Homeຂ່າວຕ່າງປະເທດສະຫລົດໃຈ! ພົບສົບຜູ້ອົບພະຍົບ 34 ສົບ ລອຍຄ້າງຊາຍຫາດຕວກກີ ໃນນັ້ນມີເດັກນ້ອຍ 3 ສົບ!

ສະຫລົດໃຈ! ພົບສົບຜູ້ອົບພະຍົບ 34 ສົບ ລອຍຄ້າງຊາຍຫາດຕວກກີ ໃນນັ້ນມີເດັກນ້ອຍ 3 ສົບ!

Published on

1_150

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 6 ມັງກອນຜ່ານມານີ້ວ່າ ທາງການຕວກກີ ພົບສົບຖືກຄື້ນນ້ຳທະເລ ພັດເຂົ້າມາຕິດຢູ່ຕາມຊາຍຫາດ ຝັ່ງຕາເວັນຕົກຂອງປະເທດ ໂດຍພົບເຫັນທັງໝົດ 34 ສົບ ໃນນັ້ນເປັນເດັກນ້ອຍ 3 ສົບ ຊຶ່ງເຈົ້າໜ້າທີ່ຄາດວ່າ ທັງໝົດອາດເສຍຊີວິດ ຈາກເຫດເຮືອຫລົ້ມ ໃນລະຫວ່າງເດີນທາງຂ້າມທະເລ ເພື່ອໄປເກາະເລສບອສ ປະເທດເກຣັກ.

ເຈົ້າໜ້າທີ່ຍັງບໍ່ສາມາດລະບຸໄດ້ວ່າ ບັນດາສົບຜູ້ອົບພະຍົບເຫລົ່ານີ້ ແມ່ນເປັນຄົນສັນຊາດໃດ ຊຶ່ງເບື້ອງຕົ້ນຄາດວ່າ ອາດເປັນຜູ້ລີ້ໄພຈາກສົງຄາມກາງເມືອງ ຢູ່ຂົງເຂດຕາເວັນອອກກາງ ແຕ່ກໍຍັງບໍ່ທັນມີຫລັກຖານທີ່ຊັດເຈນ.

2_86

6_18

ບົດຄວາມຫຼ້າສຸດ

ບໍລິສັດ ລັດວິສາຫະກິດໄຟຟ້າລາວ ສືບຕໍ່ເກັບກູ້ລະບົບພາກຈຳໜ່າຍ ທີ່ຖືກຜົນກະທົບຈາກໄພນໍ້າຖ້ວມ

ໃນວັນທີ​ 2 ກັນຍາ​ 2026​ ທ່ານ​ ສຸກສະຫວາດ​ ໂສສຸພັນ​ ຜູ້ອຳນວຍການ ບໍລິສັດ ລັດວິສາຫະກິດໄຟຟ້າລາວ, ຫົວໜ້າຫ້ອງການໄຟຟ້າລາວ,​ ຫົວໜ້າຝ່າຍຄຸ້ມຄອງລະບົບໄຟຟ້າພາກເໜືອ ພ້ອມດ້ວຍທີມງານໄດ້ລົງມາເຄື່ອນໄຫວວຽກງານຢູ່ ແຂວງຫຼວງນ້ຳທາ​...

ສານປະຊາຊົນແຂວງວຽງຈັນ ຕັດສິນຈຳເລີຍ 14 ຄົນ ໃນຂໍ້ຫາຄ້າຢາເສບຕິດ ແລະ ຄາດຕະກຳ

ໃນວັນທີ 27 ສິງຫາ 2026 ຜ່ານມານີ້ ສານປະຊາຊົນ ແຂວງວຽງຈັນ ຕັດສິນຈໍາເລີຍ ຈໍານວນ 14 ຄົນ ຍິງ 1 ຄົນ...

ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ເຂົ້າຮ່ວມກອງປະຊຸມອົງການຮ່ວມມືຊຽງໄຮ້ ບວກຄູ່ຮ່ວມເຈລະຈາ

ໃນລະຫວ່າງວັນທີ 31 ສິງຫາ-1 ກັນຍາ 2026 ທີ່ ນະຄອນຫຼວງບິສະເກັກ, ສາທາລະນະລັດ ກຽກກິດສະຖານ, ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ...

ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ເລຂາທິການໃຫຍ່ ອົງການຮ່ວມມືຊຽງໄຮ້ ໃນໂອກາດເຂົ້າຮ່ວມກອງປະຊຸມອົງການຮ່ວມມືຊຽງໄຮ້ບວກຄູ່ຮ່ວມເຈລະຈາ

ໃນຕອນບ່າຍວັນທີ 31 ສິງຫາ 2026 ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ພະນະທ່ານ ນູຣລານ...