spot_img
Homeອຸບັດເຫດແລະປາກົດການຫຍໍ້ທໍ້ອາທິດ​ຜ່ານ​ມາ​ ຢູ່​ນະຄອນຫຼວງ​ວຽງ​ຈັນ​ ມີ​ຜູ້​ເສຍ​ຊີວິດ 9 ຄົນ ຍ້ອນ​ອຸປະຕິ​ເຫດ

ອາທິດ​ຜ່ານ​ມາ​ ຢູ່​ນະຄອນຫຼວງ​ວຽງ​ຈັນ​ ມີ​ຜູ້​ເສຍ​ຊີວິດ 9 ຄົນ ຍ້ອນ​ອຸປະຕິ​ເຫດ

Published on

12375056_828586907267238_1698559793496076495_o

​ໃນ​ວັນ​ທີ 21 ທັນວານີ້, ​ເຈົ້າ​ໜ້າ​ທີ່ຕຳຫຼວດ​ຈະລາຈອນ, ນະ ຄອນຫຼວງ​ວຽງ​ຈັນ ​ໃຫ້​ຮູ້​ວ່າ: ​ເຖິງຈະ​ເຮັດ​ໜ້າ​ທີ່​ຢ່າງ​ຕັ້ງໜ້າ, ກໍ​ບໍ່​ສາມາດ​ຢັບຢັ້ງ​ບັນຫາ​ອຸປະ​ຕິ​ເຫດ​ໃຫ້​ຫຼຸດ​ລົງ​ໄດ້, ​ເນື່ອງ​ຈາກ​ວ່າ​ຜູ້​ຂັບ​ຂີ່​ຍັງ​​ກົດລະ​ເມີດ​ລະບຽບ​ຈະລາຈອນ​ເປັນ​ຕົ້ນ​ແມ່ນ​ການ​​ຂີ່​ລົດ​ໄວ​ເກີນ​ຂອບ​ເຂດ, ​ດື່ມ​ສິ່ງ​ມຶນ​ເມົາ​ແລ້ວຂັບ​ຂີ່ ​ແລະ ອື່ນໆ ຈຶ່ງ​ເຮັດ​ໃຫ້​ມີ​ອຸ​ປະຕິ​ເຫ​ດ​ເກີດ​ຂຶ້ນຫຼາຍ, ຊຶ່ງ​ພຽງ​ອາທິດ​ຜ່ານ​ມາ​ຢູ່​ນະຄອນຫຼວງ​ວຽງ​ຈັນ​ມີ​ອຸປະຕິ​ເຫດ​ເກີດ​ຂຶ້ນ​ 34 ຄັ້ງ, ​ມີ​ຜູ້​ເສຍ​ຊີວິ​ດ 9 ຄົນ, ມີ​ຜູ້​ໄດ້​ຮັບ​ບາດ​ເຈັບ​ຫຼາຍ​ກ່ວາ 40 ຄົນ ​ໃນ​ນັ້ນ​ມີ 10 ຄົນ ​ໄດ້​ຮັບ​ບາດ​​ເຈັບ​ສາຫັ​ດ, ມີ​ພາຫະນະ​ເປ່​ເພ​ເສຍຫຼາຍ​ກ່ວາ 60 ຄັນ, ມີ​ໜຶ່ງ​ຄັນ​​ເປ່​ເພ​ໜັກ​ຈົນ​ໃຊ້​ການ​ບໍ່​ໄດ້ ​ແລະ ລວມມີຄ່າ​ເສຍ​ຫາຍ​ທັງ​ໝົດປະມານ 330 ລ້ານກີບ. ​ເມື່ອ​ທຽບ​ໃສ່​ອາທິ​ດຜ່ານ​ມາ​ເຫັນ​ວ່າມີ​ຜູ້​ເສຍຊີວິ​ດ​ເພີ່ມ​ຂຶ້ນ, ​ເຈົ້າ​ໜ້າ​ທີ່​ໃຫ້​ທັດສະນະ​ວ່າ ເພື່ອ​ຫຼີ​ກລ່ຽງບັນຫາດັ່ງກ່າວ​, ​ຜູ້​ໃຊ້​ລົດ-​ໃຊ້​ຖະໜົນຕ້ອງ​ປະຕິບັ​ດ​ລະບຽບຈະລາຈອນ​ວ່າງ​ອອກ​ໃຫ້​​ເຂັ້ມ​ງວດ, ມີ​ມາລະຍາດ​ໃນ​ການ​ຂັບ​ຂີ່, ບໍ່​ຄວນ​ໝີ່​ນປະໝາ​ດ ​ແລະ ​ໃຫ້​ກຽ​ດ​ເຊິ່ງກັນ ​ແລະ ກັນ ກໍ​ຈະ​ຊ່ວຍ​ໃຫ້​ອຸປະຕິ​ເຫດ​ຫຼຸ​ດຜ່ອນ​ລົງ​ໄດ້.

 

ແຫລ່ງຂ່າວ:

ລພນ

 

 

ບົດຄວາມຫຼ້າສຸດ

ຣັດເຊຍເກີດແຜ່ນດິນໄຫວຮຸນແຮງລະດັບ 8.7 ຣິກເຕີ ທາງດ້ານຍີ່ປຸ່ນກຽມຮັບມືກັບຄຶ້ນໃຫຍ່ສຶນາມິ

ທາງການຣັດເຊຍເປີດເຜີຍ: ຄຶ້ນສຶນາມິສູງ 3-4 ແມັດ ພັດເຂົ້າສູ່ແຄມຝັ່ງທາງຕາເວັນອອກ ຫຼັງເກີດແຜ່ນດິໄຫວລະດັບ 8.7 ຣິກເຕີ ເບື້ອງຕົ້ນບໍ່ມີລາຍງານຜູ້ເສຍຊີວິດ ແລະ ບາດເຈັບ. ອີງຕາມສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 30 ກໍລະກົດ 2025,...

ເສຍຫາຍຫຼາຍສົມຄວນ! ປະເມີນຜົນກະທົບຈາກໄພພິບັດ ແລະ ແນວທາງການຊ່ວຍເຫຼືອຟື້ນຟູ

ລາວໄດ້ຮັບຜົນກະທົບທັງໝົດ 34 ເມືອງ ແລະ ເສຍຊີວິດ 4 ຄົນ ຈາກຜົນກະທົບຈາກພາຍຸວິພາ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ຈັດກອງປະຊຸມເພື່ອປຶກສາຫາລືກ່ຽວກັບການປະເມີນຜົນກະທົບ, ຜົນເສຍຫາຍ ແລະ ແນວທາງຟື້ນຟູສຸກເສີນ ບັນດາແຂວງທີ່ໄດ້ຮັບຜົນກະທົບຈາກພາຍຸວິພາ ໃນວັນທີ...

ທ່ານຮູ້ຫຼືບໍ່? ສິນຄ້າສົ່ງອອກ ທີ່ໄດ້ຮັບການຍົກເວັ້ນ ອມພ (VAT) ມີຫຍັງແດ່?

ທ່ານຮູ້ຫຼືບໍ່? ສິນຄ້າສົ່ງອອກ ທີ່ໄດ້ຮັບການຍົກເວັ້ນ ອມພ (VAT) ມີຫຍັງແດ່? ອມພ ອາກອນມູນຄ່າເພີ່ມ ຫຼື VAT : ແມ່ນອາກອນມູນຄ່າເພີ່ມທີ່ເກັບຕາມມູນຄ່າສິນຄ້າ ຫຼື ການບໍລິການໃນປະເທດ ແລະ...

ຂ່າວດີ! ສົກຮຽນ 2025-2026 ມຊ ຈະຮັບນັກສຶກສາໃໝ່ 5.670 ຄົນ

ສົກຮຽນ 2025-2026 ມະຫາວິທະຍາໄລແຫ່ງຊາດ(ມຊ) ມີແຜນຮັບນັກສຶກສາໃໝ່ ໃນທຸກໆຫລັກສູດປະລິນຍາຕີ ຈໍານວນ 5.670 ຄົນ. ໃນສົກສຶກສາ 2025-2026 ມະຫາວິທະຍາໄລແຫ່ງຊາດ(ມຊ) ມີແຜນຮັບນັກສຶກສາໃໝ່ ໃນທຸກໆຫລັກສູດປະລິນຍາຕີ ຈໍານວນ 5.670...