spot_img
Homeຂ່າວການສຶກສາລັດຖະບານອິນເດຍ ໃຫ້ທຶນການສຶກສາແກ່ ສປປ ລາວ ເກືອບ 200 ທຶນຕໍ່ປີ

ລັດຖະບານອິນເດຍ ໃຫ້ທຶນການສຶກສາແກ່ ສປປ ລາວ ເກືອບ 200 ທຶນຕໍ່ປີ

Published on

India 1

ຂປລ. ລັດຖະບານອິນ​ເດຍ ປະກາດ​ວ່າ​ ​​​ໄດ້​ສະໜອງ​ທຶນ​ການ​ສຶກສາປະມານ 150-200 ທຶນ​ຕໍ່​ປີໃຫ້​​ແກ່ ສປປ ລາວ​​ ເຂົ້າ​ໃນ​ໂຄງ​ພັດທະນາ​ຊັບພະຍາກອນ​ມະນຸດ ​ເພື່ອ​ຮອງ​ຮັບການ​ເຂົ້າ​ເປັນ​ປະຊາ​ຄົມ​ເສດຖະກິດ​ອາ​ຊຽນ ​ແລະ ​ການເຊື່ອມ​​ໂຍງ​ກັບ​ສາກົນ​​, ໂດຍ​ກວມ​ເອົາ​ຫລາຍ​ຂະ​ແໜງ​ການ​ເປັນ​ຕົ້ນ ການ​ຝຶກ​ອົບຮົມ​ດ້ານ​ວິຊາ​ການ​ ໄລຍະ​ສັ້ນ-ຍາວ, ການ​ສຶກສາລະ​ດັບ​ປະລິນຍາ​ຕີ, ປະລິນຍາໂທ. ຂະນະ​ທີ່ສາຍ​ພົວພັນ ​ແລະ ການ​ຮ່ວມ​ມື​ ລະຫວ່າງ​ສອງ​ປະ​ເທດ ລາວ-ອິນ​ເດຍ ​ແມ່ນ​ມີ​ຄວາມ​ໃກ້ ຊິດ ​ແລະ ​ແຕກ​ດອກ​ອອກ​ຜົນ, ​ພົ້ນ​ເດັ່ນນັບ​ແຕ່​ສ້າງສາ​ຍພົວພັນ​ການ​ທູດ​ຮ່ວມ​ກັນ​ໃນ​ປີ 1956​.

ທ່ານ ຣາວີ ຊັງ​ກາ ​ໄອ​ໂຊ​ລາ (Mr. Ravi Shankar Aisola), ​ເອກ​ອັກ​ຄະລັດ​ຖະ​ທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສ ​ອິນ​ເດຍປະ​ຈໍາ ສປປ ລາວ ​ໄດ້​ໃຫ້​ສໍາພາດ​ຕໍ່ນັກ​ຂ່າວ​ ສໍານັກ​ຂ່າວສານ​ປະ​ເທດ​ລາວ​ໃນ​ວັນ​ທີ 10 ທັນວາ 2015 ທີ່ ​ນະຄອນຫລວງ​ວຽງ​ຈັນ​ ວ່າ: ຕະຫລອດ 59 ປີຜ່ານມາ​ນັບ​ແຕ່​ພວກ​ເຮົາ​ໄດ້​ມີ​ການ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງການ​ທູດ​ໃນ​ ປີ 1956 ນັ້ນ​ເຫັນ​ວ່າການ​ພົວພັນ​ຮ່ວມ​ມື, ການ​ຊ່ວຍ​ເຫລືອ​ເຊິ່ງກັນ ​ແລະ ກັນ ມີການ​ເຕີບ​ໃຫຍ່​ຂະ​ຫຍາຍ​ຕົວ​ ພົ້ນ​ເດັ່ນ​ໂດຍ​ສະ​ເພາະ​​ໄດ້​ມີ​ການ​ແລກປ່ຽນ​ການ​ຢ້ຽມຢາມ ​ແລະ ​ປຶກສາ​ຫາລື​ບັນຫາ​ສໍາຄັນຕ່າງໆຮ່ວມ​ກັນ ລະຫວ່າງ​ການ​ນໍາ​ຂັ້ນ​ສູງ​ສອງ​ປະ​ເທດ, ​​ໄດ້​ປະກອບສ່ວນຊ່ວຍ​ສ້າງ​ບຸກຄະລາ​ກອນ​ໃນ​ຂະ​ແໜງ​ການ​ຕ່າງໆ​ຂອງ​ລາວ ​ໂດຍ​ສະ​ເລັ່ຍຮອດ​ປັດຈຸບັນ​ ມີປະມານ 150-200 ທຶນຕໍ່ປີ, ​ໄດ້ຊ່ວຍ​ເຫລືອທຶນຮອນ​ເຂົ້າ​ໃນ​ຂະ​ແໜງ​ກະສິກໍາ ທີ່​ລວມ​ເອົາ​ທັງ​ທຶນ​ຊ່ວຍ​ເຫລືອ​ລ້າ, ກູ້​ຢືມ ​ແລະ ​ແລກປ່ຽນ​ວັດທະນະ​ທໍາ. ນອກຈາກ​ນັ້ນ​, ຍັງ​ໄດ້​ຮ່ວມມື​ກັນ​ໃນດ້ານ​ການ​ລົ​ງທຶນ, ການທ່ອງທ່ຽວ, ການ​ຄ້າ ​ແລະ ອື່ນໆ.

ທ່ານ ຣາວີ ຊັງ​ກາ ​ໄອ​ໂຊ​ລາ ກ່າວຕື່ມ​ວ່າ: ​ເຖິງ​ແມ່ນ​ການ​ຮ່ວມ​ມື​ໃນ​ຫລາຍ​ດ້ານ​ພົ້ນ​ເດັ່ນ, ​ແຕ່​ວ່າການ​ຮ່ວມ​ມື​ດ້ານ​ການ​ຄ້າ​ ລະຫວ່າງ​ສອງ​ປະ​ເທດ​ພວກ​ເຮົາ​ຍັງບໍ່​ເຂັ້ມ​ແຂງ​​ເທົ່າ​ທີ່​ຄວນ​,  ສະ ​ນັ້ນ​, ໃນ​ຕໍ່ໜ້າ​ພວມ​ເຮົາ​ຈະ​ຕ້ອງ​ສືບ​ຕໍ່​ພັດທະນາ​ໃຫ້​ມີ​ຄວາມ​ເຂັ້ມ​ແຂງ ​ແລະ ຂະຫຍາຍຕົວ​ຫລາຍ​ຂຶ້ນ​ກວ່າ​ເກົ່າ ​ເນື່ອງ​ຈາກວ່າ ບັນດາ​ປະ​ເທດ​ສະມາຊິກ​ອາ​ຊຽນ ​ພວມ​ຈະ​ກ້າວ​ເຂົ້າ​ສູ່​ປະຊາຄົມ​ເສດຖະກິດ​ອາ​ຊຽນທ້າຍ​ປີ​ 2015 ນີ້​ ບວກ​ກັບ ສປປ ລາວ​​ ໄດ້​​ເປັນ​ສະມາຊິກ​ຂອງ​ອົງການໆ​ຄ້າ​ໂລກ, ຈະ​ເປັນ​ປະທານ​ອາ​ຊຽນ​ໃນ​ປີ 2016, ມີການ​ເຊື່ອມ​ໂຍງ​ສູ່ສາກົນ​ຫລາຍ​ຂຶ້ນ​. ສະ​ນັ້ນ ອິນ​ເດຍຍິ່ງ​ໃຫ້​ຄວາມ​ສໍາຄັນ​ຫລາຍ​ເພີ່ມ​ຂຶ້ນ​ຫລາຍ​ເ​ທົ່າ​, ໂດຍ​ສະ​ເພາະ​ການ​ປຶກສາ​ຫາລື ​ແລະ ຂອບ​ເຂດ​ການ​ຮ່ວມ​ມື​ດ້ານ​ການຄ້າ ​ແລະ ການທ່ອງ​ທ່ຽວ​ໃນ​ຕໍ່ໜ້າ ​ວ່າ​ພວກ​ເຮົາ​ຈະ​ເຮັດ​ແນວ​ໃດ​ເພື່ອ​ລະດົມ​ນັກ​ລົງທຶນ​ ​ແລະ ປະຊາ​ຊົນ​ອິນ​ເດຍ​ເຂົ້າ​ມາ​ລົງທຶນ, ທໍາ​ມາ​ຄ້າ​-ຂາຍ​ຮ່ວມ​ກັນ ລວມ​ເຖິງ​ການ​ຢ້ຽມຢາມ​ໄປ​ມາ​ຫາ​ສູ່​ກັນ​ຫລາຍ​ຂຶ້ນ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ສຶກສາອົບຮົມສາວບໍລິການ ແລະ ເຈົ້າຂອງຮ້ານ ຢູ່ ເມືອງສີໂຄດຕະບອງ ແລະ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ

ເຈົ້າໜ້າທີ່ລົງກວດກາສຶກສາອົບຮົມສາວບໍລິການ 33 ຄົນ ແລະ ເຈົ້າຂອງຮ້ານ 04 ຄົນ ຢູ່ ບ້ານໜອງແຕ່ງເໜືອ, ບ້ານວຽງຄຳ, ບ້ານດົງນາໂຊກ, ເມືອງສີໂຄດຕະບອງ ແລະ ບ້ານກາງແສນ,...

ສຳປະທານເນື້ອທີ່ 500 ເຮັກຕາ ໃຫ້ແກ່ນັກລົງທຶນ ຢູ່ເມືອງໂພນໂຮງ ແຂວງວຽງຈັນ ມູນຄ່າ 700 ລ້ານໂດລາ ເພື່ອພັດທະນາໃຫ້ເປັນແຫຼ່ງທ່ອງທ່ຽວ

ໃນວັນທີ 5 ກັນຍາ 2025 ທີ່ຜ່ານມາ, ໄດ້ມີພິທີລົງນາມສໍາປະທານເນື້ອທີ່ດິນ 500 ກວ່າເຮັກຕາ ຢູ່ເມືອງໂພນໂຮງ ແຂວງວຽງຈັນ ລະຫວ່າງ ລັດຖະບານ ສປປ ລາວ...

5 ນັກກິລາບານສົ່ງໄທຕິດຢູ່ໃນເນປານ ທ່າມກາງການປະທ້ວງຮຸນແຮງ ພ້ອມເຜີຍສະຖານະການຫຼ້າສຸດ

ຈາກສະຖານະການຄວາມຮຸງແຮງ ຂອງການປະທ້ວງທີ່ເກີດຂຶ້ນທີ່ປະເທດເນປານ ໃນວັນທີ 09 ກັນຍາ 2025 ທີ່ຜ່ານມາ ສົ່ງຜົນໃຫ້ນັກກິລາບານສົ່ງຍິງຈາກປະເທດໄປ ຈຳນວນ 5 ຄົນ, ທີ່ເດີນທາງໄປແຂ່ງຂັນກິລາບານສົ່ງທີ່ປະເທດເນປານ ລະຫວ່າງ ວັນທີ 05-13...

ອອກມາແລ້ວ ກົດໝາຍວ່າດ້ວຍລັດຖະກອນສະບັບປັບປຸງໃໝ່ ລົງວັນທີ 7 ພຶດສະພາ 2025

ແຈ້ງການອອກມາແລ້ວ ກົດໝາຍວ່າດ້ວຍພະນັກງານ-ລັດຖະກອນ ສະບັບປັບປຸງ ເລກທີ 046/ປປທ ລົງວັນທີ 07/09/2025 ມີເນື້ອໃນດັ່ງນີ້: