spot_img
Homeຂ່າວເຫດການຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈໍາເດືອນ ທັນວາ 2015

ຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈໍາເດືອນ ທັນວາ 2015

Published on

PRD_9172 lathabane 1

ຂປລ. ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນ ທັນວາ 2015 ໄດ້ໄຂຂຶ້ນ ແຕ່ວັນທີ 21 ​ທັນວາ ໂດຍ​ການເປັນປະທານຂອງ ທ່ານ ທອງສິງ ທໍາມະວົງ ນາຍົກລັດຖະມົນຕີ, ມີບັນດາທ່ານຮອງນາຍົກລັດຖະມົນຕີ ​ແລະ ສະມາຊິກລັດຖະບານເຂົ້າຮ່ວມ

ກອງປະຊຸມ ໄດ້ປຶກສາຫາລື, ປະກອບຄຳຄິດຄໍາເຫັນ ແລະ ຮັບຮອງເອົາທາງດ້ານຫລັກການ ຕໍ່ບັນຫາສໍາຄັນຕ່າງໆ ດັ່ງນີ້:

ກອງປະຊຸມໄດ້ຮັບຟັງ ແລະ ພິຈາລະນາຮັບຮອງ ບົດລາຍງານຜົນການຈັດຕັ້ງປະຕິບັດຄໍາສັ່ງເລກທີ 31/ນຍ ວ່າດ້ວຍຢຸດຕິຊົ່ວຄາວ ການຄຸດຄົ້ນໄມ້ໃນເຂດປ່າຜະລິດ; ການຂຸດຄົ້ນໄມ້ ແລະ ເຄື່ອງປ່າຂອງດົງ ສົກປີ 2014-2015 ແລະ ສະເໜີຂໍອະນຸມັດແຜນການ ສົກປີ2015-2016. ປັດຈຸບັນປ່າຜະລິດ ໃນຂອບເຂດທົ່ວປະເທດ ມີຈໍານວນທັງໝົດ 51 ເຂດ, ມີເນື້ອທີ່ທັງໝົດ 3,1 ລ້ານເຮັກຕາ, ປະກອບມີ 112 ເຂດຄຸ້ມຄອງ ແລະ 330 ເຂດຄຸ້ມຄອງຍ່ອຍ. ຄຽງຄູ່ກັບການ ຈັດຕັ້ງປະຕິບັດ ເນື້ອໃນຈິດໃຈຂອງຄໍາສັ່ງ ສະບັບເລກທີ 31/ນຍ ໃນສົກປີ 2014-2015 ຢູ່ແຕ່ລະແຂວງ ໄດ້ສືບຕໍ່ຈັດຕັ້ງປະຕິບັດ ການຂຸດຄົ້ນໄມ້ ແລະ ເກັບກູ້ ເຄື່ອງປ່າຂອງດົງ ຕາມທີ່ລັດຖະບານ ກໍຄື ບັນດາແຂວງຕ່າງໆ ໄດ້ອານຸມັດ. ສໍາລັບ ໄມ້ທີ່ລັດຖະບານໄດ້ອະນຸມັດໃຫ້ຂຸດຄົ້ນນັ້ນ ປະກອບມີ: ໄມ້ໃນເຂດກໍ່ສ້າງພື້ນຖານ ໂຄງລ່າງຕ່າງໆ; ໄມ້ປຸກສ້າງ ແລະ ໄມ້ເພື່ອເປັນທຶນຊໍາລະໂຄງການ ກໍ່ສ້າງພື້ນຖານໂຄງລ່າງ.

ກອງປະຊຸມໄດ້ຮັບຟັງ ແລະ ພິຈາລະນາຮັບຮອງ ບົດລາຍງານຜົນການຈັດຕັ້ງປະຕິບັດ ຄໍາສັ່ງເລກທີ 13/ນຍ ກ່ຽວກັບການໂຈະການພິຈາລະນາ ແລະ ອານຸມັດ ໂຄງການລົງທຶນໃໝ່ ສຳລັບການຊອກຄົ້ນ ແລະ ສໍາຫລວດແຮ່ທາດ, ການປູກຢາງ ພາລາ ແລະ ໄມ້ວິກ ໃນຂອບເຂດທົ່ວປະເທດ. ຕໍ່ບັນຫາດັ່ງກ່າວ, ກອງປະຊຸມໄດ້ຊີ້ນໍາ ໃຫ້ພາກສ່ວນທີ່ກ່ຽວຂ້ອງນໍາໄປປັບປຸງຕາມການປະກອບຄໍາເຫັນ ຂອງສະມາຊິກລັດຖະບານເປັນຕົ້ນ ໂຄງການລົງທຶນໃດ ທີ່ເຫັນວ່າບໍ່ມີຄວາມສາມາດທາງ ດ້ານເສດຖະກິດສູງ, ບໍ່ໄປບໍ່ມາ ແລະ ບໍ່ປະຕິບັດພັນທະຕໍ່ລັດຖະບານ ແມ່ນໃຫ້ໂຈະໂຄງການດັ່ງກ່າວ. ຖ້າຫາກໂຄງການໃດ ມີບົດວິພາກທາງດ້ານເສດຖະກິດ ທີ່ມີປະສິດທິຜົນທາງດ້ານເສດຖະກິດສູງ, ມີແຫລ່ງທຶນທີ່ຊັດເຈນຈະແຈ້ງ ໂດຍມີການຢັ້ງຢືນຈາກທະນາຄານ ຫລືອົງການໃດໜຶ່ງທີ່ໜ້າເຊື່ອຖື ແລະ ເປັນໂຄງການທີ່ມີຄວາມຈໍາເປັນ, ມີຄວາມຕ້ອງການໃນການຊົມໃຊ້ສູງ ແມ່ນໃຫ້ອະນຸມັດ. ສໍາຄັນແມ່ນຕ້ອງດໍາເນີນຕາມ ກົນໄກຜ່ານປະຕູດຽວ ແລະ ມີການປະຕິບັດ ຕາມລະບຽບກົດໝາຍຢ່າງເຄັ່ງຄັດ. ສໍາລັບໂຄງການປູກໄມ້ວິກ-ຢາງພາລາ ໃຫ້ສືບຕໍ່ໂຈະໄວ້ກ່ອນ.

ກອງປະຊຸມໄດ້ພິຈາລະນາຮັບຮອງ ຮ່າງແຜນຍຸດທະສາດການພັດທະນາ ລະບົບສະຖາບັນ ການເງິນ-ເງິນຕາ ໄລຍະ 10 ປີ (2016-2025) ແລະ ວິໄສທັດຮອດປີ 2030 ຕໍ່ບັນຫາດັ່ງກ່າວ ກອງປະຊຸມ ໄດ້ມີທິດຊີ້ນໍາໃຫ້ພາກສ່ວນທີ່ກ່ຽວຂ້ອງ ນໍາໄປປັບປຸງຕື່ມ ຕາມການປະກອບຄໍາເຫັນຂອງ ສະມາຊິກ ລັດຖະບານ ເປັນຕົ້ນ ຕ້ອງໄດ້ປັບປຸງ ແລະ ຄົ້ນຄວ້າຕື່ມ ກ່ຽວກັບໂຄງປະກອບຂອງຍຸດທະສາດດັ່ງກ່າວ, ກໍານົດນະໂຍບາຍສິນເຊື່ອ. ໃນນັ້ນຕ້ອງກໍານົດອັດຕາດອກເບ້ຍ ເງິນກູ້-ເງິນຝາກ ຢ່າງຈະແຈ້ງ ໃນເງື່ອນໄຂເສດຖະກິດຕະຫລາດ ແລະ ການເຊື່ອມໂຍງກັບພາກພື້ນ ແລະ ສາກົນ. ອັນສໍາຄັນ ຕ້ອງຮັກສາໄດ້ສະຖຽນລະພາບທາງດ້ານເງິນຕາ ໄປຄຽງຄູ່ກັບການຊຸກຍູ້ ສົ່ງເສີມການຜະລິດຢ່າງຕັ້ງໜ້າ.ນອກນັ້ນ, ຕ້ອງສືບຕໍ່ລະດົມ ທຶນຈາກຕ່າງປະເທດໃຫ້ຫລາຍຂຶ້ນ.

ສໍາລັບບົດລາຍງານກ່ຽວກັບການສະເໜີເອົາວຽກງານຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດ ເປັນວາລະແຫ່ງຊາດ. ຈຸດປະສົງເພື່ອເຮັດໃຫ້ ສປປ ລາວ ມີຄວາມສະຫງົບທາງດ້ານການເມືອງ ແລະ ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ, ປະຊາຊົນລາວໄດ້ດໍາລົງຊີວິດຢູ່ ໃນສະພາບແວດລ້ອມ ທີ່ສະຫງົບ ປອດໄພ; ຖືເອົາການສະກັດກັ້ນ ແລະ ຕ້ານຢາເສບຕິດ ເປັນພັນທະ ແລະ ໜ້າທີ່ຄວາມຮັບຜິດຊອບຂອງໝົດທຸກຄົນໃນສັງຄົມ. ພ້ອມທັງເປັນການຈໍາກັດ ແລະ ສະກັດກັ້ນ ບໍ່ໃຫ້ເກີດມີປະກົດການຫຍໍ້ທໍ້ຕ່າງໆ ທີ່ຈະເປັນໄພອັນຕະລາຍ ແລະ ກົດໜ່ວງທ່ວງດຶງການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ ຄັ້ງທີX ຂອງພັກ ແລະ ບັນດາຄາດໝາຍສູ້ຊົນຕ່າງໆ ຂອງແຜນພັດທະນາເສດຖະກິດສັງຄົມ 5 ປີ ຄັ້ງທີ VIII ໃຫ້ບັນລຸຜົນເປັນຈິງ; ເຮັດໃຫ້ບັນດາເປົ້າໝາຍຜູ້ຜະລິດ, ປຸງແຕ່ງ, ຄ້າຂາຍ ແລະ ເສບຢາເສບຕິດ ທີ່ເປັນອັນຕະລາຍ ແລະ ສ້າງຜົນກະທົບກະເທືອນໂດຍກົງຕໍ່ຄວາມສະຫງົບ ແລະ ຄວາມເປັນລະບຽບ ຮຽບຮ້ອຍຂອງສັງຄົມ ແລະ ຄວາມໝັ້ນ ຄົງຂອງຊາດ ໄດ້ຖືກແກ້ໄຂຢ່າງເດັດຂາດ ແລະ ໂດຍໄວທັງຮັບປະກັນໃຫ້ແກ່ຄວາມປອດໄພ ໃຫ້ແກ່ການດໍາເນີນກອງປະຊຸມສາກົນຕ່າງໆທີ່ ສປປ ລາວ ຈະເປັນເຈົ້າພາບໃນປີ 2016 ທັງເປັນການຮັກສາຄໍາໝັ້ນສັນຍາທີ່ ສປປ ລາວໄດ້ປະ ກາດລົບລ້າງການປູກຝິ່ນ ໃນຂອບເຂດທົ່ວປະເທດໃນປີ 2006 ຕໍ່ອົງສະຫະປະຊາຊາດນັ້ນ ໃຫ້ມີຄວາມຍືນຍົງຢ່າງແທ້ຈິງ.

ກອງປະຊຸມໄດ້ປະກອບຄໍາຄິດຄໍາເຫັນ ແລະ ພິຈາລະນາຮັບຮອງ ຮ່າງແຜນດໍາເນີນງານແຫ່ງຊາດ ເພື່ອຄວາມສະເໝີພາບຍິງ-ຊາຍ ໄລຍະ 5 ປີ ຄັ້ງທີIII (2016-2020);ຮ່າງວິໄສທັດຮອດປີ 2030 ແລະ ຍຸດທະສາດແຫ່ງຊາດ ເພື່ອຄວາມ ສະເໝີພາບຍິງ-ຊາຍ. ຕໍ່ບັນຫາດັ່ງກ່າວ ກອງປະຊຸມ ມີທິດຊີ້ນໍາໃຫ້ພາກ ສ່ວນກ່ຽວຂ້ອງນໍາໄປປັບປຸງຕື່ມ ຕາມການປະກອບຄໍາເຫັນຂອງສະມາຊິກລັດຖະບານ ເປັນຕົ້ນ.

ບັນຫາສຸດທ້າຍ ກອງປະຊຸມ ໄດ້ພິຈາລະນາຮັບຮອງ ດໍາລັດວ່າດ້ວຍກອງທຶນທາງສະບັບປັບປຸງຈຸດປະສົງເພື່ອກຳນົດຫລັກ, ລະບຽບການກ່ຽວກັບການຄຸ້ມຄອງ, ຕິດຕາມກວດກາກອງທຶນທາງເພື່ອລະດົມ, ຂົນຂວາຍ ແລະ ສະສົມທຶນແນໃສ່ ເຮັດໃຫ້ມີທຶນພຽງພໍ ແລະ ຍືນຍົງ ນໍາໃຊ້ເຂົ້າໃນວຽກງານ ບູລະນະຮັກສາ, ສ້ອມແປງທາງຫລວງ ແລະ ຄວາມປອດໄພທາງທະໜົນ ໃຫ້ມີປະສິດທິຜົນ.

​ໃນຕອນ​ທ້າຍ​ກອງ​ປະຊຸມ ທ່ານ​ ນາຍົກລັດຖະມົນຕີ​ ໄດ້ຊີ້ນໍາໃຫ້ສະມາຊິກ​ລັດຖະບານ ນໍາ​ເອົາ​ເນື້ອ​ໃນ​ຈິດ​ໃຈທີ່​ໄດ້​ຕົກລົງ​ເປັນ​ເອກະ​ພາບ​ ໃນ​ກອງປະຊຸມ​ຄັ້ງ​ນີ້ ລວມທັງ​ບັນດາວຽກ​ງານທີ່​ເປັນຈຸດ​ສຸມ​ໃນເດືອນມັງກອນ 2016 ໄປ​ຈັດ​ຕັ້ງ​ຜັນ​ຂະຫຍາຍ ​ແລະ ຈັດຕັ້ງປະຕິບັດ​ດ້ວຍ​ຄວາມ​ຮັບຜິດຊອບສູງ ດັ່ງນີ້:​

1). ​​​ເດືອນ​ມັງກອນ ປີ 2016 ຈະ​ມີ​ຫລາຍ​ວຽກທີ່ສຳຄັນຂອງພັກ​ເຮົາ​ ​ເປັນຕົ້ນ ​ແມ່ນການ​ດຳ​ເນີນ​​ກອງ​ປະຊຸມ​ໃຫຍ່ຄັ້ງທີ X ຂອງ​ພັກ ​ແລະ ກອງ​ປະຊຸມ​ຄົບ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ເທື່ອ​ສຸດ​ທ້າຍ ຂອງ​ສະ​ໄໝ​ທີ IX ຂອງ​ພັກ ຈຶ່ງ​ສະ​ເໜີ​ໃຫ້​ບັນດາ​ສະຫາຍ ​ເອົາ​ໃຈ​ໃສ່​ກະກຽມ​ດ້ານ​ຕ່າງໆ ​ໂດຍ​ສະ​ເພາະ​ແມ່ນ​ດ້ານ ເນື້ອ​ໃນທີ່​ຈະລາ​ຍງານຕໍ່​ກອງ​ປະຊຸມ​ດັ່ງກ່າວ​ໃຫ້​ຮັດກຸມ, ຄົບ​ຖ້ວນ ​ແລະ ສອດຄ່ອງ​ກັບ​ສະພາບຄວາມ​ເປັນ​ຈີ​ງ ຂອງ​ແຕ່​ລະ​ພາກສ່ວນ. ນອກຈາກ​ນັ້ນ ກໍ​ໃຫ້​ເອົາ​ໃຈ​ໃສ່ຕື່ມ ກ່ຽວ​ກັບບັນ​ຫາ​ຄວາ​ມ​ເປັນ​ລະບຽບ​ຮຽບຮ້ອຍໃນ​ສັງຄົມ, ຄວາມ​ສະ​ຫງົບ​ປອດ​ໄພ​ຮອບດ້ານ ​ແລະ ການ​ປະດັບ​ປະດາຕົບ​ແຕ່ງສຳນັກງານ, ອົງການ ກໍ​ຄື​ຕົວ​ເມືອງ​ ໃຫ້​ມີຄວາມ​ສະອາດ​ຈົບງາມ, ພ້ອມທັງ​ສ້າງ​ຂະ​ບວນການ​ ແຂ່ງຂັນ​ຮັກຊາດ ​ແລະ ພັດທະນາ ​ເຮັດ​ໃຫ້​ກອງ​ປະຊຸມ​ໃຫຍ່ຄັ້ງທີ X ຂອງ​ພັກ ມີ​ບັນຍາ ກາດ​ທີ່​ດີ ​ແລະ ມີ​ຜົນສຳ​ເລັດ​ຢ່າງ​ຈົບງາມ.

2). ​ເອົາ​ໃຈ​ໃສ່​ຈັດຕັ້ງຜັນ​ຂະຫຍາຍ​ມະຕິ​ກອງ​ປະຊຸມ ສະ​ໄໝ​ສາມັນ​ເທື່ອ​ທີ 10 ຂອງ​ສະພາ​ແຫ່ງ​ຊາດ​ຊຸດ​ທີ VII ​ໃຫ້​ມີ​ໝາກ​ມີ​ຜົນ​ຕົວ​ຈິງ ພ້ອມ​ກັນນັ້ນ ກໍ​ໃຫ້ຄົ້ນ​ຄ້ວາ​ກະກຽມບຸກຄະລາ​ກອນ​ໃນ​ຂະ​ແໜງ​ການ​ຕົນ​ເອງ ທີ່​ຈະ​ສະໝັກ​ເຂົ້າ​ເປັນ​ສະມາຊິກ​ສະພາ​ແຫ່ງ​ຊາດ​ຊຸດ​ທີ VIII ​ໃຫ້​ຮັບປະກັນ​ໄດ້ ຜູ້​ທີ່​ມີ​ເງື່ອນ​ໄຂ ​ແລະ ມີ​ມາດຖານ​ຄົບ​ຖ້ວນ​.

3). ​ເດືອນ​ມັງກອນ​ນີ້ ກໍ​ຈະ​ແມ່ນ​ວັນ​ຄົບຮອບ 67 ປີ ຂອງ​ການ​ສ້າງຕັ້ງ ກອງທັບ​ປະຊາຊົນ​ລາວ ​ແລະ ປີ​ໃໝ່​ສາກົນ 2016 ຈຶ່ງ​ສະ​ເໜີ​ໃຫ້​ບັນດາ​ສະຫາຍ​ເອົາ​ໃຈ​ໃສ່​ສະ​ເຫລີມສະຫລອງ​ວັນ​ດັ່ງກ່າວ ​ໃຫ້​ມີ​ບັນຍາກາດ​ທີ່​ດີ, ມີ​ຄວາມ​ເປັນ​ລະ ບຽບ​ຮຽບຮ້ອຍ ​ແລະ ມີ​ຄວາມ​ສະຫງົບ​ປອດ​ໄພ ຮັບປະກັນ​ໄດ້​ດ້ານ​ເນື້ອ​ໃນ ​ແລະ ບົນ​ຈິດ​ໃຈ​ປະຢັດ.

4). ​​ໃຫ້ສືບຕໍ່​ຈັດຕັ້ງປະຕິບັດ​ແຜນ​ພັດທະນາ​ເສດຖະກິດ-ສັງຄົມ ປະຈຳ​ສົກ​ປີ 2015-2016 ກໍ​ຄື​ແຜນ​ງົບປະມານ​ແຫ່ງ​ລັດ ​ແລະ ​ແຜນ​ລາຍ​ຮັບ-ລາຍ​ຈ່າຍ ​ໃຫ້​ບັນລຸ​ຕາມ​ຄາດໝາຍ.

5). ​​ໃຫ້​ເອົາ​ໃຈ​ໃສ່​​ເຮັດວຽກ​ງານ​ປ້ອງ​ກັນຊາ​ດ-ປ້ອງ​ກັນ​ຄວາມ​ສະຫງົບ ​ໃຫ້​ມີ​ຄວາມໜັກ​ແໜ້ນ ​ແລະ ​ເຂັ້ມ​ແຂງ​ຕື່ມ ພ້ອມ​ກັນນັ້ນ ກໍ​ໃຫ້​ເອົາ​ໃຈ​ໃສ່​​ແກ້​ໄຂປະກົດ​ການ​ຫຍໍ້​ທໍ້​ຕ່າງໆ​ ໃນ​ສັງຄົມເປັນຕົ້ນ ​ແມ່ນ​ບັນຫາ​ຢາ​ເສບ​ຕິດ, ຂີ້ລັກ​ງັດ​ແງະ, ກຸ່ມ​ແກ້ງ​ອັນ​ຕະພານກວນ​ເມືອງ, ບັນຫາ​ອຸບັດຕິ​ເຫດ ​ແລະ ລົດຕິດຕາມ​ທ້ອງ​ຖະໜົນ ​ແລະ ອື່ນໆ, ພ້ອມ​ກັນນັ້ນ ​ໃຫ້​ເອົາ​ໃຈ​ໃສ່​ມີ​ສະຕິ ​ແລະ ຕິດຕາມ​ການ​ເຄື່ອນ​ໄຫ​ວຂອງ​ຄົນ​ບໍ່​ດີທີ່​ຈະ​ເຄື່ອນ​ໄຫວ​ສ້າງ​ຄວາມ​ວຸ້ນ​ວາຍ, ຄວາມ​ບໍ່​ສະຫງົບ, ຫາງ​ສຽງ​ສັງຄົມ​ໃນ​ໄລຍະ​ການ​ກະກຽມ ​ແລະ ດຳ​ເນີນ​ກອງ​ປະຊຸມ​ໃຫຍ່​ຄັ້ງທີ X ຂອງ​ພັກ ຕ້ອງ​ມີ​ມາດ​ຕະການ​ແກ້​ໄຂ​ຢ່າງ​ເຂັ້ມງວ​ດ, ​ເດັດຂາດ ​ແລະ ຕໍ່​​ເນື່ອງ, ຕ້ອງ​ແກ້​ໄຂ​ບັນຫາ​ໄວ ​ແລະ ມີ​ວິທີ​ປ້ອງ​ກັນ​ແຕ່​ຫົວທີ.

6). ​ໃຫ້​ຂະ​ແໜງ​ການ​ກ່ຽວຂ້ອງ​ຊຸກຍູ້​ຕື່ມ ກ່ຽວ​ກັບ​ຂະ​ບວນການ​ຜະລິດ​ລະດູ​ແລ້ງ​ໃຫ້​ທັນ​ເວລາ ​ແລະ ມີ​ໝາກ​ມີ​ຜົນ​ຕົວຈິງ​ກວ່າ​ເກົ່າ. ພ້ອມ​ກັນນັ້ນ ກໍ​ໃຫ້​ເອົາ​ໃຈ​ໃສ່​ປ້ອງ​ກັນ​ພະຍາດ​ລະບາດ​ຕາມ​ລະດູ​ການ, ບັນຫາ​ໜູ​ຂີ, ຕັກ​ແຕນ ​ແລະ ມີ​ມາດ​ຕະການ​ປ້ອງ​ກັນ​ໄຟ​ໄໝ້​ປ່າ ເຊິ່ງ​ອາດ​ຈະ​ເກີດ​ຂຶ້ນ​ໄວ້​ແຕ່​ຫົວທີ./.

ແຫ່ລງຂ່າວ

ຂປລ

ບົດຄວາມຫຼ້າສຸດ

ປະກາດການແຕ່ງຕັ້ງ ຮອງເລຂາພັກ ແຂວງ-ຮອງເຈົ້າແຂວງ ສາລະວັນ

ໃນວັນທີ 18 ກັນຍາ 2024 ແຂວງສາລະວັນ ໄດ້ຈັດພິທີປະກາດ ແຕ່ງຕັ້ງຮອງເລຂາພັກແຂວງ, ຮອງເຈົ້າແຂວງໆສາລະວັນ, ທີ່ສະໂມສອນແຂວງ, ໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ...

ເປີດຢ່າງເປັນທາງການ ກອງປະຊຸມເຈົ້າຄອງນະຄອນຫຼວງອາຊຽນ ປີ 2024

ກອງປະຊຸມເຈົ້າຄອງນະຄອນຫຼວງອາຊຽນ (MGMAC) ແລະ ກອງປະຊຸມເວທີເຈົ້ານະຄອນອາຊຽນ (AMF) ປີ 2024  ເປີດຂຶ້ນຢ່າງເປັນທາງການໃນວັນທີ 18 ກັນຍານີ້ ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ສປປ ລາວ,...

ພິຈາລະນາ ສະເໜີຂໍໃຫ້ອະໄພຍະໂທດ ແກ່ນັກໂທດ ປະຈໍາປີ 2024

ໃນຕອນເຊົ້າວັນທີ 18 ກັນຍາ 2024 ນີ້ ຢູ່ທີ່ຫ້ອງປະຊຸມຂອງອົງການໄອຍະການປະຊາຊົນສູງສຸດ ໄດ້ຈັດກອງປະຊຸມຄະນະກໍາມະການອະໄພຍະໂທດ ລະດັບຊາດ ເພື່ອຄົ້ນຄວ້າພິຈາລະນາການສະເໜີຂໍໃຫ້ອະໄພຍະໂທດ ແກ່ນັກໂທດປະຈໍາປີ 2024 ໂດຍການເປັນປະທານຂອງ ພົນເອກ ວິໄລ...

ແຈ້ງເຕືອນໄພສະບັບທີ 2 ພາຍຸຫນູນເຂດຮ້ອນ ໃນລະຫວ່າງວັນທີ 18 – 22 ກັນຍາ 2024

ພາຍຸດີເປຣຊັນ ກາລັງເຄື່ອນທີຢູ່ເຂດທະເລຈີນໃຕ້ ຕອນກາງ ດ້ວຍຄວາມໄວ 25 ກິໂລແມັດຕໍ່ ຊົ່ວໂມງ ຊຶ່ງໃນເວລາ 8 ໂມງ 25 ນາທີ ມີຈຸດສູນ ກາງ...