Homeຂ່າວພາຍ​ໃນສູນ​ກາງ​ຊາວ​ໜຸ່ມ​ປະຊາຊົນ​ປະຕິວັດ​ລາວ​ຫວນ​ຄືນ​ມູນ​ເຊື້ອ ວັນ​ສ້າງຕັ້ງກອງທັບ​ປະຊາຊົນ​ລາວ​ຄົບຮອບ 65 ປີ

ສູນ​ກາງ​ຊາວ​ໜຸ່ມ​ປະຊາຊົນ​ປະຕິວັດ​ລາວ​ຫວນ​ຄືນ​ມູນ​ເຊື້ອ ວັນ​ສ້າງຕັ້ງກອງທັບ​ປະຊາຊົນ​ລາວ​ຄົບຮອບ 65 ປີ

Published on

 ສູນ​ກາງ​ຊາວ​ໜຸ່ມ​ ປະຊາຊົນ ​ປະຕິວັດ​ລາວ (ຊປປລ)  ​ໄດ້​ຈັດ​ພິທີ​ເລົ່າ​ມູນ​ເຊື້ອວັນ​ສ້າງຕັ້ງກອງທັບ​ຄົບຮອບ 65 ປີ (20/01/1949-20/01/2014) ຂຶ້ນ​ໃນ​ວັນ​ທີ 14 ມັງກອນ 2014 ຢູ່​ທີ່​ຫໍ​ວັດທະນະ​ທຳ​ແຫ່ງ​ຊາດ​, ໃຫ້​ກຽດ​ເລົ່າ​ມູນ​ເຊື້ອ​ໂດຍ​ທ່ານ ພົນ​ເອກ ສີສະ​ຫວາດ ​ແກ້ວ​ບຸນ​ພັນ ອະ​ດີດ​ ກຳມະການ​ກົມ​ການ​ເມືອງ​ສູນ​ກາງ​ພັກ, ອະ​ດີດ​ປະທານ​ສູນ​ກາງ​ແນວ​ລາວ​ສ້າງ​ຊາດ, ມີ​ທ່ານ ດຣ ວິ​ໄລ​ວົງ ບຸດ​ດາ​ຄຳ ​ເລຂາ​ຄະນະ​ບໍລິຫານ​ງານ​ ຊປປລ, ມີ​ບັນດາ​ຄະນະ​ບໍລິຫານ​ງານ​ຊາວ​ໜຸ່ມ ຊປປລ ແລະ ​ເລ​ຂາ, ຮອງ​ເລຂາ​ ​ແລະ ສະມາຊິກ​ຊາວ​ໜຸ່ມ​ປະຊາຊົນ​ ປະຕິວັດ​ລາວ​ ຈາກ​ບັນດາ​ກະຊວງ​ຕ່າງໆ ​ເຂົ້າ​ຮ່ວມ.

ໃນ​ໂອກາດ​ນີ້ ທ່ານ ພົນ​ເອກ ສີສະ​ຫວາດ ​ແກ້ວ​ບຸນ​ພັນ  ​ໄດ້​ຍົກ​ໃຫ້​ເຫັນ​​ການ​ກຳ​ເນີ​ດ ​ແລະ ​ເຕີບ​ໃຫຍ່​ຂະຫຍາຍຕົວຂອງ​ກອງທັບ​ປະຊາຊົນ​ລາວ ​​ເຊັ່ນ: ການ​ກຳ​ເນີ​ດ​ເກີດ​ຂຶ້ນຂອງ​ກອງ​ລາດ​ຊະ​ວົງ ​ເຊິ່ງໄດ້​ສ້າງຕັ້ງຂຶ້ນ​ໃນ​ວັນ​ທີ 20 ມັງກອນ 1949  ຢູ່​ເຂດ​ລາວ​ຮຸ່ງ​ພຽງ​ສາ ​​ເມືອງ​ຊຽງ​ຄໍ້ ​ແຂວງ​ຫົວພັນ ​ໂດຍ​ແມ່ນ​ທ່ານ ​ໄກສອນ ພົມວິຫານ​ ເປັນ​ຜູ້​ບັນຊາ​ການ​​ໂດຍ​ກົງ ​ເຊິ່ງ​ໃນ​ເວລາ​ນັ້ນ​ເອີ້ນວ່າ: ກອງທັບ​ລາວ​ອິດສະຫລະ ​ໂດຍ​ພາຍ​ໃຕ້​ການ​ຊີ້ນຳ-ນຳພາ​ຂອງ​ ພັກ ​ທີ່​ມີ​ແນວທາງ​ການເມືອງ, ການທະຫານອັນຖືກຕ້ອງ ແລະ ປະດິດສ້າງຂອງກອງທັບປະຊາຊົນລາວ ໄດ້ເຕີບໃຫຍ່ເຂັ້ມແຂງ ແລະ ກ້າວຂຶ້ນຍາດ ເອົາໄຊຊະນະຢ່າງເນື່ອງນິດລຽນຕິດ, ກອງທັບ​ປະຊາຊົນ​ລາວ ໄດ້​ສາມັກຄີ​ກັບ​ກອງທັບ​ປະຊາຊົນ​ ບັນດາ​ປະ​ເທດ​ສັງຄົມ​ນິຍົມ​ອ້າຍ​ນ້ອງ ​ແລ​ະ ບັນດາ​ ປະ​ເທດ​ເພື່ອນ​ມິດ​ທີ່​ກ້າວໜ້າ​ໃນ​ໂລກ ໂດຍ​ສະ​ເພາະ​ແມ່ນ​ຄວາມ​ສາມັກຄີ​ ຮ່ວມ​ສຳພັນ​ສູ້​ຮົບ​ກັບ​ກອງທັບ ​ແລະ ປະຊາຊົນ​ອ້າຍ​ນ້ອງຫວຽດນາມ. ພ້ອມ​ນີ້, ທ່ານ ພົນເອກ ສີສະ​ຫວາດ​ ແກ້ວ​ບຸນ​ພັນ ຍັງ​ໄດ້​ຍົກ​ໃຫ້​ເຫັນ​​ໄຊຊະນະບັ້ນຮົບ​ປົດ​ປ່ອຍ​ຕ່າງໆ​ ທີ່​ເປັນ​ບັ້ນຮົບ​ທົດ​ສອບ​ເພື່ອ​ໃຫ້​ເຫັນ​ແຈ້ງ​ກ່ຽວ​ ກັບ​ຄວາມ​ສາມາດຂອງກອງທັບປະຊາຊົນລາວ ໃນການຕີເອົາຊະນະຕ້ານ​ກັບຈັກກະພັດ​ຜູ້​ຮຸກ​ຮານໃນສະໜາມຮົບຢູ່ປະເທດເຮົາ ແລະ ບັນດາສະໜາມຮົບຢູ່ ອິນດູຈີນ.

ທີ່ມາ http://www.kpl.net.la/lao/news/dnl%203.htm

ບົດຄວາມຫຼ້າສຸດ

ວັນທີ 24 ພະຈິກນີ້ ທີ່ສະພາແຫ່ງຊາດ (ສພຊ), ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ພົບປະໂອ້ລົມການນຳ ແລະ ພະນັກງານ-ລັດຖະກອນ ຂອງກຳມາທິການກົດໝາຍ ແລະ...

 ຜູ້ທີ່ມີຄວາມມັກຮັກ ແລະ ຢາກລອງສ້າງສັນຜົນງານຜ່ານຮູບເງົາທີ່ມາຈາກແນວຄິດຂອງຕົນເອງ. ພ້ອມຢາກເປັນສ່ວນໜຶ່ງໃນການແລກປ່ຽນພາຍໃຕ້ໂຄງການ ອົດສະຕຣາລີ-ແມ່ນ້ຳຂອງ (ຫວຽດນາມ, ກຳປູເຈຍ ແລະ ລາວ) ທີ່ເປີດໃຫ້ຄົນລາວທຸກຄົນ. ບໍ່ວ່າຈະເປັນແມ່ຍິງ, ນັກສ້າງສັນຊົນເຜົ່າພື້ນເມືອງ ແລະ ນັກສ້າງສັນອິດສະຫຼະ… ...

ປກສ ແຂວງວຽງຈັນ ກັກຕົວຜູ້ຖືກຫາ 4 ຄົນ ຮ່ວມກັນກໍ່ເຫດປຸ້ນຊັບຄົນຮູ້ຈັກ

ເຈົ້າໜ້າທີ່ຕຳຫຼວດ ກອງບັນຊາການ ປກສ ແຂວງວຽງຈັນ ສາມາດກັກຕົວຜູ້ຖືກຫາ 4 ຄົນ ທີ່ຖືກກ່າວຫາວ່າຮ່ວມກັນກໍ່ເຫດປຸ້ນຊັບຜູ້ເສຍຫາຍ 2 ຄົນ ຢູ່ເຂດເສັ້ນທາງສວນກ້ວຍ ລະຫວ່າງບ້ານຖິ່ນຍຸງ ເມືອງວຽງຄຳ ຫາ...

ເຮັດແທ້ທຳຈິງ! ແຂວງສະຫວັນນະເຂດ ປະກາດເລັ່ງປາບປາມການລັກລອບຂຸດແຮ່-ຕັດໄມ້ເຖື່ອນ

ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ V ວັນທີ 24 ພະຈິກ 2026 ພາຍໃຕ້ການເປັນປະທານຂອງ ທ່ານ ບຸນໂຈມ ອຸບົນປະເສີດ...