spot_img
Home​ຂ່າວບັນເທິງປໍ ທິດສະດີ ສະຫະວົງ ພະເອກດັງຂອງໄທເສຍແລ້ວ

ປໍ ທິດສະດີ ສະຫະວົງ ພະເອກດັງຂອງໄທເສຍແລ້ວ

Published on

ຈາກອາການເປັນໄຂ້ເລືອດອອກຂັ້ນຮຸນແຮງ ຂອງ ປໍ ທິດສະດີ ສະຫະວົງ ດາລາພະເອກດັງ ປະຈຳຊ່ອງ 3 ຂອງໄທ ເຊິ່ງມີເກັດເລືອດຕ່ຳ ລວມທັງມີອາການໝາກໄຂ່ຫຼັງຕາຍ ປິ່ນປົວຢູ່ຫ້ອງມໍລະສຸມ ໂຮງໝໍລາມາທິບໍດີ ຕັ້ງແຕ່ວັນທີ 9 ພະຈິກ 2015 ໂດຍອາການໜັກຢ່າງໜ້າເປັນຫ່ວງ ແຕ່ມື້ທຳອິດທີ່ເຂົ້າຮັບການປິ່ນປົວ ຫົວໃຈຢຸດເຕັ້ນໄປຫຼາຍເທື່ອ ແພດຕ້ອງປ້ຳຫົວໃຈ ແລະເບິ່ງແຍງຢ່າງໃກ້ຊິດບໍ່ຂາດໄລຍະ.

ຫຼ້າສຸດມື້ນີ້ ວັນທີ 18 ມັງກອນ 2016 ທາງໂຮງໝໍໄດ້ອອກມາແຈ້ງຢ່າງເປັນທາງການວ່າ ປໍ ທິດສະດີ ໄດ້ເສຍຊີວິດລົງຢ່າງສະຫງົບແລ້ວ ໃນເວລາ 11:50 ນາທີ ຂອງມື້ດຽວກັນນີ້ ພາຍຫຼັງທີມແພດປິ່ນປົວອາການໄຂ້ຢ່າງສຸດຄວາມສາມາດ ທ່າມກາງຄວາມເສຍໃຈຂອງຄົນໃນຄອບຄົວ ແລະຄົນໃນແວດວົງບັນເທິງຂອງໄທ ລວມທັງບັນດາແຟນຄັບຕ່າງໆ ທັງພາຍໃນແລະຕ່າງປະເທດ, ລວມອາຍຸໄດ້ 38 ປີ.

ປໍ ທິດສະດີ ສະຫະວົງ ເກີດເມື່ອວັນທີ 23 ມັງກອນ 1978 ທີ່ຈັງຫວັດບຸລີລຳ ຈົບມັດທະຍົມຈາກໂຮງຮຽນບຸລີລຳພິທະຍາຄົມ, ຈົບການສຶກສາລະດັບປະລິນຍາຕີ ຈາກມະຫາວິທະຍາໄລລາຊະພັດຈັນກະເສມ ຄະນະວິທະຍາການຈັດການ ສາຂາບໍລິການຊັບພະຍາກອນມະນຸດ ພໍຈົບການສຶກສາແລ້ວ ໄດ້ໄປເຮັດວຽກທີ່ທະນາຄານໄທພານິດ ແລະຕັດສິນໃຈລາອອກເພື່ອຮັບວຽກການສະແດງຢ່າງເຕັມໂຕ ກ້າວເຂົ້າສູ່ວົງການບັນເທິງດ້ວຍການເປັນນາຍແບບ ຈາກນັ້ນກໍມີວຽກເຂົ້າມາເລື້ອຍໆ ທັງຖ່າຍແບບ ຖ່າຍໂຄສະນາ ທີ່ຫຼາຍໆຄົນ ຈື່ໄດ້ດີ ໄດ້ແກ່ ເບຍລີໂອ, ນ້ຳດື່ມຢູນິຟໄອເຟີມ, ບັດເຄຣດິດ ແລະອື່ນໆ

ຕໍ່ມາໄດ້ຮັບລາງວັນສຸດຍອດໜຸ່ມຄລີໂອ ປີ 2004 ທາງບາງກອກດຣາມ່າເຫັນແວຈຶ່ງເອີ້ນເຂົ້າໄປທົດລອງການສະແດງ ຫຼັງຈາກນັ້ນໄດ້ເຂົ້າຮຽນການສະແດງກັບຊ່ອງ 3 ໄດ້ຫຼິ້ນລະຄອນເລື່ອງ ລິຂະສິດຫົວໃຈ ເປັນເລື່ອງທຳອິດ.

ປໍ ທິດສະດີ ເປັນນັກສະແດງທີ່ໂດດເດັ່ນ ໄດ້ຮັບລາງວັນຫຼາຍລາງວັນ ນອກຈາກໄດ້ໃຫ້ຄວາມບັນເທີງແກ່ສັງຄົມແລ້ວ ໂຕເຂົາເອງໄດ້ບໍລິຈາກອະໄວຍະວະຕົນເອງໃຫ້ກັບ ສະພາກາຊາດໄທໄວ້ແລ້ວ ເມື່ອຫຼາຍປີກ່ອນ ໂດຍບອກວ່າຮ່າງກາຍເມື່ອສິ້ນລົມແລ້ວຈະບໍ່ມີປະໂຫຍດ ຖ້າບໍ່ໄດ້ມອບໃຫ້ຄົນອື່ນໄດ້ໃຊ້ປະໂຫຍດຕໍ່ໄປ.

ປໍ ທິດສະດີ

ບົດຄວາມຫຼ້າສຸດ

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...

ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3

ອົງຄະນະພັກ ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3 ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ...

ແຈ້ງເຕືອນຈາກກົມໃຫຍ່ຕຳຫຼວດ ໃຫ້ລະວັງ 10 ລັກສະນະການກໍ່ເຫດທີ່ເປັນການສໍ້ໂກງຊັບ ຖ້າພົບເຫັນເຫດລັກສະນະນີ້ ສາມາດແຈ້ງດຳເນີນຄະດີໄດ້

- ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລົງວັນທີ 05 ມັງກອນ 2022 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມໃຫຍ່ຕໍາຫຼວດ. ເພື່ອປ້ອງກັນ ບໍ່ໃຫ້ທຸກຄົນໃນສັງຄົມ ຕົກເປັນເຫຍື່ອຂອງກຸ່ມແກ້ງສໍ້ໂກງຊັບທາງໂທລະຄົມ ແລະ...