spot_img
Homeຂ່າວຕ່າງປະເທດນ້ຳຖ້ວມຢູ່ກົງໂກ ເສຍຊີວິດ 30 ກວ່າຄົນ

ນ້ຳຖ້ວມຢູ່ກົງໂກ ເສຍຊີວິດ 30 ກວ່າຄົນ

Published on

400.000014067702

ຕາມ​ຂ່າວ​ ຕ່າງປະ​ເທດ, ເມື່ອ​ບໍ່​ດົນ​ມາ​ນີ້, ​​ທ່ານ ​ເອັມມາ​ນູ​ເອລ ອັດ​ເວ​ຕິ, ລັດຖະມົນຕີ​ ວ່າການ ​ກະຊວງ ພາຍ​ໃນ ​ຂອງ​ກົງ​ໂກ ໄດ້​ເປີດ​ເຜີຍ​​ວ່າ: ຫລັງ​ຈາກ ​ຝົນຕົກ ​ຢ່າງ​ໜັກ ​ແລະ ເກີດນ້ຳຖ້ວມ​ເປັນ​ ບໍລິ​ເວນ​ກວ້້າງ​ ໃນ​ນະຄອນຫລວງ ບລາຊາ​ວິນ ​ຂອງ​ກົງ​ໂກ ​ເຮັດ​ໃຫ້​ ມີ​ຜູ້​ເສຍ ​ຊີວິດ 30 ກວ່າ​ຄົນ ​ແລະ ປະຊາຊົນ​ ອີກ 20.000 ຄອບຄົວ ຂາດ​ທີ່ຢູ່​ອາ​ໄສ ຖື​ເປັນ​ໄພພິບັດ ​ຮ້າຍແຮງ ທີ່ສຸດ ໃນເມືອງຫລວງ ແຫ່ງນີ້ ທີ່ມີປະຊາ ກອນ 10 ລ້ານ ກວ່າຄົນ. ຂະນະ​ນີ້ ​ເຈົ້າໜ້າ​ທີ່ ​ທາງ​ການ ພວມ​ເລັ່ງ ​ໃຫ້ການ ​ຊ່ວຍ​ເຫລືອ ​ປະຊາຊົນ ​ທີ່​ໄດ້​ຮັບ​ຜົນ​ ກະທົບ​ ຢ່າງ​ຮີບດ່ວນ./.

ແຫ່ລງຂ່າວ

ຂປລ

ບົດຄວາມຫຼ້າສຸດ

ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3

ອົງຄະນະພັກ ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3 ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ...

ແຈ້ງເຕືອນຈາກກົມໃຫຍ່ຕຳຫຼວດ ໃຫ້ລະວັງ 10 ລັກສະນະການກໍ່ເຫດທີ່ເປັນການສໍ້ໂກງຊັບ ຖ້າພົບເຫັນເຫດລັກສະນະນີ້ ສາມາດແຈ້ງດຳເນີນຄະດີໄດ້

- ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລົງວັນທີ 05 ມັງກອນ 2022 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມໃຫຍ່ຕໍາຫຼວດ. ເພື່ອປ້ອງກັນ ບໍ່ໃຫ້ທຸກຄົນໃນສັງຄົມ ຕົກເປັນເຫຍື່ອຂອງກຸ່ມແກ້ງສໍ້ໂກງຊັບທາງໂທລະຄົມ ແລະ...

ປະຫວັດບໍ່ທຳມະດາ ກໍລະນີແມ່ຕູ້ຄົນໄຕ້ຫວັນຖືກຖີບເທິງລົດໄຟຕອນນີ້ ຖືກກັກໂຕພ້ອມດຳເນີນຄະດີແລ້ວ

ໃນວັນທີ 01/10/2025 ທີ່ຜ່ານມາ, ສຳນັກຂ່າວໃນໄຕ້ຫວັນໄດ້ລາຍງານວ່າ ມີເຫດບໍ່ຄາດຄິດກ່ຽວກັບຜູ້ສູງ ກໍລະນີແມ່ຕູ້ທີ່ຖືກຍິງສາວປະເພດສອງ (LGBTQ) ຖີບຢູ່ໃນລົດໄຟ ໃນວັນທີ 29/09/2025 ທີ່ຜ່ານມາ, ເຊິ່ງກຳລັງເປັນກະແສດັງໃນໃນສື່ສັງຄົມອອນລາຍໃນປັດຈຸບັນ.ສາເຫດເກີດຈາກການຍາດບ່ອນນັ່ງພິເສດພາຍໃນຂະບວນລົດໄຟແຫ່ງໜຶ່ງໃນໄຕ້ຫວັນ ເນື່ອງຈາກບ່ອນນັ່ງນັ້ນເປັນບ່ອນຂອງຜູ້ສູງອາຍຸ ແມ່ຕູ້ິເລີຍພະຍາຍາມໄລ່ຍິງສາວປະເພດສອງອອກຈາກບ່ອນນັ່ງ...

ມີຜູ້ເສຍຊີວິດ 3 ຄົນຈາກຜົນກະທົບພະຍຸບົວລອຍ ພັດຜ່ານບ້ານກໍໄຮ ເມືອງອະນຸວົງ

ໜັກໜ່ວງ ພາຍຸບົວລອຍ ພັດຜ່ານບ້ານກໍໄຮ ເມືອງອະນຸວົງ ແຂວງໄຊສົມບູນ ເຮັດໃຫ້ມີຄົນເສຍຊີວິດແລ້ວ 3 ຄົນ. ແຫຼ່ງຂ່າວຈາກແຂວງໄຊສົມບູນ ແຈ້ງໃຫ້ຮູ້ວ່າ: ວັນທີ 30 ກັນຍາ 2025, ທ່ານ...