spot_img
Homeຂ່າວການສຶກສາເບຍລາວ ມອບທຶນການສຶກສາໃຫ້ສອງສະຖາບັນການສຶກສາ

ເບຍລາວ ມອບທຶນການສຶກສາໃຫ້ສອງສະຖາບັນການສຶກສາ

Published on

_8880046 bealao 1

ຂປລ.​ໃນ​ວັນ​ທີ 23 ທັນວາ 2015 ທ່ານ ກິດສະໜາ ວົງ​ໄຊ ຜູ້ອຳນວຍການ​ໃຫຍ່ ບໍລິສັດ​ເບຍ​ລາວ ຈຳກັດ ​ໄດ້​ເປັນກຽດມອບ​ທຶນ​ການ​ສຶກສາ ​ໃຫ້​ສອງ​ສະ​ຖາ​ບັນ ປະຈຳ​ສົກ​ປີ 2015-2016 ​ຄື: ມະຫາວິທະຍາ​ໄລ​ແຫ່ງ​ຊາດ ກະຊວງ​ສຶກສາ​ທິການ ​ແລະ ກິລາ ຈຳນວນ 120 ທຶນ, ມູນ​ຄ່າ 349 ລ້ານ​ກີບ ​ແລະ ສະ​ຖາ​ບັນ​ວິຈິດ​ສິນ​ແຫ່ງ​ຊາດ ກະຊວງ​ຖະ​ແຫລ​ງຂ່າວ, ວັດທະນະທຳ ​ແລະ ທ່ອງ​ທ່ຽວ ຈຳນວນ 30 ມູນ​ຄ່າ 91 ລ້ານ​ກີບ ​ລວມ: 440 ລ້ານ​ກີບ. ເພື່ອ​ຊຸກຍູ້​ໃຫ້​ນັກ​ສຶກສາ​ຜູ້​ມີ​ຄຸນສົມບັດ​ດີ,ຮຽນ​ດີ, ຖານະ​ຄອບຄົວ​ທຸກ​ຍາກ, ​ເປັນ​ລູກ​ກຳພ້າ-ກຳພອຍ ​ໃຫ້​ໄດ້​ສຶກສາ​ຮ່ຳຮຽນຈົບ​ລະດັບ​ມະຫາວິທະ ຍາ​ໄລ.

ການສະໜັບສະໜູນການ​ສຶກສາ ​ໃນ​ສົກ​ປີ 2015-2016 ນີ້, ​ທາງບໍລິສັດ​ເບຍ​ລາວ ​ໄດ້​ມອບ​​ໃຫ້ກ່ອນໜ້າ​ແລ້ວ​ປະກອບ​ມີ ມະຫາວິທະຍາ​ໄລ ສຸພາ​ນຸວົງ ​ແຂວງ​ຫລວງ​ພະ​ບາງ ຈຳນວນ 55 ທຶນ, ມູນ​ຄ່າ 148 ລ້ານ​ກວ່າ​ກີບ, ມະຫາວິທະຍາ​ໄລ ຈຳປາ​ສັກ 40 ທຶນ, 118 ລ້ານ​ກີບ, ມະຫາວິທະຍາ​ໄລ​ສະຫວັນ​ນະ​ເຂດ 45 ທຶນ, ມູນ​ຄ່າ131 ລ້ານ​ກີບ, ວິທະຍາ​ໄລ​ຄູ​ປາກ​ເຊ ​ແຂວງ​ຈຳປາ​ສັກ 20 ທຶນ, ມູນ​ຄ່າ 64 ລ້ານ​ກີບ ​ແລະ ວິທະຍາ​ໄລ​ຄູສະຫວັນ​ນະ​ເຂດ ​ແຂວງ​ສະຫວັນ​ນະ​ເຂດ 20 ທຶນ, ມູນ​ຄ່າ 64ລ້ານ​ກີບ, ລວມທັງໝົດ 320 ທຶນ, ມູນ​ຄ່າ 966 ລ້ານ​ກີບ. ສຳລັບ​ສົກ​ປີ 2013-2014 ​ແລະ ສົກ​ປີ 2014-2015 ຜ່ານ​ມາ ບໍລິສັດ ​ເບຍ​ລາວ ​ໄດ້​ຊ່ວຍ​ທຶນ​ການ​ສຶກສາ ​ໃຫ້​ແກ່ 6 ສະ​ຖາ​ບັນ ລວມ 504 ທຶນ, ມູນ​ຄ່າ 1.419 ລ້ານ​ກີບ.

ນັບ​ແຕ່​ປີ 2010 ຈົນ​ເຖິງ​ປັດຈຸບັນ ​ເບຍ​ລາວ​ໄດ້​ໃຫ້ການ​ສະໜັບສະໜູນສະ​ເພາະ​ນັກ​ສຶກສາ​ຂັ້ນ​ມະຫາວິທະຍາ​ໄລ​ທົ່ວ​ປະ​ເທດ ຈຳນວນ 1.418 ທຶນ, ມູນ​ຄ່າ3.421 ລ້ານ​ກວ່າ​ກີບ. ສະ​ເພາະ​ການ​ຊຸກຍູ້​ຄະນະ​ກຳມະການ ກອງ​ທຶນ​ການ​ສຶກສາ​ແກ່​ສະ​ຖາ​ບັນ​ຕ່າງໆ ມີ​ມູນ​ຄ່າ​ກວາ 400 ລ້ານ​ກີບ​ໃນ 5 ປີ ຜ່ານມາ./.

ແຫ່ລງຂ່າວ

ຂປລ

ບົດຄວາມຫຼ້າສຸດ

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...

ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3

ອົງຄະນະພັກ ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3 ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ...

ແຈ້ງເຕືອນຈາກກົມໃຫຍ່ຕຳຫຼວດ ໃຫ້ລະວັງ 10 ລັກສະນະການກໍ່ເຫດທີ່ເປັນການສໍ້ໂກງຊັບ ຖ້າພົບເຫັນເຫດລັກສະນະນີ້ ສາມາດແຈ້ງດຳເນີນຄະດີໄດ້

- ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລົງວັນທີ 05 ມັງກອນ 2022 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມໃຫຍ່ຕໍາຫຼວດ. ເພື່ອປ້ອງກັນ ບໍ່ໃຫ້ທຸກຄົນໃນສັງຄົມ ຕົກເປັນເຫຍື່ອຂອງກຸ່ມແກ້ງສໍ້ໂກງຊັບທາງໂທລະຄົມ ແລະ...