Homeຂ່າວການພັດທະນາສົນທະນາພາຍໃຕ້ຫົວຂໍ້ “ ການມີສ່ວນຮ່ວມຂອງໄວໜຸ່ມໃນການພັດທະນາ ”

ສົນທະນາພາຍໃຕ້ຫົວຂໍ້ “ ການມີສ່ວນຮ່ວມຂອງໄວໜຸ່ມໃນການພັດທະນາ ”

Published on

conversation

ວັນ​ທີ 18 ທັນວາ​ນີ້, ສູນ​ກາງຊາວ​ໜຸ່ມ​ລາວ​ຮ່ວມ​ກັບ​ອົງການ​ສະຫະ​ປະຊາ​ຊາດ​ກອງ​ທືນສຳລັບ​ປະຊາກອນ (UNFPA) ຈັດ​ເວທີ​ສົນທະນາ​ພາຍ​ໃຕ້​ຫົວ​ຂໍ້ : “ ການ​ມີ​ສ່ວນ​ຮ່ວມ​ຂອງ​ໄວ​ໜຸ່​ມ​ໃນ​ການ​ພັດທະນາ​” ຂຶ້ນທີ່​ໂຮມ​ແຮມ​ວຽງ​ຈັນ​ພາ​ຊາ,​ ​ນະຄອນຫຼວງ​ວຽງ​ຈັນ,​ ໂດຍ​ມີ​ຜູ້​ຕ່າ​ງໜ້າ​ຈາກ​ສູນ​ການ​ຊາວ​ໜຸ່ມ, ສະພາ​ແຫ່ງ​ຊາດ, ສະຫະພັນ​ແມ່ຍິງລາວ ​ແລະ ຜູ້​ຕ່າງ​ໜ້າ​ຈາກ​ອົງການ​ຈັດ​ຕັ້ງ​ສາກົນ​ເຂົ້າ​ຮ່ວມ​​ເພື່ອ​ແລກປ່ຽນບັນຫາ​ຕ່າງໆ​ດ້ວຍ​ກັນ​, ​ໂດຍ​ສ່ວນ​ຫຼາຍ​ແມ່ນ​​ເນັ້ນ​​ໃສ່​ຍຸດ​ທະ​ສາດ​ການ​ພັດທະນາ​ໄວ​ໜຸ່ມ ​ແລະ ຜົນ​ການ​ວິ​ໄຈ​ສະພາບ​ຊາວ​ໜຸ່ມ-​ເຍົາວະ​ຊົນ​ຢູ່​ສປປລາວ, ​ໂດຍ​ສະ​ເພາະ​ແມ່ນ​ການ​ມີສ່ວນ​ຮ່ວມ​ຂອງ​ໄວ​ໜຸ່ມ​ເຂົ້າ​ໃນ​ວຽກ​ງານ​ຕ່າງໆ​ເຊັ່ນ: ການ

ວາງ​ແຜນ​ພັດທະນາ​ປະ​ເທດ​, ວຽກ​ງານ​ບົດບາດ​ຍິງ-ຊາຍ ​ແລະ ສິດທິ​ຂອງ​ໄວ​ໜຸ່ມ​ຍິງ​​ໃນ​ການ​ມີ​ສ່ວນ​ຮ່ວມ​ບໍລິຫານ​ແຕ່ລະ​ຂັ້ນ ​ແລະ ການສະ​ໜອງ​ຂໍ້​ມູນ​ຂ່າວສານ, ຊຶ່ງ​ຕາມ​ຜົນ​ການ​ວິ​ໄຈ​ສະພາບ​ໄວ​ໜຸ່ມ-​ເຍົາວະ​ຊົນ​ຢູ່​ ສປປ ລາວ ( AYSA ) ​ໄດ້​ຊີ້​ໃຫ້​ເຫັນ​ວ່າ: ​ໃນ​ຜ່ານ​ມາ​ນີ້​​ໄວ​ໜຸ່ມບໍ່​ຄ່ອຍ​​ມີ​ໂອກາດ​​ໄດ້ປະກອບສ່ວນ​ໃນ​ການ​ຕັດສິນບັນຫາ​ທີ່​ກ່ຽວຂ້ອງ​ກັບ​ຊີວິດ​ຂອງ​ເຂົາ​ເຈົ້າ​ໃນ​ທຸກ​ລະດັບ, ​ໂດຍ​ສະ​ເພາະ​ແມ່ນ​ຢູ່​ເຂດ​ຊົນນະບົດ, ອາດ​ບໍ່​ມີ​ຜູ້ຕ່າງ​ໜ້າ​ຂອງ​ຊາວ​ໜຸ່ມ​ຢູ່​ໃນ​ບ້ານຫຼື ​ໂອ​ກາ​ດ ຂອງ​​ການ​ມີ​ສ່ວນ​ຮ່ວມ​ອາດ​ບໍ່​ມີ​ຫຼາຍ, ສຳລັບ​ໄວ​ໜຸ່​ມ​ໃນ​ຕົວ​ເມືອງ​ປາກົດ​ວ່າຄວາມ​ຕ້ອງການ​ທີ່​ຈະ​ປະກອບສ່ວນ​ມີ​ຫຼາຍ​ແຕ່​ມີ​ເວທີ​ຈຳກັດ,​ ໂດຍ​ສະ​ເພາະ​ຜູ້​ທີ່​ມີ​ລະດັບ​ການ​ສຶກສາ​ຕ່ຳ, ນອກຈາກ​ນັ້ນ​ໄວ​ໜຸ່ມ​ຍັງ​ມີ​ຂໍ້​ຈຳກັດ​ໃນ​ການ​ມີ​ສ່ວນ​ຮ່ວມ​, ​ເນື່ອງມາ​ຈາກ​ແນວ​ຄວາມ​ຄິດ​ຂອງ​ຕົນ​ເອົງ​​,​ ຍັງ​ຖືກ​ຈຳກັດ​ຍ້ອນ​ແນວ​ຄວາມ​ຄິດ​ຂອງ​ພໍ່​ແມ່ ​ແລະ ຜູ້ນຳ​ໃນ​ທ້ອງ​ຖິ່ນ, ປາສະຈາກ​ການ​​ເປັນ​ຕົວ​ແທນ​ຈາກ​ອົງການ​ຈັດຕັ້ງ​ເຊັ່ນ: ສູນ​ກາງ​ຊາວ​ໜຸ່ມ, ຊຶ່ງ​ໝາຍ​ຄວາມ​ວ່າ​ບໍ່​ມີ​ເວທີ​ສຳລັບ​ການ​ອອກສຽງ​ຂອງ​ໄວ​ໜຸ່ມ ​ແລະ ​ເຍົາວະ​ຊົນ​ໃນ ສປປ ລາວ. ດັ່ງ​ນັ້ນ​ອຸປະສັກ​​ໃນການ​ມີ​ສ່ວນ​ຮ່ວມ​ຂອງ​​ໄວ​ໜຸ່ມ​​ໃນ​ຂະ​ບວນການ​ຕັດສິນ​ບັນ​ຫາ​ໃນ​ທຸກ​ລະດັບ​ແມ່ນ​ມີ​ຫຼາຍ​ເຊັ່ນ: ການ​ສຶກສາ, ທັດ​ສະ​ຂອງ​ໄວ​ໜຸ່ມ​​ເອງ, ຂາດ​ຂໍ້​ມູນ​ຂ່າວສານ, ຄວາມ​ສະ​ເໝີ​ພາບ​ລະຫວ່າງ​ຍິງ-ຊາຍ, ພາສາ, ຖານະ​ທາງດ້ານ​ການ​ເງິນ, ທັດສະນະ​ຄະຕິ​ຂອງ​ຜູ້​ໃຫຍ່,ວັດທະນະທຳ ​ແລະ ​ອື່ນໆ ​ເພື່ອ​ທັບ​ມ້າງ​ອຸ​ປະ​ສັກ​ດັ່ງກ່າວ​ມັນ​ມີຄວາ​ມຈຳ​ເປັນ​ຕ້ອງ​ໄດ້​ເຮັດ​ວຽກ​ຮ່ວມ​ກັບ​ໄວ​ໜຸ່ມ​ເພື່ອເປັນ​ຄູ່​ຮ່ວມ​ງານ, ສ້າງ​ຄວາ​ມອາດ​ສາມາດ, ທັດສະ ​ແລະ ຄວາມ​ໝັ້ນ​ໃຈ, ລວມທັງ​ສ້າງ​ສະພາບ​​ແວດ​ລ້ອມ​ທີ່​ເອື້ອ​ອຳ​ນວຍ​ເພື່ອ​ຊຸກຍູ້​ໃຫ້​ໄວ​ໜຸ່ມ​ປະກອບ​ສ່ວນ​​ເຂົ້າ​ໃນ​ການ​ພັດທະນາ​ປະ​ເທດ​ຊາດ​ໃນ​ທຸກ​ລະດັບ ​ແລະ ​ເພື່ອຮັບປະກັນ​ການ​ມີ​ສ່ວນ​ຮ່ວມ​ຂອງ​ໄວ​ໜຸ່ມ,​ ພວກ​ເຮົາ​ຕ້ອງ​ໄດ້​ຮັບປະ​ກັນ​ວ່າ​: ​​ໄວ​ໜຸ່ມ​ເປັນ​ບຸລິມະສິດ ​ແລະ ​ເປັນ​ໃຈກາງ​ຂອງ​ການ​ພັດທະນາ, ຮັບ​ຮູ້ ​ແລະ​ ​ເຂົ້າ​ໃຈຄວາມ​ຫຼາກ​ຫຼາຍ​ໃນ​ກຸ່ມ​ໄວ​ໜຸ່ມ ​ແລະ ສ້າງ​ໂອກາດ​ໃຫ້​ເຂົາ​ເຈົ້າ,​ ໂດຍ​ສະ​​ເພາະ​ແມ່ນ​ຜູ້​ທີ່​ມີ​ຄວາມ​ສ່ຽງ ​​ແລະ ດ້ອຍ​ໂອກາດ​ເພື່ອ​​ໃຫ້​ເຂົາ​ເຈົ້າ​ກ້າ​ສະ​ແດງ​ອອກ ​ແລະ ສ້າງ​ຄວາມ​ຮ່ວມ​ມື​ລະຫວ່າງ​ໄວ​ໜຸ່ມ ​ແລະ ຜູ້​ໃຫຍ່ ​ເພື່ອ​ສ້າງ​ຄວາມ​ເຂົ້າ​ໃຈ​ກ່ຽວ​ກັບ​ໄວ​ໜຸ່ມ.

ອົງການ​ສະຫະ​ປະຊາ​ຊາດ​ກອງ​ທືນສຳລັບ​ປະຊາກອນ​​ໃຫ້​ຮູ້​ອີກ​ວ່າ: ສປປ ລາວ​ ເປັນ​ໜຶ່ງ​ໃນບັນດາ​ປະ​ເທດ​ທີ່​ມີ​ປະຊາກອນ​ໜຸ່ມ​ຫຼາຍ​ທີ່​ສຸດ​ໃນ​ຂົງ​ເຂດ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ 60% ຂອງ​ປະຊາ​ກ່ອນ​ທັງ​ໝົດ​ແມ່ນ​ມີ​ອາຍຸ​ຕ່ຳ​ກ່ວາ25 ປີ ​ແລະ ປະ​ເທດ​ລາວ​ຈະ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຢ່າງ​ຫຼວງ​ຫຼາຍດ້ານ​ປະຊາກອນ​ຖ້າ​ຫາກ​ວ່າ​ມີ​ການ​ລົງ​ທຶນທີ່​ເໝາະ​ສົມແລະ ພຽງພໍ, ສະ​ນັ້ນ ​ການ​ລົງ​ທຶນ​ໃສ່​ໄວ​ໜຸ່ມ, ເພື່ອ​ໃຫ້​ເຂົ້າ​ເຈົ້າ​ມີ​ສ່ວນ​ຮ່ວມ​ໃນ​ຂະ​ບວນຕັດສິນ​ບັນຫາ​ຈຶ່ງ​ເປັນ​ສິງ​ສຳຄັນ​ໃນ​ການ​ພັດທະນາ.

ແຫ່ລງຂ່າວ

ລພນ

ບົດຄວາມຫຼ້າສຸດ

ສປປ ລາວ ສືບຕໍ່ແກ້ໄຂລະເບີດບໍ່ທັນແຕກທີ່ຕົກຄ້າງ ແລະ ຊ່ວຍເຫຼືອຜູ້ປະສົບເຄາະຮ້າຍຢ່າງຕໍ່ເນື່ອງ.

ພາຍຫຼັງສົງຄາມໄດ້ສິ້ນສຸດລົງມາເປັນເວລາຫຼາຍກວ່າ 60 ປີ, ບັນຫາລະເບີດບໍ່ທັນແຕກ ທີ່ຕົກຄ້າງ ຢູ່ ສປປ ລາວ ຍັງເປັນໜຶ່ງໃນບັນຫາທີ່ສົ່ງຜົນກະທົບຕໍ່ປະຊາຊົນ ແລະ ການພັດທະນາຂອງ ສປປ ລາວ. ນັບແຕ່ປີ...

ລາວຕັ້ງເປົ້າໃຫຍ່! ກຽມປັ້ນນິຄົມອຸດສາຫະກຳແຫ່ງໃໝ່ ຄາດວ່າຈະມີນັກທຸລະກິດເຂົ້າມາລົງທຶນຫຼາຍກວ່າ 90 ບໍລິສັດ, ສ້າງວຽກເຮັດງານທຳໄດ້ປະມານ 10,000 ຄົນ

ສປປ ລາວ ກຽມສຶກສາຄວາມເປັນໄປໄດ້ໃນການສ້າງຕັ້ງນິຄົມອຸດສາຫະກຳແຫ່ງໃໝ່ ເພື່ອດຶງດູດເມັດເງິນລົງທຶນຈາກຕ່າງປະເທດ ໂຄງການດັ່ງກ່າວຊື່ວ່າ “ນິຄົມອຸດສາຫະກຳ ວຽງຈັນ-ລີ່ຕູ້ (Vientiane-Lidu Industrial Park) ຕັ້ງຢູ່ ເມືອງປາກງື່ມ, ນະຄອນຫຼວງວຽງຈັນ, ກວມເອົາເນື້ອທີ່ປະມານ...

ທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ວາງທິດທາງໃນຕໍ່ໜ້າ ເພື່ອກ້າວໄປສູ່ການລຶບລ້າງອາວຸດ (ລະເບີດ) ໃຫ້ໝົດສິ້ນຢ່າງຖາວອນ

ກອງປະຊຸມທົບທວນສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 (The 3rd Review Conference of the Convention on Cluster Munitions) ໄດ້ໄຂຂຶ້ນຢ່າງເປັນທາງການ...

ໂຄງການເກັບກູ້ລະເບີດແຫ່ງຊາດ ຕ້ອນຮັບການມາຢ້ຽມຢາມຂອງບັນດາຄະນະຜູ້ແທນກອງປະຊຸມທົບທວນສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ.

ໂຄງການເກັບກູ້ລະເບີດແຫ່ງຊາດ ຕ້ອນຮັບການມາຢ້ຽມຢາມຂອງບັນດາຄະນະຜູ້ແທນກອງປະຊຸມທົບທວນສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 ເຂົ້າສູ່ສະໜາມປະຕິບັດງານພາກສະໜາມ ຂອງ ຄກລ ຢູ່ທີ່ບ້ານພິກໃຫຍ່, ນະຄອນຫຼວງພະບາງ, ແຂວງຫຼວງພະບາງ. ທ່ານ ອານຸພາບ ວົງໜໍ່ແກ້ວ, ຮອງລັດຖະມົນຕີ ກະຊວງການຕ່າງປະເທດ...