spot_img
Homeຂ່າວຕ່າງປະເທດເລຂາທິການໃຫຍ່ UN ເປັນຫ່ວງຄວາມສຳພັນ ຊາອຸຯ-ອີຣ່ານ ວອນສອງຊາດ ຢ່າຂະຫາຍຄວາມຂັດແຍ່ງ!

ເລຂາທິການໃຫຍ່ UN ເປັນຫ່ວງຄວາມສຳພັນ ຊາອຸຯ-ອີຣ່ານ ວອນສອງຊາດ ຢ່າຂະຫາຍຄວາມຂັດແຍ່ງ!

Published on

United Nations Secretary-General Ban Ki-moon (R) holds a joint news conference with UN-Arab League Envoy to Syria Lakhdar Brahimi (not pictured) in Montreux January 22, 2014. Syria's government and its enemies come face to face on Wednesday for the first time as world powers try to set aside their own differences and push for an end to three years of civil war that is unsettling the entire Middle East. REUTERS/Gary Cameron (SWITZERLAND - Tags: POLITICS)
ພາບ: REUTERS/Gary Cameron

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 5 ມັງກອນນີ້ວ່າ ມື້ວານນີ້ (4 ມັງກອນ) ທ່ານ ສະເຕຟານ ດູຢາຣິດ ໂຄສົກອົງການສະຫະປະຊາຊາດ ຫລື UN ໄດ້ອອກມາລະບຸເຖິງ ທ່ານ ບັນກີມູນ ເລຂາທິການໃຫຍ່ ອົງການສະຫະປະຊາຊາດ ໄດ້ມີຄວາມເປັນຫ່ວງຢ່າງສູງ ຕໍ່ສະຖານະການຄວາມເຄັ່ງຕຶງ ແລະ ຄວາມສຳພັນທີ່ແຕກຫັກ ລະຫວ່າງສອງປະເທດ ອາຣັບບີ ຊາອຸດິດ ແລະ ອີຣ່ານ.

ທ່ານເລຂາທິການໃຫຍ່ ໄດ້ຕໍ່ສາຍໂທລະສັບ ເພື່ອໂອ້ລົມກັບ ທ່ານ ອາເດັນ ອັນ-ຍູເບອີ ລັດຖະມົນຕີວ່າການ ກະຊວງການຕ່າງປະເທດ ອາຣັບບີ ຊາອຸດິດ ແລະ ທ່ານ ໂມຮຳໝັດ ຈາວາດ ຊາຣິບ ລັດຖະມົນຕີວ່າການ ກະຊວງການຕ່າງປະເທດອີຣ່ານ ເພື່ອສະແດງຄວາມວິຕົກກັງວົນ ພ້ອມທັງໄດ້ຮຽກຮ້ອງໃຫ້ທັງສອງປະເທດ ຫລີກລ່ຽງການເຄື່ອນໄຫວໃດໆ ທີ່ອາດຈະຂະຫຍາຍຄວາມຂັດແຍ່ງ ແລະ ເຮັດໃຫ້ສະຖານະການບານປາຍ ຈົນອາດລຸກລາມ ນຳໄປສູ່ສົງຄາມຂັດແຍ່ງ ທົ່ວພາກພື້ນຕາເວັນອອກກາງ.

ທັງນີ້ ເນື່ອງຈາກ ໃນວັນທີ 3 ມັງກອນຜ່ານມາ ລັດຖະບານ ອາຣັບບີ ຊາອຸດິດ ໄດ້ອອກມາຖະແຫລງ ຕັດສຳພັນທາງການທູດ ກັບລັດຖະບານອີຣ່ານ ພ້ອມອອກຄຳສັ່ງ ໃຫ້ເຈົ້າໜ້າທີ່ການທູດທັງໝົດ ຂອງອີຣ່ານ ອອກຈາກດິນແດນຂອງຕົນ ພາຍໃນ 48 ຊົ່ວໂມງ ເນື່ອງຈາກບໍ່ພໍໃຈ ຕໍ່ເຫດການກຸ່ມຜູ່ປະທ້ວງຊາວອີຣ່ານ ບຸກເຂົ້າໂຈມຕີສະຖານທູດຂອງຕົນ ປະຈຳນະຄອນຫລວງເຕເຮຣານ ປະເທດອີຣ່ານ ໃນວັນເສົາທີ 2 ມັງກອນຜ່ານມາ ໂດຍກຸ່ມຜູ່ປະທ້ວງ ໄດ້ພາກັນຄຽດແຄ້ນ ຈາກກໍລະນີທີ່ ລັດຖະບານອາຣັບບີ ຊາອຸດິດ ທຳການປະຫານຊີວິດ ທ່ານ ຊິກ ນິມະຣາ ອັນ-ນິມະຣາ ຄູສອນສາສະໜາອິດສະລາມ ນິກາຍຊີອະ ຊຶ່ງເປັນນິກາຍທີ່ຊາວອີຣ່ານສ່ວນໃຫຍ່ນັບຖື ໃນຂໍ້ຫາກ່ຽວຂ້ອງກັບການກໍ່ການຮ້າຍ.

Iranian protesters hold pictures of prominent Shi'ite cleric Sheikh Nimr al-Nimr during a demonstration against the execution of al-Nimr in Saudi Arabia, at Imam Hussein square in Tehran January 4, 2016. REUTERS/Raheb Homavandi/TIMA ATTENTION EDITORS - THIS IMAGE WAS PROVIDED BY A THIRD PARTY. FOR EDITORIAL USE ONLY.
ກຸ່ມຜູ່ປະທ້ວງຢູ່ນະຄອນຫລວງເຕເຮຣານ ປະເທດອີຣ່ານ ຍົກປ້າຍຮູບ ທ່ານ  ຊີກ ນິມະຣາ ອັນ-ນິມະຣາ ທີ່ຖືກທາງການ ອາຣັບບີ ຊາອຸດິດ ປະຫານຊີວິດ -ພາບ: REUTERS/Raheb Homavandi

ການປະກາດຕັດຄວາມສຳພັນ ແລະ ຂັບໄລ່ນັກການທູດອີຣ່ານ ຂອງລັດຖະບານອາຣັບບີ ຊາອຸດິດ ໃນຄັ້ງນີ້ ຖືເປັນຈຸດຕ່ຳສຸດ ຂອງຄວາມສຳພັນລະຫວ່າງສອງປະເທດ ທີ່ມີຄວາມເຄັ່ງຕຶງມາຍາວນານ ຫລາຍທົດສະວັດ ໂດຍລັດຖະບານອາຣັບບີ ຊາອຸດິດ ໃນຖານະທີ່ເປັນຜູ່ນຳ ໃນໂລກມຸດສະລິມນິກາຍຊຸນນີ ມັກຈະກ່າວຫາອີຣ່ານ ຊຶ່ງເປັນຜູ່ນຳຊາດມຸດສະລິມນິກາຍຊີອະວ່າ ໄດ້ດຳເນີນການແຊກແຊງ ກິດຈະການຂອງໂລກອາຫລັບມາໂດຍຕະຫລອດ.

 

ບົດຄວາມຫຼ້າສຸດ

ເຫດປະທ້ວງທີ່ຕີມໍເລສເຕ ນັກສຶກສາກວ່າ 2.000 ຄົນ ເຂົ້າປະທ້ວງລັດຖະບານ ຫຼັງອະນຸມັດແຜນການຈັດຊື້ລົດຫຼູລາຄາແພງ

ໃນວັນທີ 17/09/2025 ທີ່ຜ່ານມາ, ຈາກສຳນັກຂ່າວຈາກປະເທດຕີມໍ ເລສເຕ ລານງານວ່າ ມີເຫດການປະທ້ວງຈາກປະຊາຊົນຫຼາຍກວ່າ 2.000 ຄົນ ໃນນະຄອນຫຼວງດິລີ ປະເທດຕີມໍ ເລສເຕ, ໃນນັ້ນສ່ວນຫຼາຍແມ່ນນັກສຶກສາ ທັງໝົດມາເພື່ອປະທ້ວງແຜນການທີ່ໄດ້ຮັບອະນຸມັດເມື່ືອປີກ່ອນ...

ຂຶ້ນຄ່າແຮງງານຂັ້ນຕໍ່າ ໃຫ້ແກ່ແຮງງານໃນອຸດສາຫະກຳຕັດຫຍິບຂອງກໍາປູເຈຍ ປັບຂຶ້ນຈາກ 208 ໂດລາ ເປັນ 210 ໂດລາ ຕໍ່ເດືອນ

ປະກາດ​ໃນ​ວັນ​ທີ 17 ກັນຍາ ຜ່ານມາ​ວ່າ, ທ່ານ ຮຸນ ມາເນດ ນາຍົກລັດຖະມົນຕີ ກຳປູເຈຍ ໄດ້​ກຳນົດ​ຄ່າ​ແຮງງານ​ຂັ້ນ​ຕ່ຳ​ຕໍ່​ເດືອນ​ໃໝ່​ໃຫ້​ແກ່​ອຸດສາຫະກຳ​ຕັດຫຍິບ, ເກີບ ແລະ ສິນຄ້າ​ສຳລັບການເດີນທາງ ​ເປັນ...

ຕຳກາງອາກາດ ເຫດລົດບິນຕໍາກັນກາງອາກາດຢູ່ເມືອງສາງຊຸນ ສປ.ຈີນ ໃນລະຫວ່າງຊ້ອມການສະແດງເປີດໂຕລົດບິນໄດ້

ໃນວັນທີ 18/09/2025 ມີລາຍງານຈາກສຳນັກຂ່າວປະເທດຈີນ ເກີດອຸບປະຕິເຫດ ລົດບິນຕໍາກັນລະຫວ່າງຊ້ອມການສະແດງ ທີ່ເມືອງສາງຊຸນ ຂອງປະເທດຈີນ ລາຍງານມີຜູ້ບາດເຈັບ 1 ຄົນ. ອຸບບັດຕິເຫດດັ່ງກ່າວໄດ້ເກີດຂຶ້ນໃນຕອນທີ່ບໍລິສັດ Xpeng ຂອງປະເທດຈີນ ໄດ້ຈັດງານສະແດງເປີດໂຕລົດບິນ. ສະແດງເຖິງເຕັກໂລໂນຊີທີ່ທັນສະໄໝ...

ຍ້ອນຫຼັບໃນ! ກະບະລີໂວ້ຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ

ກະບະລີໂວ້ຫຼັບໃນຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ ຢູ່ບ້ານດ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:...