spot_img
Homeຂ່າວເຫດການຄະນະກໍາມະການຮ່ວມມື ລາວ-ຫວຽດນາມ ຈັດກອງປະຊຸມ ຄັ້ງທີ 38 ຮັບຮອງຫລາຍບັນຫາສໍາຄັນ!

ຄະນະກໍາມະການຮ່ວມມື ລາວ-ຫວຽດນາມ ຈັດກອງປະຊຸມ ຄັ້ງທີ 38 ຮັບຮອງຫລາຍບັນຫາສໍາຄັນ!

Published on

ABC_6718 somsavad 1

ຂປລ. ກອງປະຊຸມ ຄັ້ງທີ 38 ຂອງຄະນະກໍາມະການຮ່ວມທະວີພາຄີ ລະຫວ່າງ ລັດຖະບານ ແຫ່ງສປປ ລາວແລະ ສສ ຫວຽດນາມ ໄດ້ຈັດຂຶ້ນໃນວັນທີ 27 ທັນວາ 2015 , ທີ່ນະຄອນຫລວງວຽງຈັນ, ໂດຍເປັນປະທານຮ່ວມ ລະຫວ່າງ ທ່ານ ສົມສະຫວາດເລັ່ງສະຫວັດ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວແລະ ທ່ານ ຫງວຽນ ຊວນ ຟຸກ ຮອງນາຍົກລັດຖະມົນຕີ ​ແຫ່ງ ສສ ຫວຽດນາມ ພ້ອມບັນດາລັດຖະມົນຕີວ່າການ, ຊ່ວຍ​ວ່າການ, ຫົວໜ້າກົມແລະເຈົ້າໜ້າທີ່ກ່ຽວຂ້ອງເຂົ້າຮ່ວມ.

ກອງປະຊຸມດັ່ງກ່າວ, ໄດ້ສຸມໃສ່ຕີລາຄາແລະ ທົບທວນຄືນ ສະພາບການຈັດຕັ້ງປະຕິບັດສັນຍາຮ່ວມມື ລາວຫວຽດນາມ ໄລຍະ 2011-2015; ການຈັດຕັ້ງປະຕິບັດ ບັນດາຂໍ້ຕົກລົງ ຂອງສອງກົມການເມືອງສູນກາງພັກ; ​ເນື້ອ​​ໃນບົດບັນທຶກກອງປະຊຸມ ຄັ້ງທີ 37 ​ແລະ ສັນຍາວ່າດ້ວຍການຮ່ວມມືທະວີພາຄີ ລະຫວ່າງ ສອງລັດຖະບານ ປີ 2015 ​ເພື່ອໃຫ້ເຫັນແຈ້ງອັນ​​ໃດທີ່ປະຕິບັດໄດ້ອັນໃດຍັງປະຕິບັດບໍ່ໄດ້ເຊິ່ງຈະໄດ້ເປີດໂອກາດໃຫ້ຄະນະຜູ້ແທນທັງສອງຝ່າຍສະເໜີແລະ ປະກອບຄໍາຄິດຄໍາເຫັນຮ່ວມກັນ ໃຫ້ຫລາຍຂຶ້ນກວ່າເກົ່າ; ພ້ອມທັງ ປຶກສາຫາລືທິດທາງແຜນການຮ່ວມມືທະວິພາຄີ ໄລຍະ 2016-2020 ​ແລະແຜນການຮ່ວມ ປະຈໍາປີ 2016 ​ໃຫ້ສອດຄ່ອງກັບສະພາວະຄວາມເປັນຈິງ ຂອງທັງສອງຝ່າຍແນ່ໃສ່ປະຕິບັດຂໍ້ຕົກລົງຂອງສອງກົມການເມືອງແລະ ສັນຍາວ່າດ້ວຍການຮ່ວມມືທະວີພາຄີ ລະຫວ່າງ ສອງລັດຖະບານໃຫ້ປະກົດຜົນເປັນຈິງ.

ກອງປະຊຸມຄັ້ງນີ້​, ທັງສອງຝ່າຍໄດ້ລົງນາມຮ່ວມກັນ ໃນເອກະສານສໍາຄັນຕ່າງໆຄື: ສັນຍາວ່າດ້ວຍການຮ່ວມມືທະວີພາຄີ ໄລຍະ 2016-2020, ລະຫວ່າງ ສອງລັດຖະບານຂໍ້ຕົກລົງວ່າດ້ວຍ ແຜນການຮ່ວມມື ປະຈໍາປີ 2016 ລະຫວ່າງ ສອງລັດຖະບານ; ບົດບັນທຶກກອງປະຊຸມ ຄັ້ງທີ 38, ລະບຽບການທົດລອງ ມອບໃຫ້ລັດຖະບານລາວ ເປັນຜູ້ຈັດຕັ້ງປະຕິບັດ ໂຄງການກໍ່ສ້າງໂຮງຮຽນມັດທະຍົມສົມ ບູນອານຸວົງ ທີ່ແຂວງໄຊສົມບູນ, ໂດຍມີການປະສານສົມທົບກັບຝ່າຍ ຫວຽດນາມ, ສັນຍາຮ່ວມມື ປະຈໍາປີ 2016 ລະຫວ່າງ ກະຊວງສຶກສາທິການແລະ ກິລາລາວ ກັບກະຊວງສຶກສາແລະ ບໍາລຸງສ້າງຫວຽດນາມແລະ ອື່ນໆ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...