spot_img
Homeຂ່າວການພັດທະນານ.ວ ຫັນການກວດເຕັກນິກລົດ ຈາກໃຊ້ຄົນກວດດ້ວຍຕາເປົ່າ ມາໃຊ້ຄອມພິວເຕີ້ກວດແທນ!

ນ.ວ ຫັນການກວດເຕັກນິກລົດ ຈາກໃຊ້ຄົນກວດດ້ວຍຕາເປົ່າ ມາໃຊ້ຄອມພິວເຕີ້ກວດແທນ!

Published on

ການ​ກວດກາ​ເຕັກນິກ​ລົດ ເປັນ​ບັນຫາ​ສຳຄັນ​ສຳລັບ​ນັກ​ຂັບຂີ່​ທັງຫຼາຍ ເພື່ອ​ຄວາມ​ປອດ​ໄພໃນ​ເວລາ​ໃຊ້​ລົດ​ໃຊ້​ຖະໜົນ ໂດຍສະເພາະ​ການ​ເດີນທາງ​ໄກ​ຍິ່ງ​ສຳຄັນ ເພື່ອ​ຮັບປະກັນ​ບໍ່​ໃຫ້​ລົດ​ມີບັນຫາ ເປັນຕົ້ນ ລົດ​ເປ່​ເພລະຫວ່າງ​ການ​ເດີນທາງ ການ​ເກີດ​ອຸບັດ​ຕິ​ເຫດ ແລະ ອື່ນໆ ດັ່ງນັ້ນ ການ​ກວດກາ​ເຕັກນິກ​ລົດ​ເປັນ​ປະຈຳ.

ທ່ານ ນວນ​ໄຊ ພະ​ໄຊ​ສົມບັດ ຫົວໜ້າ​ກອງ​ຄຸ້ມ​ຄອງ​ພາຫະນະ ແລະ ການ​ຂັບ​ຂີ່ ນະຄອນຫຼວງ ໄດ້​ກ່າວ​ວ່າ: ເມື່ອ​ກ່ອນ​ການ​ບໍ​ລິການ​ກວດ​ເຕັກນິກ​ລົດ​ໃຫຍ່ ແມ່ນຈະ​ໃຊ້​ຄົນ​ເບິ່ງ​ດ້ວຍ​ຕາ​ເປົ່າ ແຕ່ພາຍຫຼັງ​ທີ່​ພວກ​ເຮົາ​ໄດ້​ກັບ​ຄືນ​ມາຮັບຜິດຊອບ​ວຽກ​ງານ​ນີ້​ອີກ ທາງ​ກອງ​ຄຸ້ມ​ຄອງ​ກໍ່​ໄດ້​ປັບປຸງຈຸດ​ບໍລິການ​ກວດ​ເຕັກນິກ ນັບແຕ່​ເດືອນ​ພະຈິກ 2015 ດ້ວຍການ​ໃຊ້​ລະບົບ​ເຄື່ອງມື​ທີ່​ທັນ​ສະໄໝ ຄອມ​ພີວ​ເຕີ​ເຂົ້າ​ໃນ​ການກວດ​ເຊັກ​ລະບົບ​ຕ່າງໆ​ຂອງ​ລົດ ໂດຍ​ຜົນ​ອອກ​ມາ​ວ່າຈະ​ຜ່ານ ຫຼື ບໍ່​ຜ່ານ​ນັ້ນ​ ແມ່ນ​ຄອມ​ພີວ​ເຕີ​ເປັນຜູ້​ຕັດສິນ ຖ້າ​ຄອມ​ພີວ​ເຕີ​ວ່າ​ຜ່ານ ກໍ່​ຜ່ານ​ໄປ ແຕ່​ຖ້າວ່າ​ບໍ່​ຜ່ານຈຸດໃດ ​ກໍ່​ໄດ້​ໃຫ້​ເຈົ້າ​ຂອງ​ລົດ​ ໄປ​ສ້ອມແປງ​ລົດ​ຂອງ​ຕົນ​ເອງ ​ຢູ່​ຮ້ານ​ແປງລົດ ຈາກ​ນັ້ນ ຈຶ່ງ​ກັບ​ຄືນ​ມາ​ກວດຄືນ​ອີກ ຈົນ​ກວ່າ​ຈະ​ຜ່ານ ແລ້ວ​ຈຶ່ງ​ອະນຸຍາດ​ອອກ​ໃບ​ເຕັກນິກ​ໃຫ້ ໂດຍ​ລວມ​ແລ້ວ​ການ​ໃຊ້ລະບົບ​ທັນ​ສະໄໝ​ ຈະ​ຊ່ວຍ​ເຮັດໃຫ້ການ​ບໍລິການ​ມີ​ຄວາມ​ວ່ອງໄວ ທັນ​ເວລາ ແລະ ມີ​ຄຸນະພາບ ແຕ່​ໃນ​ປັດຈຸບັນ​ນີ້ ແມ່ນ​ຍັງ​ຢູ່​ໃນໄລຍະ​ທົດ​ລອງ ຄາດ​ວ່າ​ອີກ 3 ເດືອນ​ຂ້າງ​ໜ້າ ​ຈະ​ສົມບູນ​ແບບ ດັ່ງນັ້ນ ນັກ​ຂັບ​ຂີ່​ທັງຫຼາຍ ​ເມື່ອລົດ​ຕົນ​ເອງ​ໝົດ​ອາຍຸ​ການ​ກວດກາ​ເຕັກນິກ​ ກໍ່​ສາມາດ​ເອົາ​ລົດຂອງ​ຕົນ ​ໄປ​ກວດ​ເຕັກນິກ​ຄືນໃໝ່ ໄດ້​ທຸກ​ເວລາ​ໃນ​ໂມງ​ລັດ​ຖະ​ການ ຖ້າ​ເປັນ​ລົດ​ໃໝ່​ແມ່ນ​ປີ​ລະ​ຄັ້ງ ແຕ່ຖ້າ​ເປັນ​ລົດ​ເກົ່າ​ແດ່ 6 ເດືອນ​ຕໍ່​ຄັ້ງ ທັງ​ນີ້​ກໍ່​ເພື່ອ​ຄວາມ​ປອດ​ໄພ​ຂອງເຮົາ​ເອງ ​ໃນ​ເວລາ​ຂັບ​ຂີ່​ລົດ ແລະ ຖືກຕ້ອງ​ຕາມ​ກົດ​ລະບຽບ​ຈະລາຈອນ​ທາງບົກ​ຕື່ມ​ອີກ.

 

ແຫລ່ງຂ່າວ:

ວຈໝ

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...