spot_img
Homeຂ່າວຕ່າງປະເທດຜູ່ນຳອີຣ່ານລະບຸ ອາຣັບບີ ຊາອຸດິດ ບໍ່ຄວນຕອບໂຕ້ສຽງວິຈານ ດ້ວຍການຕັດຄໍ!

ຜູ່ນຳອີຣ່ານລະບຸ ອາຣັບບີ ຊາອຸດິດ ບໍ່ຄວນຕອບໂຕ້ສຽງວິຈານ ດ້ວຍການຕັດຄໍ!

Published on

559000000148401

ສຳນັກຂ່າວຕ່າງປະເທດ ລາຍງານວ່າ ໃນວັນອັງຄານທີ 5 ມັງກອນຜ່ານມານີ້ ທ່ານ ຮັດຊັນ ຣູຮານີ ປະທານາທິບໍດີອີຣ່ານ ໄດ້ອອກຖະແຫລງຕອບໂຕ້ ລັດຖະບານອາຣັບບີຊາອຸດິດ ກ່ຽວກັບການປະຫານຊີວິດ ທ່ານ ຊີກ ນິມະຣາ ອັນ-ນິມະຣາ ຄູສອນສາສະໜານິກາຍຊີອະ ອັນໄດ້ເປັນຊະນວນເຫດ ສ້າງຄວາມຄຽດແຄ້ນຢ່າງຮຸນແຮງ ໃນໝູ່ຜູ່ນັບຖືນິກາຍຊີອະ ພາຍໃນປະເທດອີຣ່ານ ຈົນເຖິງຂັ້ນມີການກໍ່ເຫດ ເຜົາສະຖານທູດຂອງອາຣັບບີ ຊາອຸດິດ ສ້າງຄວາມບາດໝາງ ລະຫວ່າງສອງປະເທດນັ້ນ ຊຶ່ງທ່ານໄດ້ເວົ້າວ່າ ” ພວກເຂົາບໍ່ຄວນຕອບໂຕ້ສຽງວິຈານ ດ້ວຍການຕັດຄໍ ”

ພ້ອມກັນນັ້ນ ທ່ານຍັງໄດ້ຮຽກຮ້ອງໃຫ້ ບັນດາປະເທດຕາເວັນຕົກ ທີ່ມັກມີຫາງສຽງວິພາກວິຈານ ກ່ຽວກັບບັນຫາສິດທິມະນຸດ ຈະດຳເນີນການຕຳນິ ອາຣັບບີ ຊາອຸດິດ ເຊັ່ນດຽວກັບກໍລະນີ ທີ່ພວກເຂົາມັກວິພາກວິຈານ ກ່ຽວກັບໂທດປະຫານຊີວິດຢູ່ອີຣ່ານ ຫລາຍຄັ້ງຜ່ານມາ.

ດ້ານໂຄສົກລັດຖະບານອີຣ່ານ ກໍໄດ້ອອກມາເນັ້ນຢ້ຳວ່າ ການຕັດຄວາມສຳພັນທາງການທູດຂອງ ອາຣັບບີ ຊາອຸດິດ ຈະບໍ່ສ້າງຄວາມເຈັບປວດ ໃຫ້ແກ່ອີຣ່ານ ຫລື ກໍ່ຄວາມເສຍຫາຍໃຫ້ແກ່ການພັດທະນາປະເທດ ແຕ່ຫາກແມ່ນຝ່າຍ ອາຣັບບີ ຊາອຸດິດ ທີ່ຈະຕ້ອງທຸກທໍລະມານເສຍເອງ.

 

ບົດຄວາມຫຼ້າສຸດ

ຍີ່ປຸ່ນທຸບສະຖິຕິໃໝ່! ກວດພົບຄື້ນຄວາມຮ້ອນ ອຸນຫະພູມ 41.8 ອົງສາ ພ້ອມເຕືອນໄພປະຊາຊົນໃຫ້ອອກຈາກພື້ນທີ່ສ່ຽງ

ຍີ່ປຸ່ນທຸບສະຖິຕິອາກາດຮ້ອນສູງສຸດ 41.8 ອົງສາ ເຈົ້າໜ້າທີ່ເລັ່ງອົບພະຍົບປະຊາຊົນ ພ້ອມເຕືອນໂຣກລົມແດດ 44 ແຂວງໃນຍີ່ປຸ່ນ ຂະນະດຽວກັນພາກເໜືອຮັບມືຝົນຕົກໜັກ-ສ່ຽງນ້ຳຖ້ວມຊຸ. ສຳນັກຂ່າວຕ່າງປະເທືດລາຍງານໃນວັນທີ 7 ສິງຫາ 2025 ສຳນັກງານອຸຕຸນິຍົມວິທະຍາຂອງປະເທດຍີ່ປຸ່ນ (Japan Meteorological...

ຄະນະບໍລິຫານງານພັກກະຊວງປ້ອງກັນຄວາມ ສະຫງົບ ສະໄໝທີ VI ປະກອບມີ 27 ສະຫາຍ ຍິງ 1 ສະຫາຍ

ຊົມເຊີຍ ຜົນສຳເລັດກອງປະຊຸມຄັ້ງປະຖົມມະລຶກກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ VI ອົງຄະນະພັກກະຊວງປ້ອງກັນຄວາມສະຫງົບ ໃນຕອນເຊົ້າວັນທີ 6 ສິງຫາ 2025, ສະຫາຍ ພົອ ວິໄລ ຫຼ້າຄຳຟອງ ໄດ້ລາຍງານຜົນຂອງກອງປະຊຸມຄັ້ງປະຖົມມະລຶກຄະນະບໍລິຫານງານພັກກະຊວງປ້ອງກັນຄວາມສະຫງົບ ສະໄໝທີ...

ລາວປະເຊີນບັນຫາພລາສຕິກລົ້ນຕະຫຼາດທ່າມກາງລາຄາຕົກຕໍ່າ

ເສດຖົງຢາງທີ່ເກົ່າໝອງຈົນເກືອບແຍກສີບໍ່ອອກ ບວກກັບຕຸກນໍ້າພລາສຕິກທີ່ຖືກຖິ້ມຊະຊາຍເປັນວົງກວ້າງໃນນະຄອນຫຼວງວຽງຈັນ ເປັນພຽງສ້ຽວໜຶ່ງຂອງເລື່ອງເລົ່າກ່ຽວກັບພລາສຕິກຂອງເມືອງຫຼວງແຫ່ງນີ້. ພາຍໃຕ້ມົນລະມິດທີ່ສາມາດເບິ່ງເຫັນໄດ້ດ້ວຍຕາເປົ່ານີ້ ລ້ວນແຕ່ເຊື່ອງຊ້ອນວິກິດການຂັ້ນຮ້າຍແຮງກວ່າທີ່ຄິດໄວ້. ເນື່ອງຈາກສິ່ງດັ່ງກ່າວໄດ້ກາຍເປັນໄພຂົ່ມຂູ່ຕໍ່ສິ່ງແວດລ້ອມທາງທໍາມະຊາດຂອງລາວ ທັງເປັນໄພຂົ່ມຂູ່ຕໍ່ສຸຂະພາບຂອງຜູ້ຄົນຫຼາຍຮ້ອຍ ທີ່ຕ້ອງເພິ່ງພາການຊື້-ຂາຍສິ່ງເສດເຫຼືອປະເພດພລາສຕິກ. ໃນລະຫວ່າງວັນທີ 5 ຫາ 14 ສິງຫາ, ບັນດາຜູ້ນໍາຈາກຫຼາຍປະເທດໃນໂລກຈະມາເຕົ້າໂຮມກັນທີ່ ເຈນີວາ, ປະເທດສະວິດເຊີແລນ...

ປະກາດ-ແຕ່ງຕັ້ງ ສະຫາຍ ພົນຈັດຕະວາ ແປ້ນຄໍາ ບຸດຈັດແພງ ຮັກສາການແທນເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ໃໝ່)

ມອບ-ຮັບ ໜ້າທີ່ ລະຫວ່າງ ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ເກົ່າ) ກັບ ຮັກສາການແທນເລຂາຄະນະບໍລິຫານງານພັກແຂວງ, ຮັກສາການເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ໃໝ່) ປະກາດ ແລະ ມອບ-ຮັບ...