spot_img
Homeຂ່າວເຫດການກົງສຸນກິດຕິມະສັກ ແຫ່ງ ສປປ ລາວ ປະຈຳ ສ. ເຊັກ ສະຫລອງວັນຊາດ ຄົບຮອບ 40 ປີ

ກົງສຸນກິດຕິມະສັກ ແຫ່ງ ສປປ ລາວ ປະຈຳ ສ. ເຊັກ ສະຫລອງວັນຊາດ ຄົບຮອບ 40 ປີ

Published on

lao 1

ຂປລ. ໃນວັນທີ 4 ທັນວາ 2015 ຜ່ານມານີ້,ສໍານັກງານກົງສຸນກິດຕິມະສັກ​ແຫ່ງ ສປປ ລາວ ປະຈຳສາທາລະນະ​ລັດເຊັກ ໄດ້ຈັດພິທີສະເຫລີມສະຫລອງ ວັນສະຖາປະນາ ສປປ ລາວ ຄົບຮອບ 40 ປີ ຂຶ້ນທີ່ເມືອງ​ເບີ​ໂນ ສ. ​ເຊັກ,​ໂດຍ​ເປັນກຽດເຂົ້າ ຮ່ວມ ຂອງ ທ່ານ ນາງ ອຳພອນ ນາມ​ມາ​ວົງ, ກົງສຸນກິດຕິມະສັກ​ແຫ່ງ ສປປ ລາວ ປະຈຳ ສ. ​ເຊັກ, ທ່ານ ດຣ. ບຸນທະວີ ສີສຸພັນທອງ, ລັດຖະມົນຕີຊ່ວຍວ່າການກະຊວງແຜນການ ແລະ ການລົງທຶນ; ທ່ານ ສີ​ທົງ ຈິດ​ໂຍທິນ, ເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈໍາ ປະເທດເຢຍລະ​ມັນ; ທ່ານ ພູເຂົາ ພົມມະວົງສາ, ເອກອັກຄະລັດຖະທູດ ຜູ້ຕາງໜ້າຖາວອນແຫ່ງ ສປປ ລາວ ປະຈໍາປະເທດໂອ​ຕຣິດ; ມີກົງສູນກິດຕິມະສັກຂອງບັນດາປະເທດຕ່າງໆ ປະຈໍາ ສ. ​ເຊັກ, ບັນດານັກການທູດ, ບັນດານັກທຸລະກິດ, ຄົນເຊື້ອຊາດລາວ ແລະ ແຂກທີ່ຖືກເຊີນອື່ນໆ ເຂົ້າຮ່ວມປະມານ 70 ກວ່າຄົນ.

ໃນພິທີດັ່ງກ່າວ, ທ່ານ ນາງ ອໍາພອນ ນາມ​ມາ​ວົງ ໄດ້ກ່າວວ່າ: ວັນສະຖາປະນາ ສປປ ລາວ ໃນວັນທີ 2 ທັນວາ 1975, ໂດຍສະເພາະຢ່າງຍິ່ງ ແມ່ນໄຊຊະນະອັນຍິ່ງໃຫຍ່ ແລະ ເປັນປະຫວັດສາດ ພາຍໃຕ້ການນໍາພາຂອງພັກປະຊາຊົນ​ປະຕິວັດ​ລາວ ຈົນໄດ້ຮັບ ໄຊຊະນະຢ່າງສົມບູນ ແລະ ເປີດສັງກາດໃໝ່ແຫ່ງການປົກປັກຮັກສາແລະສ້າງສາປະເທດຊາດ ໄປສູ່ຄວາມວັດທະນາຖາວອນ.

ແຫລ່ງຂ່າວ:
ຂປລ

ບົດຄວາມຫຼ້າສຸດ

ຕຳກາງອາກາດ ເຫດລົດບິນຕໍາກັນກາງອາກາດຢູ່ເມືອງສາງຊຸນ ສປ.ຈີນ ໃນລະຫວ່າງຊ້ອມການສະແດງເປີດໂຕລົດບິນໄດ້

ໃນວັນທີ 18/09/2025 ມີລາຍງານຈາກສຳນັກຂ່າວປະເທດຈີນ ເກີດອຸບປະຕິເຫດ ລົດບິນຕໍາກັນລະຫວ່າງຊ້ອມການສະແດງ ທີ່ເມືອງສາງຊຸນ ຂອງປະເທດຈີນ ລາຍງານມີຜູ້ບາດເຈັບ 1 ຄົນ. ອຸບບັດຕິເຫດດັ່ງກ່າວໄດ້ເກີດຂຶ້ນໃນຕອນທີ່ບໍລິສັດ Xpeng ຂອງປະເທດຈີນ ໄດ້ຈັດງານສະແດງເປີດໂຕລົດບິນ. ສະແດງເຖິງເຕັກໂລໂນຊີທີ່ທັນສະໄໝ...

ຍ້ອນຫຼັບໃນ! ກະບະລີໂວ້ຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ

ກະບະລີໂວ້ຫຼັບໃນຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ ຢູ່ບ້ານດ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:...

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...