Homeຂ່າວການພັດທະນາສຶກສາໂຄງການຊົນລະປະທານ ນຳໃຊ້ນ້ຳລຸ່ມເຮືອນຈັກເຂື່ອນໄຟຟ້າ ເຊປຽນ-ເຊນ້ຳນ້ອຍ

ສຶກສາໂຄງການຊົນລະປະທານ ນຳໃຊ້ນ້ຳລຸ່ມເຮືອນຈັກເຂື່ອນໄຟຟ້າ ເຊປຽນ-ເຊນ້ຳນ້ອຍ

Published on

 

ພິທີ​ລົງ​ນາມ​ບົດ​ບັນທຶກຄວາມ​ເຂົ້າໃຈ ​ໃນ​ການ​ສຶກ​ສາຄວາມ​ເປັນ​ໄປ​ໄດ້​ໂຄງການ​ຊົນ​ລະປະທານ​ ນຳ​ໃຊ້​ນ້ຳ​ລຸ່ມ​ເຮືອນ​ຈັກເຂື່ອນ​ໄຟຟ້າ​ເຊ​ປຽນ-ເຊ​ນ້ຳ​ນ້ອຍ ເມືອງ​ສາມັກຄີ​ໄຊ ແຂວງ​ອັດ​ຕະ​ປື ໄດ້​ຈັດ​ຂຶ້ນ​ວັນ​ທີ 11 ມັງກອນ 2016 ຢູ່​ກົມ​ຊົນລະປະທານ ລະຫວ່າງທ່ານ ໄມ​ກອງ ພອນ​ພົມມະ​ວົງ ຫົວໜ້າ​ກົມ​ຊົນ​ລະ​ປະທານ ແລະ ທ່ານ Zheng Ye ປະທານ​ບໍລິສັດ ​ຊ່ຽນ​ທາຍ​ກໍ່ສ້າງ​ຂົວ-ທາງ ແລະ ຊົນລະປະທານ ຈຳກັດ ​ສປ ຈີນ ໂດຍ​ຊ້ອງ​ໜ້າ​ທ່ານ ​ດຣ. ເພັດ ພົມ​ພິ​ພັກ ລັດ​ຖະ​ມົນຕີ​ວ່າການ​ກະຊວງ​ກະສິກຳ ແລະ ປ່າໄມ້ ທ່ານ ​ດຣ. ນາມ ວິ​ຍະ​ເກດ ເຈົ້າແຂວງ​ອັດ​ຕະ​ປື ພ້ອມ​ດ້ວຍພາກສ່ວນ​ກ່ຽວຂ້ອງ.

ທ່ານ ໄມ​ກອງ ພອນ​ພົມ​ມະ​ວົງ ໄດ້​ກ່າວ​ວ່າ: ຜ່ານ​ການ​ເກັບ​ກຳຂໍ້​ມູນ​ເບື້ອງ​ຕົ້ນ​ເຫັນ​ວ່າ​ ໂຄງການຊົນລະປະທານ​ນຳ​ໃຊ້​ນ້ຳ​ລຸ່ມເຮືອນ​ຈັກ​ເຂື່ອນ​ໄຟຟ້າ​ເຊ​ປຽນ-ເຊ​ນ້ຳ​ ນ້ອຍ ເປັນ​ໂຄງການ​ຊົນ​ລະປະທານ​ແບບ​ນ້ຳ​ໄຫຼ​ເອງ ໂດຍການ​ຈັດ​ສັນ​ນ້ຳ​ຈາກ​ໂຄງການໃຫ້​ໄດ້​ປະມານ 5-7 ແມັດ​ກ້ອນຕໍ່​ວິນາທີ ຕະຫຼອດ​ປີ​ ຈະ​ສາມາດສະໜອງ​ນ້ຳ​ໃຫ້​ແກ່​ການ​ຜະລິດກະສິກຳ​ ປະມານ 6.000 ເຮັກຕາ ໃນ​ນີ້ ເນື້ອທີ່​ປູກ​ເຂົ້າ (ນາປີ ແລະ ນາແຊງ) 5.000 ເຮັກຕາ ນອກນີ້ ຍັງ​ມີ​ເນື້ອທີ່​ປູກ​ພືດ​ອຸດ​ສາ​ຫະກຳ ແລະ ພືດ​ຜັກ​ເປັນ​ສິນຄ້າ​ຈຳນວນ​ໜຶ່ງ ແຕ່​ປັດຈຸບັນ​ ແຂວງ ແລະ ເມືອງ​ສະໜອງ​ຂໍ້​ມູນ​ໃຫ້ແມ່ນ​ມີ​ເນື້ອທີ່​ທຳ​ການ​ຜະລິດ​ເຂົ້າແລ້ວ 3.000 ເຮັກຕາ ພ້ອມ​ດຽວກັນ​ຍັງ​ມີ​ເນື້ອທີ່​ລ້ຽງສັດ ການ​ປະມົງ ແລະ ປູກ​ພືດ​ອື່ນໆ​ຈຳນວນໜຶ່ງ ເຊິ່ງ​ກວມ​ເອົາ 12 ບ້ານ 2.533 ຄອບຄົວ ນອກ​ນີ້ຍັງ​ມີບ້ານເມືອງ​ໃກ້​ຄຽງ ແລະ ຜູ້​ປະກອບ​ການ​ຂະແໜງ​ກະສິກຳ​ທົ່ວໄປ​ຕື່ມ​ອີກ ໂດຍ​ຕາມ​ການ​ຄາດຄະເນ​ເບື້ອງ​ຕົ້ນ​ຂອງ​ວິຊາ​ການ ເຫັນ​ວ່າ​ໂຄງການ​ນີ້​ຂ້ອນ​ຂ້າງ​ມີປະ​ສິດທິ​ຜົນ​ສູງ ​ລະຫວ່າງ​ການ​ລົງທຶນ ແລະ ຜົນ​ໄດ້​ຮັບ ຖ້າ​ຫາກ​ມີການ​ສະໜອງ​ນ້ຳ​ໄດ້​ຕາມ​ແຜນການ.

ເພື່ອ​ປະຕິບັດ​ຕາມ​ແນວທາງນະໂຍບາຍ​ຂອງ​ພັກ ແລະ ລັດ​ຖະບານ​ໃນ​ໄລຍະ​ໃໝ່ ທີ່​ໄດ້​ກຳນົດເອົາ 7 ທົ່ງພຽງ​ໃຫຍ່ ບັນດາ​ທົ່ງພຽງ​ກາງ ແລະ ທົ່ງພຽງ​ນ້ອຍ​ທົ່ວປະເທດ ເປັນ​ຈຸດ​ສຸມ​ໃນ​ການ​ຜະລິດ​ເຂົ້າ ​ເພື່ອ​ຄ້ຳປະກັນ​ຄວາມ​ໝັ້ນຄົງ​ທາງ​ດ້ານ​ສະບຽງ​ອາຫານ ແລະ ຜະລິດ​ເປັນ​ສິນຄ້າ ໂຄງການ​ນີ້​ກໍ່​ແມ່ນ​ໂຄງການ​ໜຶ່ງ ​ທີ່ບັນຈຸ​ເຂົ້າ​ໃນ​ເປົ້າ​ໝາຍ​ດັ່ງກ່າວ ເພື່ອ​ເຮັດ​ໃຫ້ການ​ພັດທະນາ​ຊັບພະຍາກອນ​ນ້ຳ​ລຸ່ມ​ເຮືອນ​ຈັກເຂື່ອນ​ໄຟຟ້າ​ ດັ່ງກ່າວ ​ສາມາດ​ນຳໃຊ້​ເຂົ້າ​ໃນ​ການ​ຜະລິດ​ກະສິກຳໃຫ້​ເກີດ​ປະໂຫຍດ​ສູງ​ສຸດ.

 

ແຫລ່ງຂ່າວ:

ວຈໝ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...