spot_img
Homeຂ່າວການພັດທະນາ5 ປີ ລາວສາມາດກວດກູ້ ລະເບີດບໍ່ທັນແຕກ ອອກຈາກເນື້ອທີ່ໄດ້ 35 ພັນກວ່າເຮັກຕາ!

5 ປີ ລາວສາມາດກວດກູ້ ລະເບີດບໍ່ທັນແຕກ ອອກຈາກເນື້ອທີ່ໄດ້ 35 ພັນກວ່າເຮັກຕາ!

Published on

laos-uxo-wpcf_728x413

ໂດຍ​ອີງ​ຕາມ​ບົດ​ລາຍ​ງານຂອງ​ຄະນະ​ກຳມະການ​ຄຸ້ມ​ຄອງແຫ່ງ​ຊາດ ເພື່ອ​ແກ້​ໄຂ​ບັນຫາ​ລະເບີດ​ບໍ່​ທັນ​ແຕກ ທີ່​ຕົກ​ຄ້າງ​ຢູ່ ​ສປປ ລາວ ກ່ຽວ​ກັບ​ການ​ປະຕິບັດ​ວຽກງານ​ການ​ແກ້​ໄຂ​ບັນຫາ​ລະເບີດ​ທີ່ບໍ່​ທັນ​ແຕກຢູ່ ​ສປປ ລາວ (​ລບຕ) ຕໍ່​ກອງ​ປະຊຸມ​ສະຫຼຸບ​ວຽກ​ງານ​ກໍ່ສ້າງ​ຮາກ​ຖານ​ການເມືອງ ແລະ ພັດທະນາ​ຊົນນະບົດ​ຮອບດ້ານ ​ຄັ້ງທີ IV ເມື່ອ​ບໍ່​ດົນ​ຜ່ານ​ມາ ເຊິ່ງຜ່ານ​ການຈັດຕັ້ງ​ປະຕິບັດ​ວຽກງານ​ຕົວ​ຈິງ​ ກ່ຽວ​ກັບ​ວຽກ​ງານ​ແກ້ໄຂ​ບັນຫາ​ລະເບີດ​ທີ່​ບໍ່​ທັນ​ແຕກ ໃນຕະຫຼອດ 5 ປີ (2011-2015) ໄດ້​ມີ​ຜົນສຳເລັດ​ພື້ນຖານ​ຈຳນວນໜຶ່ງ ເປັນຕົ້ນ ໄດ້​ໂຄສະນາ​ກ່ຽວກັບ​ທີ່​ມາ ແລະ ຄວາມ​ເປັນ​ອັນ​ຕະລາຍ​ຈາກ ​ລບຕ ຢູ່​ໂຮງຮຽນ ແລະ ຊຸມ​ຊົນ​ທີ່​ມີ​ຜົນ​ກະທົບ 12 ພັນ​ກວ່າ​ແຫ່ງ ໄດ້​ຊ່ວຍເຫຼືອ​ປິ່ນປົວ​ຟື້ນ​ຟູ​ສຸຂະພາບ ປະກອບ​ອາຊີບ​ໃຫ້​ຜູ້​ລອດ​ຊີວິດ​ຈາກ ​ລບຕ ໄດ້​ທັງ​ໝົດ 700 ກວ່າ​ຄົນ ກວດ​ກູ້ ​ລບຕ ອອກ​ຈາກ​ເນື້ອທີ່​ໄດ້ 35 ພັນ​ກວ່າ​ເຮັກຕາ ໃນ​ນີ້ ມີ​ເນື້ອທີ່ກະສິກຳ 19 ພັນ​ກວ່າ​ເຮັກຕາ ເນື້ອທີ່​ພັດທະນາ​ອື່ນໆ 16 ພັນກວ່າ​ເຮັກຕາ ແລະ ໄດ້​ທຳລາຍລະເບີດ​ທີ່​ບໍ່​ທັນ​ແຕກ ທັງ​ໝົດ 5 ແສນ​ກວ່າ​ໜ່ວຍ ພ້ອມ​ກັນ​ນັ້ນ ພົ້ນ​ເດັ່ນ​ກວ່າ​ໝູ່​ແມ່ນໄດ້​ຫັນ​ການກວດ​ກູ້ ​ລບຕ ຮັບ​ໃຊ້​ຈຸດ​ສຸມ​ພັດທະ​ນາ​ໂຄງການ​ພັດທະນາ​ຂອງສູນ​ກາງ ແລະ ທ້ອງຖິ່ນ ສາມາດລະດົມ​ທຶນ​ຊ່ວຍເຫຼືອ​ຈາກ​ສາກົນ ເຂົ້າ​ໃສ່​ວຽກ​ງານ​ແກ້​ໄຂ ​ລບຕ ເພີ່ມ​ຂຶ້ນ​ຫຼາຍ​ກວ່າ​ເກົ່າ ນອກ​ນີ້ ຍັງ​ສາມາດ​ຮັບປະກັນ​ບໍ່​ໃຫ້​ຜູ້​ບໍ່ຫວັງ​ດີ​ ສວຍ​ໃຊ້​ການ​ຊ່ວຍເຫຼືອ​ດັ່ງກ່າວ​ຕ້ານ​ພັກ ແລະ ລັດຖະບານເຮົາ.

ຄາດໝາຍ​ສູ້​ຊົນ ແລະ ກິດ​ຈະກຳ​ຕົ້ນຕໍ​ທີ່​ຕ້ອງ​ປະຕິບັດ ໃນ​ສົກ​ປີ 2016-2020 ຕ້ອງ​ສູ້​ຊົນ​ຫຼຸດຜ່ອນຈຳນວນ​ຜູ້​ຖືກ​ເຄາະ​ຮ້າຍຈາກ ​ລບຕ ໃຫ້​ຕ່ຳ​ກວ່າ 40 ຄົນ​ຕໍ່​ປີ ຊ່ວຍເຫຼືອ​ຜູ້​ລອດ​ຊີວິດ​ຈາກ ​ລບຕ ໃຫ້​ໄດ້ 1.500 ຄົນ ແລະ ປະຕິບັດ​ການ​ສຳ​ຫຼວດ​ບໍ່​ແມ່ນ​ວິຊາການ ເພື່ອ​ຊອກ​ຫາ​ຫຼັກ​ຖານ ​ລບຕ ຕົກ​ຄ້າງ​ຢູ່ 5.238 ບ້ານ​ໃນ 9 ແຂວງ​ທີ່​ມີ ​ລບຕ ຕົກ​ຄ້າງ​ສູງສືບຕໍ່​ສຳ​ຫຼວດ​ທາງ​ດ້ານ​ວິຊາການ​ເພື່ອ​ຢັ້ງຢືນ​ພື້ນ​ທີ່ ​ລບຕ ຕົກຄ້າງ​ຢູ່ 124 ຈຸດ​ສຸມ​ພັດທະນາ​ສູນກາງ ແລະ ທ້ອງຖິ່ນ ພ້ອມ​ທັງດຳເນີນ​ການ​ກວດ​ກູ້ ​ລບຕ ຢູ່​ພື້ນທີ່​ໂຄງການ​ຈຸດ​ສຸມ​ພັດທະນາ​ຂອງສູນ​ກາງ ທ້ອງຖິ່ນ​ໃນ​ແຕ່​ລະ​ປີ ໂດຍ​ສະເພາະແມ່ນ​ເຂດ​ຈຸດ​ສຸມພັດທະນາ​ ທີ່​ມີ​ທຶນ​ສະໜັບສະໜູນຢູ່​ແລ້ວ.

 

ແຫລ່ຂ່າວ:

ວຈໝ

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...