spot_img
Homeຂ່າວຕ່າງປະເທດຈີນກວດພົບ ແຂວງລາຍງານດອກໄມ້ ຕົວເລກເສດຖະກິດສູງເກີນຈິງ ພາໃຫ້ວາງນະໂຍບາຍຜິດພາດ!

ຈີນກວດພົບ ແຂວງລາຍງານດອກໄມ້ ຕົວເລກເສດຖະກິດສູງເກີນຈິງ ພາໃຫ້ວາງນະໂຍບາຍຜິດພາດ!

Published on

120531_china_flag

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 14 ທັນວາ ຜ່ານມານີ້ວ່າ ສຳນັກຂ່າວຊິນຫົວຂອງຈີນ ໄດ້ເຜີຍແຜ່ບົດຄວາມ ກ່ຽວກັບບັນຫາເສດຖະກິດ ທີ່ເກີດຂຶ້ນຢູ່ ແຂວງເຮີຍຫລົງຈຽງ, ແຂວງຈີ໋ຫລິນ ແລະ ແຂວງຫລຽວໜິງ ທາງພາກຕາເວັນອອກສຽງເໜືອຂອງປະເທດ ທີ່ກຳລັງປະເຊີນກັບ ພາວະເສດຖະກິດຕົກຕ່ຳ ແລະ ພັດທະນາຊັກຊ້າກ່ວາໝູ່ວ່າ ເຈົ້າໜ້າທີ່ຂອງລັດໃນບັນດາແຂວງດັ່ງກ່າວ ບິດເບືອນຂໍ້ມູນທາງເສດຖະກິດ ຢ່າງຮຸນແຮງມາຫລາຍປີ ຈົນນຳໄປສູ່ການວາງແຜນ ແລະ ວາງນະໂຍບາຍທີ່ຜິດພາດ ລວມເຖິງກໍ່ໃຫ້ເກີດ ການສໍ້ລາດບັງຫລວງ ເປັນຈຳນວນຫລວງຫລາຍ.

ລາຍງານດັ່ງກ່າວ ຖືກນຳສະເໜີ ພາຍຫລັງເມື່ອຕົ້ນປີ 2015 ຜ່ານມານີ້ ຄະນະກຳມະການກວດກາ ພັກກອມມູນິດຈີນ ໄດ້ລົງກວດສອບເອກະສານ ແລະ ຫລັກຖານຕ່າງໆ ເນື່ອງຈາກຄວາມສົງໄສ ກ່ຽວກັບຕົວເລກ ຂໍ້ມູນທາງດ້ານເສດຖະກິດ ທີ່ທ້ອງຖິ່ນດັ່ງກ່າວລາຍງານ ເຫັນວ່າຕົວເລກ ສູງເກີນຄວາມເປັນຈິງເຊັ່ນ ຕົວເລກເສດຖະກິດ ຂອງບາງເມືອງ ໃນຈຳນວນແຂວງດັ່ງກ່າວ ມີຂະໜາດໃຫຍ່ກ່ວາບາງພື້ນທີ່ຂອງ ເຂດບໍລິຫານພິເສດຮົງກົງ ທີ່ເປັນເຖິງສູນກາງທຸລະກິດ ການຄ້າ ແລະ ການເງິນແຫ່ງສຳຄັນຂອງຈີນ ຢ່າງຜິດສັງເກດ, ໂດຍພາຍຫລັງຜ່ານການກວດກາ ບັນດາເຈົ້າໜ້າທີ່ລະດັບແຂວງດັ່ງກ່າວ ຕ່າງກໍພາກັນຍອມຮັບ ວ່າໄດ້ປອມແປງຂໍ້ມູນ ແລະ ຕົວເລກຕ່າງໆ ຢ່າງຕໍ່ເນື່ອງມາດົນນານແລ້ວ.

ຕົວຢ່າງເຊັ່ນ ເມືອງເຮີຍເຫີ ເມືອງໜຶ່ງຂອງແຂວງເຮີຍຫລົງຈຽງ ລາຍງານຕົວເລກ ການລົງທຶນພາຍໃນແຂວງ ເມື່ອປີ 2013 ສູງເກີນຈິງເຖິງ 1.9 ຕື້ຢວນ  ແລະ ອີກເມືອງໜຶ່ງໃນ ແຂວງຫລຽວໜິງ ກໍລາຍງານຜົນປະກອບການ ຈຳນວນ 847 ລ້ານຢວນ ຊຶ່ງສູງກ່ວາຄວາມເປັນຈິງເຖິງສອງເທົ່າ.  ນອກຈາກນັ້ນ, ຕົວເລກລາຍຮັບຂອງປະຊາຊົນ ຕະຫລອດຮອດ ອັດຕາການເຕີບໂຕຂອງ ຜະລິດຕະພັນມວນລວມພາຍໃນ ຫລື ຈີດີພີ ກໍຖືກປອມແປງຂຶ້ນມາ ເຊັ່ນດຽວກັນ.

ສຳນັກຂ່າວຊິນຫົວ ຍັງໄດ້ລະບຸຕື່ມວ່າ ກະແສການປອມແປງຂໍ້ມູນ ຢູ່ພາກຕາເວັນອອກສຽງເໜືອຂອງປະເທດ ມີຢູ່ຢ່າງແຜ່ຫລາຍ ຊຶ່ງບໍ່ພຽງແຕ່ພາໃຫ້ພັກ ແລະ ລັດຖະບານຈີນ ວາງແຜນການ ກໍຄືວາງນະໂຍບາຍ ໃນການພັດທະນາຜິດພາດເທົ່ານັ້ນ, ມັນຍັງພົວພັນເຖິງ ການສໍ້ລາດບັງຫລວງ ທີ່ເປັນອັນຕະລາຍຕໍ່ພັກ ແລະ ຄວາມເຊື່ອໝັ້ນຂອງປະຊາຊົນ ຕໍ່ກັບລັດຖະບານອີກດ້ວຍ.

ແຫລ່ງຂ່າວຍັງໃຫ້ຮູ້ວ່າ ລະບົບການປະເມີນຜົນງານ ດ້ວຍການແຂ່ງຂັນກັນ ເພື່ອສ້າງຕົວເລກເສດຖະກິດທີ່ດີ ແລະ ຄວາມປາຖະໜາຂອງເຈົ້າໜ້າທີ່ລັດ ໃນການເລື່ອນຊັ້ນເລື່ອນຕຳແໜ່ງ ລ້ວນແຕ່ເປັນສາເຫດຫລັກ ທີ່ຊຸກດັນເຮັດໃຫ້ ບັນດາເຈົ້າໜ້າທີ່ດັ່ງກ່າວ ລົງມືສ້າງຕົວເລກແບບລາຍງານດອກໄມ້ ທັງທີ່ຮູ້ດີວ່າ ເປັນເລື່ອງອັນຕະລາຍ ແລະ ສົ່ງຜົນເສຍຫາຍ ໃຫ້ແກ່ການພັດທະນາທ້ອງຖິ່ນຕົນກໍຕາມ.

ທັງນີ້ ສະພາບເສດຖະກິດ ພາຍໃນບັນດາແຂວງ ທາງພາກຕາເວັນອອກສຽງເໜືອຂອງຈີນ ເຊັ່ນແຂວງຫລຽວໜິງ ໃນໄລຍະ 6 ເດືອນຕົ້ນປີຜ່ານມາ ມີອັດຕາການເຕີບໂຕ ພຽງແຕ່ 2.6% ຊຶ່ງຖືວ່າຕ່ຳທີ່ສຸດໃນປະເທດ, ສ່ວນແຂວງເຮີຍຫລົງຈຽງ ແລະ ແຂວງຈີ໋ຫລິນ ກໍຂະຫຍາຍຕົວພຽງ 5.1% ແລະ 6.1% ຕາມລຳດັບ ຊຶ່ງແຕກໂຕນກັນຫລາຍ ກັບແຂວງອື່ນໆ ທີ່ລ້ວນແຕ່ມີອັດຕາການເຕີບໂຕສູງ 10-11% ຂຶ້ນໄປ.

 

ບົດຄວາມຫຼ້າສຸດ

ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3

ອົງຄະນະພັກ ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3 ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ...

ແຈ້ງເຕືອນຈາກກົມໃຫຍ່ຕຳຫຼວດ ໃຫ້ລະວັງ 10 ລັກສະນະການກໍ່ເຫດທີ່ເປັນການສໍ້ໂກງຊັບ ຖ້າພົບເຫັນເຫດລັກສະນະນີ້ ສາມາດແຈ້ງດຳເນີນຄະດີໄດ້

- ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລົງວັນທີ 05 ມັງກອນ 2022 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມໃຫຍ່ຕໍາຫຼວດ. ເພື່ອປ້ອງກັນ ບໍ່ໃຫ້ທຸກຄົນໃນສັງຄົມ ຕົກເປັນເຫຍື່ອຂອງກຸ່ມແກ້ງສໍ້ໂກງຊັບທາງໂທລະຄົມ ແລະ...

ປະຫວັດບໍ່ທຳມະດາ ກໍລະນີແມ່ຕູ້ຄົນໄຕ້ຫວັນຖືກຖີບເທິງລົດໄຟຕອນນີ້ ຖືກກັກໂຕພ້ອມດຳເນີນຄະດີແລ້ວ

ໃນວັນທີ 01/10/2025 ທີ່ຜ່ານມາ, ສຳນັກຂ່າວໃນໄຕ້ຫວັນໄດ້ລາຍງານວ່າ ມີເຫດບໍ່ຄາດຄິດກ່ຽວກັບຜູ້ສູງ ກໍລະນີແມ່ຕູ້ທີ່ຖືກຍິງສາວປະເພດສອງ (LGBTQ) ຖີບຢູ່ໃນລົດໄຟ ໃນວັນທີ 29/09/2025 ທີ່ຜ່ານມາ, ເຊິ່ງກຳລັງເປັນກະແສດັງໃນໃນສື່ສັງຄົມອອນລາຍໃນປັດຈຸບັນ.ສາເຫດເກີດຈາກການຍາດບ່ອນນັ່ງພິເສດພາຍໃນຂະບວນລົດໄຟແຫ່ງໜຶ່ງໃນໄຕ້ຫວັນ ເນື່ອງຈາກບ່ອນນັ່ງນັ້ນເປັນບ່ອນຂອງຜູ້ສູງອາຍຸ ແມ່ຕູ້ິເລີຍພະຍາຍາມໄລ່ຍິງສາວປະເພດສອງອອກຈາກບ່ອນນັ່ງ...

ມີຜູ້ເສຍຊີວິດ 3 ຄົນຈາກຜົນກະທົບພະຍຸບົວລອຍ ພັດຜ່ານບ້ານກໍໄຮ ເມືອງອະນຸວົງ

ໜັກໜ່ວງ ພາຍຸບົວລອຍ ພັດຜ່ານບ້ານກໍໄຮ ເມືອງອະນຸວົງ ແຂວງໄຊສົມບູນ ເຮັດໃຫ້ມີຄົນເສຍຊີວິດແລ້ວ 3 ຄົນ. ແຫຼ່ງຂ່າວຈາກແຂວງໄຊສົມບູນ ແຈ້ງໃຫ້ຮູ້ວ່າ: ວັນທີ 30 ກັນຍາ 2025, ທ່ານ...