ຫາລືການຫຼຸດຜ່ອນຄວາມສ່ຽງ ຈາກໄພນ້ຳຖ້ວມ ແລະ ແຫ້ງແລ້ງ ຢູ່ນະຄອນຫລວງວຽງຈັນ

84b50c59c53bfc7d40f5291454a34994

ຫ້ອງການ​ປະສານ​ງານ​ໂຄງການ​ຄຸ້ມ​ຄອງ ແລະ ຫຼຸດຜ່ອນຄວາມ​ສ່ຽງ​ຈາກ​ ໄພ​ນ້ຳ​ຖ້ວມ ແລະ ແຫ້ງແລ້ງ ໄດ້​ຈັດ​ກອງ​ປະຊຸມ​ຄະນະ​ຊີ້​ນຳ​ໂຄງການ​ຄຸ້ມ​ຄອງ ແລະ ຫຼຸດຜ່ອນ​ຄວາມ​ສ່ຽງ​ຈາກໄພ​ນ້ຳ​ຖ້ວມ ແລະ ແຫ້ງແລ້ງ ຂັ້ນສູນ​ກາງ​ ຄັ້ງ​ທີ II ຂຶ້ນ​ວັນ​ທີ 14 ທັນວາ 2015 ນີ້ ຢູ່​ທີ່​ໂຮງແຮມ​ວຽງຈັນ​ພລາ​ຊາ ໂດຍ​ເປັນ​ປະທານຂອງ​ທ່ານ ​ດຣ. ອານຸພາບ ຕຸ​ນາລົມ ຮອງ​ເຈົ້າ​ຄອງ​ນະຄອນຫຼວງ ທ່ານ ​ດຣ. ຄຳ​ພະຈັນ ວົງ​ຊະນະ ຫົວໜ້າ​ປະສານ​ງານ​ໂຄງການ (​ຄຖລ) ຂັ້ນ​ສູນ​ກາງ ທ່ານ ໄມກອງ ພອນ​ພົມ​ມະ​ວົງ ຫົວໜ້າ​ກົມຊົນລະປະທານ ຮອງ​ຫົວໜ້າ ບັນດາ​ເຈົ້າເມືອງ ຫົວໜ້າ​ພະ​ແນກ ຫົວໜ້າ​ຂະແໜງການ​ຊົນ​ລະ​ປະທານ ພະນັກງານ​ທີ່​ກ່ຽວຂ້ອງ​ເຂົ້າຮ່ວມ.

ໂຄງການ​ຄຸ້ມ​ຄອງ ແລະ ຫຼຸດຜ່ອນ​ຄວາມ​ສ່ຽງ​ຈາກ​ໄພ​ນ້ຳ​ຖ້ວມ ແລະ ແຫ້ງແລ້ງ ເປັນ​ໂຄງການໜຶ່ງ​ພາຍ​ໃຕ້​ກອບ​ຮ່ວມ​ມື​ອະນຸ​ພາກ​ພື້ນ​ແມ່ນ​ນ້ຳຂອງ (GMS) ສ້າງຂຶ້ນ​ເພື່ອ​ສະໜັບສະໜູນ​ລັດ​ຖະບານ ​ສປປ ລາວ ໃນ​ການ​ວາງມາດ​ຕະ​ການຈັດຕັ້ງ​ປະຕິບັດ ເປັນໂຄງການ​ສ້າງ ແລະ ບໍ່​ເປັນ​ໂຄງການ​ສ້າງ​ເພື່ອ​ປ້ອງ​ກັນ ແລະ ຫຼີກລ້ຽງ​ຜົນ​ກະທົບ​ຈາກ​ໄພພິບັດ​ທີ່ກ່ຽວຂ້ອງ​ກັບ​ນ້ຳ​ຖ້ວມ ແລະ ຄວາມ​ແຫ້ງແລ້ງ ທັງ​ນີ້ ເພື່ອ​ເປັນການ​ເພີ່ມ​ຂີດ​ຄວາມ​ສາມາດທາງ​ດ້ານ​ຂໍ້​ມູນ​ຂ່າວສານ ຄວາມຮູ້​ກ່ຽວ​ກັບ​ການ​ຄຸ້ມ​ຄອງ​ຄວາມສ່ຽງ​ຈາກ​ໄພ​ນ້ຳ​ຖ້ວມ ແລະ ແຫ້ງແລ້ງ ຍົກ​ລະດັບ​ການ​ພັດທະນາໂຄງ​ລ່າງ​ພື້ນຖານ​ໃນ​ການ​ຄຸ້ມຄອງ​ແຫຼ່ງ​ນ້ຳ ການ​ກໍ່ສ້າງ​ຄູ​ປ້ອງກັນ​ນ້ຳ​ຖ້ວມ ປະຕູ​ລະບາຍ​ນ້ຳ ກໍ່ສ້າງ​ລະບົບ​ຊົນລະປະທານ ສ້າງຄວາມ​ເຂັ້ມແຂງ​ໃຫ້​ຊຸມ​ຊົນ​ ໃນການ​ຄຸ້ມ​ຄອງ​ໄພພິບັດ​ທີ່​ອາດ​ຈະເກີດ​ຂຶ້ນ ແລະ ປັບ​ຕົວ​ເຂົ້າ​ກັບ​ສະພາບ​ການ​ປ່ຽນແປງ​ຂອງ​ດິນ​ຟ້າອາກາດ ແລະ ການ​ຄຸ້ມ​ຄອງ​ໂຄງການ​ຢ່າງ​ມີ​ປະສິດທິພາບ ໂຄງການ​ດັ່ງກ່າວ​ນີ້ ອາດ​ຈະ​ເກີດ​ຂຶ້ນໃນ​ເນື້ອທີ່​ຫຼາຍ​ກວ່າ 20.000 ເຮັກຕາ ແລະ ຫຼຸດຜ່ອນ​ຜົນ​ເສຍຫາຍ​ໃຫ້​ແກ່​ປະຊາຊົນ​ຫຼາຍ​ກວ່າ 61.500 ຄົນ ໃນ​ເຂດ​ນະຄອນຫຼວງ​ວຽງ​ຈັນ​ຕອນ​ໃຕ້ ພ້ອມ​ກັນນັ້ນ ກໍ່​ຈະ​ຂະຫຍາຍ​ເນື້ອທີ່​ສະໜອງ​ນ້ຳ​ຊົນລະປະທານ​ຕື່ມ​ອີກ 1.542 ເຮັກຕາ ໃນ​ເຂດ​ນະຄອນຫຼວງ​ວຽງ​ຈັນ​ຕອນ​ໃຕ້ ຄື: ເມືອງໄຊ​ທານີ ເມືອງ​ປາກ​ງື່ມ ແລະ ເມືອງ​ຫາດ​ຊາຍ​ຟອງ.

 

ແຫລ່ງຂ່າວ:

ວຈໝ