແລະ ສົ່ງ​ຜົນ​ຕໍ່​ລາຄາ​ນໍ້າມັນ​ໃນ​ອາຊີ​ຂອງ​ເຊົ້າ​ມື້​ດຽວກັນ​ທັນທີ​ ຂະນະ​ທີ່​ຄວາມ​ກັງວົນ​ຕົກ​ຢູ່​ກັບ​ຊາ​ອຸ​ດິອາຣັບບີ​ຢ່າງ​ເຫັນ​ໄດ້​ຈະ​ແຈ້ງຈາກ​ການ​ທີ່​ດັດຊະນີ​ຕະຫຼາດຫຼັກຊັບ​ຊາ​ອຸ​ດິອາຣັບບີຫຼຸດລົງ​ກວ່າ 5 % ​ເມື່ອ​ທ້າຍ​ອາທິດຜ່ານ​ມາ.

ຊາ​ອຸ​ດິອາຣັບບີ ​ເປັນ​ຜູ້​ຜະລິດ​ນໍ້າມັນ​ລາຍ​ໃຫຍ່​ທີ່​ສຸດ​ໃນ​ອົງການ​ກຸ່ມ​ປະ​ເທດ​ຜູ້​ສົ່ງ​ອອກ​ນໍ້າມັນ (​ໂອ​ເປັກ) ລວມທັງ​ແຂ່ງຂັນ​ກັບ​ອິຣ່ານ​ໃນ​ການ​ເປັນ​ຜູ້ນຳ​ໂລກ​ ແລະ ​ແກນ​ນຳ​ໂອ​ເປັກ​ຊຶ່ງ​ອິຣ່ານກໍ​ເປັນ​ສະມາຊິກ​ໃນ​ນັ້ນ​ເຊັ່ນ​ກັນ (ຕາມ​ຂ່າວ​ຕ່າງປະ​ເທດ).

ທີ່ມາ:

logo

ບົດຄວາມຫຼ້າສຸດ

ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ

ປັບລາຄາຂຶ້ນຄັ້ງທຳອິດ! ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ. ແຫຼ່ງຂ່າວຈາກ ແຂວງວຽງຈັນ ໃຫ້ຮູ້ວ່າ: ປັດຈຸບັນ ໄດ້ເກີດມີຫາງສຽງຈົ່ມວ່າ ຈາກພໍ່ແມ່ປະຊາຊົນ ກໍຄືສື່ສັງຄົມອອນລາຍ ກ່ຽວກັບການປັບຂຶ້ນລາຄາຄ່ານ້ຳປະປາ ຢູ່ພາຍໃນແຂວງວຽງຈັນ, ຕໍ່ກັບບັນຫາດັ່ງກ່າວ,...

ຣັດເຊຍເກີດແຜ່ນດິນໄຫວຮຸນແຮງລະດັບ 8.7 ຣິກເຕີ ທາງດ້ານຍີ່ປຸ່ນກຽມຮັບມືກັບຄຶ້ນໃຫຍ່ສຶນາມິ

ທາງການຣັດເຊຍເປີດເຜີຍ: ຄຶ້ນສຶນາມິສູງ 3-4 ແມັດ ພັດເຂົ້າສູ່ແຄມຝັ່ງທາງຕາເວັນອອກ ຫຼັງເກີດແຜ່ນດິໄຫວລະດັບ 8.7 ຣິກເຕີ ເບື້ອງຕົ້ນບໍ່ມີລາຍງານຜູ້ເສຍຊີວິດ ແລະ ບາດເຈັບ. ອີງຕາມສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 30 ກໍລະກົດ 2025,...

ເສຍຫາຍຫຼາຍສົມຄວນ! ປະເມີນຜົນກະທົບຈາກໄພພິບັດ ແລະ ແນວທາງການຊ່ວຍເຫຼືອຟື້ນຟູ

ລາວໄດ້ຮັບຜົນກະທົບທັງໝົດ 34 ເມືອງ ແລະ ເສຍຊີວິດ 4 ຄົນ ຈາກຜົນກະທົບຈາກພາຍຸວິພາ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ຈັດກອງປະຊຸມເພື່ອປຶກສາຫາລືກ່ຽວກັບການປະເມີນຜົນກະທົບ, ຜົນເສຍຫາຍ ແລະ ແນວທາງຟື້ນຟູສຸກເສີນ ບັນດາແຂວງທີ່ໄດ້ຮັບຜົນກະທົບຈາກພາຍຸວິພາ ໃນວັນທີ...

ທ່ານຮູ້ຫຼືບໍ່? ສິນຄ້າສົ່ງອອກ ທີ່ໄດ້ຮັບການຍົກເວັ້ນ ອມພ (VAT) ມີຫຍັງແດ່?

ທ່ານຮູ້ຫຼືບໍ່? ສິນຄ້າສົ່ງອອກ ທີ່ໄດ້ຮັບການຍົກເວັ້ນ ອມພ (VAT) ມີຫຍັງແດ່? ອມພ ອາກອນມູນຄ່າເພີ່ມ ຫຼື VAT : ແມ່ນອາກອນມູນຄ່າເພີ່ມທີ່ເກັບຕາມມູນຄ່າສິນຄ້າ ຫຼື ການບໍລິການໃນປະເທດ ແລະ...