Homeຂ່າວເຫດການນະຄອນຫລວງວຽງຈັນ ກະກຽມຄວາມພ້ອມ ແກ່ກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ

ນະຄອນຫລວງວຽງຈັນ ກະກຽມຄວາມພ້ອມ ແກ່ກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ

Published on

_8880009 kampheng 1

ຂປລ. ປັດຈຸບັນ ວຽກ​ງານ​ການກະກຽມຄວາມ​ພ້ອມ ​​ເພື່ອຄຳນັບ​ຮັບ​ຕ້ອນ​ກອງປະຊຸມ​ໃຫຍ່ ຄັ້ງ​ທີ X ຂອງ​ພັກທີ່​ຈະ​ຈັດ​ຂຶ້ນ​ໃນທ້າຍ​ເດືອນນີ້ ​​ເຫັນ​ວ່າ​​ໄດ້ມີ​ຄວາມ​ພ້ອມ ​​ເກືອບ 100% ພາຍຫລັງ​ໄດ້​ກະກຽມ​ມາ​ແຕ່​ປີ 2015.

ທ່ານ ​ແກ້ວ​ພິລາ​ວັນ ອາ​ໄພ​ລາດ ຮອງ​ເຈົ້າ​ຄອງ​ນະຄອນຫລວງ​ວຽງຈັນ ​ໄດ້​ຖະ​ແຫລ​ງຂ່າວ ຕໍ່​ສື່​ມວນຊົນ ​ ໃນ​ວັນ​ທີ 5 ມັງກອນ 2016 ນີ້ວ່າ: ມາ​ຮອດ​ປັດຈຸບັນ ​ວຽກງານ​ການ​ກະກຽມ​ຄວາມ​ພ້ອມ ​​ ເພື່ອ​ຕ້ອນຮັບ​ກອງ​ປະຊຸມ​ໃຫຍ່​ ຄັ້ງ​ທີ X ຂອງ​ພັກ ​ແມ່ນມີ​ຄວາມ​ພ້ອມ​ໃນ​ຫລາຍ​ດ້ານ ​ໂດຍ​ສະ​ເພາະ​ວຽກ​ງານ​ການ​ໂຄສະນາ​ ​ແລະ ສ້າງ​ຂະ​ບວນການຕ່າງໆ ​​ເຊິ່ງ​ໄດ້​ຈັດ​ຕັ້ງ​ໂຄສະນາ-ປາຖະກະຖາ, ​ເລົ່າ​ມູນ​ເຊື້ອ, ປະຫວັດ​ຄວາມ​ເປັນ​ມາ, ມູນ​ເຊື້ອ​ການ​ຊີ້​ນຳ-ນຳພາ ອັນ​ສະຫລາດ​ສ່ອງ​​ໄສ​ຂອງ​ພັກ​ປະຊາຊົນ ປະຕິວັດ​ລາວ ​ແລະ ວັນ​ສຳຄັນ​ຕ່າງໆ​ຂອງ​ຊາດ, ຂອງ​ພັກ ຕິດ​ພັນ​ກັບ​ການຈັດ​ຕັ້ງ​ເຜີຍ​ແຜ່​ຜົນສຳ​ເລັດ​ ການຈັດ ​ຕັ້ງ​ປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ IX ຂອງ​ພັກ ​ໃຫ້​ພະນັກງານ, ສະມາຊິກ​ພັກ, ກຳລັງ​ປະກອບ​ອາວຸດ ​ແລະ ປະຊາຊົນ​ບັນດາ​ເຜົ່າ​ທຸກ​ຊັ້ນ​ຄົນ. ນອກ​ນັ້ນ ຍັງ​ໄດ້​ປຸກລະດົມ​ໃຫ້​ທຸກ​ເມືອງ ​ແລະ ພະ​ແນ​ກ ການ ​ຕ່າງໆ​ອ້ອມ​ຂ້າງ​ນະຄອນຫລວງ​ວຽງ​ຈັນ ປະກອບສ່ວນ​ສ້າງ​ຂະ​ບວນການ​ຕ່າງໆ ​ເພື່ອ​ເຮັດ​ໃຫ້​ນະຄອນຫລວງ​ວຽງ​ຈັນ ​ເປັນ​ເມືອງ​ທີ່​ໜ້າ​ຢູ່, ມີ​ຄວາມ​ສະຫງົບ, ປອດ​ໄພ ​ແລະ ສະອາດ​ງາມ​ຕາ ​ເພື່ອ​ກຽມ​ຄວາມ​ພ້ອມ​ໃຫ້​ແກ່ ກອງປະຊຸມ​ໃຫຍ່​ຄັ້ງ​ທີ X ຂອງ​ພັກໃຫ້ປະສົບ​ຜົນສຳ​ເລັດ​ຢ່າງ​ຈົບງາມ.

ສຳລັບ ​ວຽກ​ງານ​ອະນາ​ໄມ ​ແລະ ​ປະດັບ​ປະດາ​ຕົວ​ເມືອງ, ນະຄອນຫລວງ​ວຽງ​ຈັນ ​ໄດ້​ເປັນ​ເຈົ້າ​ການ ​ແລະ ​ເຮັດ​ດ້ວຍ​ຄວາມ​ຮັບຜິດຊອບ​ສູງ ​ໂດຍ​ສະ​ເພາະ​ວຽກ​ງານ​ຕົບ​ແຕ່ງ​ປະດັບ​ປະດາ ທຸງຊາດ, ທຸງ​ພັກ, ທຸງ​ທີ​ວ ​ແລະ ວຽກ​ງານ​ຕິດ​ຕັ້ງປະດັບ​ປະດາ​ໄຟ​ເອ້​ທາງ, ​ໄຟ​ສະຫວ່າງ ​ແລະ ຕິດ​ປ້າຍ​ຄຳ​ຂວັນ ຕາມ​ໜ້າ​ບ້ານ, ທາງ​ຮ່ອມ, ທາງ​ຊອຍ, ປັບປຸງ​ຕີ​ເສັ້ນ, ທາສີ​ຂອບ​ທາງ​ຄືນ​ໃໝ່ ​ໃຫ້​ມີ​ຄວາມ​ສະອາດ​ງາມ​ຕາ. ນອກ​ນັ້ນຄະນະ​ປະຈຳພັກນະຄອນຫລວງ​ວຽງ​ຈັນ ​ໄດ້​ລົງ​ຊຸກຍູ້ ​ແລະ ຕິດຕາມ​ກວດກາ​ບັນດາ​ເມືອງ, ພະ​ແນ​ກການ, ອົງການ​ທຽບ​ເທົ່າ ​ໃຫ້​ເອົາ​ໃຈ​ໃສ່​ບັນດາ​ວຽກ​ງານ​ປ້ອງ​ກັນຊາ​ດ, ປ້ອງ​ກັນ​ຄວາມສະຫງົບ ​ເປັນ​ຕົ້ນ​ແມ່ນ​ການ​ປ້ອງ​ກັນ​ອັກຄີ​ໄພ, ປຸກລະດົມ​ພໍ່​ແມ່​ປະຊາຊົນ ປະກອບສ່ວນ​ເຂົ້າ​ຮ່ວມ​ຂະ​ບວນການ​ອອກ​ແຮງ​ງານ​ວັນ​ເສົາ​ແດງ ຢູ່​ບໍລິ​ເວນ​ທີ່​ຕົນ​ຮັບຜິດຊອບ ​ໃຫ້​ມີ​ຄວາມ​ສະອາດ​ງາມ​ຕາ ​ແລະ ອື່ນໆ.

ແຫລ່ງຂ່າວ:
ຂປລ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...