Homeຂ່າວການພັດທະນາສະພາຮັບຮອງເອົາ 2 ກົດໝາຍ

ສະພາຮັບຮອງເອົາ 2 ກົດໝາຍ

Published on

3-1

ກອງປະຊຸມສະໄໝ ສາມັນເທື່ອທີ 10 ຂອງສະພາ ແຫ່ງຊາດ ຊຸດທີ VII ໄດ້ດຳ ເນີນມາເປັນມື້ທີ 6, ວັນທີ 14 ທັນວາ ພາຍໃຕ້ການເປັນປະ ທານຂອງທ່ານ ນາງ ປານີ ຢາ ທໍ່ຕູ້ ປະທານສະພາແຫ່ງຊາດ.
ກອງປະຊຸມ, ພາຍຫຼັງ ສສຊ ໄດ້ສືບຕໍ່ປະກອບຄຳຄິດ ເຫັນ ແລະ ຮັບຮອງເອົາກົດ ໝາຍວ່າດ້ວຍການເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາ ປະຊາຊົນຂັ້ນແຂວງ ສະເໜີໂດຍ ທ່ານ ສຈ. ດຣ. ດາວອນ ຫວ່າງວິຈິດ ປະທານກຳມາທິການກົດໝາຍ, ກົດໝາຍດັ່ງກ່າວມີ 11 ໝວດ, 51 ມາດຕາ.
ຕອນບ່າຍ ສສຊ ກໍໄດ້ ຮັບຟັງການສະເໜີກົດໝາຍ ວ່າດ້ວຍການປົກຄອງທ້ອງຖິ່ນ ສະບັບປັບປຸງ ໂດຍທ່ານ ຄຳໝັ້ນ ສູນວິເລີດ ລັດຖະມົນຕີວ່າການ ກະຊວງພາຍໃນ. ເພື່ ອຳນວຍຄວາມສະດວກໃຫ້ ແກ່ການເສີມຂະຫຍາຍຄວາມ ເປັນເຈົ້າການ ແລະ ຄວາມ ຮັບຮັບຜິດຊອບ ໃນການຄຸ້ມ ຄອງບໍລິຫານລັດ, ຄຸ້ມຄອງ ເສດຖະກິດ-ສັງຄົມຂອງການ ປົກຄອງທ້ອງຖິ່ນຕາມທິດ 3 ສ້າງ, ມີສະພາປະຊາຊົນຂັ້ນແຂວງ ແລະ ການເສີມຂະຫຍາຍຫຼັກ ການລວມສູນເອກະພາບໃນ ການຄຸ້ມຄອງລັດໃຫ້ ສອດຄ່ອງ ກັບເງື່ອນໄຂ ແລະ ຄວາມ ຮຽກຮ້ອງຕ້ອງການແຫ່ງການ ພັດທະນາປະເທດຊາດໃນ ເງື່ອນໄຂໃໝ່. ກົດໝາຍດັ່ງກ່າວ ມີ 9 ພາກ, 26 ໝວດ, 96 ມາດຕາ, ຈາກນັ້ນ ບັນດາ ສສຊ ກໍໄດ້ປະກອບຄຳຄິດຄຳເຫັນ ໃສ່ກົດໝາຍວ່າດ້ວຍການປົກ ຄອງທ້ອງຖິ່ນ ເພື່ອໃຫ້ມີເນື້ອ ໃນຈະແຈ້ງ, ຮັດກຸມ, ຄົບຖ້ວນ ແລະ ສົມບູນຍິ່ງໆ ຂຶ້ນເມື່ອປະກອບຄຳເຫັນໃສ່ແລ້ວ ທີ່ປະຊຸມ ກໍໄດ້ເປັນເອກະສັນຮັບຮອງ ເອົາກົດໝາຍວ່າດ້ວຍການປົກ ຄອງທ້ອງຖິ່ນ ດ້ວຍຄະແນນສຽງສ່ວນຫຼາຍ.

ແຫ່ລງຂ່າວ

ປຊຊ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...