spot_img
Home​ຂ່າວທ່ອງທ່ຽວວັດປ່າພະບາດພູເຂົາຄວາຍ ແຫລ່ງທ່ອງທ່ຽວອະຣິຍະທໍາທາງຈິດໃຈ

ວັດປ່າພະບາດພູເຂົາຄວາຍ ແຫລ່ງທ່ອງທ່ຽວອະຣິຍະທໍາທາງຈິດໃຈ

Published on

mpb

ວັດປ່າພະບາດພູເຂົາຄວາຍ ເປັນແຫລ່ງທ່ອງທ່ຽວທາງຈິດໃຈອີກແຫ່ງໜຶ່ງທີ່ລໍ້າຄ່າເປັນຕົ້ນແມ່ນຮອຍພະບາດທີ່ຕັ້ງຢູ່ໃນເຂດ “ທ່າຊ້າງ ວັງຫລວງດານໂພ, ດານໄຮ, ດອຍພະພັກ, ຖໍ້າພະບູຮານ, ຫີນຊ້າງສີ, ວັງຄ້ອງ ແລະວັງກ້ອງ”, ຕາມການບອກເລົ່າ​ຂອງບັນພະບຸລຸດສືບທອດກັນມາຫລາຍເຊັ່ນຄົນວ່າ  ສະຖານທີ່ດັ່ງກ່າວລຶກລັບຊັບຊ້ອນເປັນທີ່ເຄົາລົບ ແລະ ຢໍາເກງຂອງຜູ້ຄົນຕະຫລອດມາ. ບາງເທື່ອ ສິນດັບ ສິນເພັງ ໄດ້ຍິນສຽງຄ້ອງສຽງກອງດັງຂຶ້ນ, ມີແຜ່ນສີລາດານຫີນກວ້າງໃຫຍ່ເປັນຣາຊະສີ, ມີຕົ້ນໄມ້ໃຫຍ່ນ້ອຍເກີດຕາມດານຫີນ, ບາງບ່ອນເປັນດົງໜາປ່າຕຶບ, ພູສູງຊັນເຫວເລິກມີໂງ່ນຫີນນ້ອຍໃຫຍ່, ຖໍ້າຮູຄູຫາມີພະພຸດທະຮູບບູຮານປະດິດສະຖານ​ໄວ້, ຫ້ວຍນໍ້າລໍາທານມາຈາກອ່າງຢູ່ເນີນພູເຂົາຄວາຍໄຫລຜ່ານອ້ອມສະຖານທີ່ດັ່ງກ່າວ, ສອງສ່ວນສີ່ ມີນາມວ່າ: “ລໍານໍ້າທົນ”, ບໍລິເວນດັ່ງກ່າວເປັນເຂດແດນກວ້າງຂວາງ, ມີເງື່ອນໄຂສະດວກຂອງພະສົງອົງສະແຫວງຫາຄວາມສຸກທາງດ້ານຈິດໃຈ ແລະຍັງເປັນສະຖານທີ່ທ່ອງທ່ຽວທາງຈິດຂອງຄົນທົ່ວໄປອີກດ້ວຍ.

ວັດປ່າພະບາດພູເຂົາຄວາຍຕັ້ງຢູ່ບ້ານນາຍາງ, ເມືອງທຸລະຄົມ, ແຂວງວຽງຈັນໄປຕາມທາງເລກ 10 ປະມານ 25 ກິໂລແມັດ,​ ລ້ຽວຂວາເຂົ້າໄປຜ່ານບ້ານນານົກຂຸ້ມ ແລະບ້ານນາຍາງຕື່ມປະມານ 3 ກິໂລແມັດເຫັນປະຕູ​ໂຂງໃຫຍ່ຕັ້ງເຈິ້ນເຖິ້ນຢູ່ເບື້ອງຊ້າຍມືເຂົ້າໄປອີກບໍ່ໄກກໍເຖິງວັດປ່າພະບາດພູເຂົາຄວາຍແດນແຫ່ງອະຣິຍະທໍາທາງຈິດໃຈແຫ່ງໃໝ່ວ່າຊັ້ນ​ໄດ້. ວັດດັ່ງກ່າວ, ເຖິງວ່າຫາກໍຄົ້ນພົບຮອຍພະບາດປີ 1991 ຈາກນັ້ນຕໍ່ມາໃນປີ 1997 ໄດ້ຮັບການສ້າງຕັ້ງຂຶ້ນ ແລະ ພັດທະນາຕະຫລອດມາຮອດປັດຈຸບັນນີ້.

ຜູ້ຂຽນມີໂອກາດເລາະທ່ຽວຊົມຕົວຈິງເລີຍເກັບພາບງາມໆເຫລົ່ານັ້ນມາເລົ່າຄືນ, ເມື່ອຜ່ານປະຕູ​ໂຂງວັດລ້ຽວຊ້າຍເຂົ້າໄປທາງໃນຈະເຫັນອົງພະທາດກວມຮອຍພະບາດ, ພະທາດໜ່ວຍນີ້ເປັນຮູບຈຳລອງບ່ອນພະພຸດທະອົງຊົງຕັດສະຣູ້, ຕໍ່ດ້ວຍທາດນ້ອຍສີ່ໜ່ວຍຢູ່ແຈສູງ 7 ແມັດ ທີ່​ມີຮູບຊົງລວດລາຍ ແບບປານີດ ວິຈິດບັນຈົງ ແລະ ງົດງາມ, ມີສາລາໂຮງທຳຕັ້ງຢູ່ເທິງແຜ່ນຫີນດານໃຫຍ່, ມີສະຖານທີ່ຈຳລອງທີ່ພະພຸດທະອົງຊົງປະຣິນິບພານ, ມີພະພຸດທະຮູບໃຫຍ່ປາງໃສຍາດ, ມີສະຖານທີ່ຈຳລອງທີ່ພະພຸດທະອົງຊົງປະຖົມມະເທດສະໜາໂຜດປັນຈະວັກຄີທັງ 5 ຢູ່ເທິງດອຍພະພັກ, ພະພຸດທະຮູບຂະໜາດໜ້າຕັກ 9 ແມັດ, ປາງປະຖົມມະເທສະໜາ, ມີສວນລຸມພິນີຈຳລອງວັນທີ່ພະພຸດທະອົງຊົງປະສູດ. ສະຖານທີ່ສັກສິດທັງສີ່ນີ້ມີຈິງຢູ່ປະເທດເນປານ ແລະ ອິນເດຍ, ຖືວ່າຢູ່ລາວເປັນແຫ່ງທຳອິດ ແລະແຫ່ງທີສອງຂອງໂລກກໍວ່າໄດ້. ນອກຈາກຄວາມໜ້າອັດສະຈັນຂອງສະຖານທີ່ຈຳລອງ ແລະ ພະພຸດທະຮູບແຕ່ລະອົງແລ້ວ, ວັດດັ່ງກ່າວ ຍັງອ້ອມຮອບດ້ວຍທຳມະຊາດ, ປ່າຕຶບດົງໜາ, ແມ່ນໍ້າລຳທານ, ຖໍ້າ, ສັດປ່ານາໆພັນ ແລະ ເປັນເຂດຮັກສາຕົ້ນໄມ້ເຄືອເຂົາທີ່ເປັນຢາອີກດ້ວຍ.

ສະຖານທີ່ສັກສິດດັ່ງກ່າວເປັນບ່ອນພຸດທະສາສະໜາ ເປັນພຸດທະບູຊາ ທຳມະບູຊາ ສັງຄະບູຊາ ແລະມໍລະດົກອັນລໍ້າຄ່າ ເພື່ອໃຫ້ຊາວພຸດ ແລະ ລູກຫລານໄດ້ສັກກະຣະບູຊາສືບຕໍ່ໄປແລະເປັນແຫລ່ງທ່ອງທ່ຽວອະຣິຍະທຳທາງຈິດໃຈນຳອີກ…ພິເສດ ຜູ້ຂຽນເຄີຍໄດ້ຍິນວ່າ ຜູ້ຄົນທີ່ໄປກາບໄຫວ້ບູຊາໃນສະຖານທີ່ດັ່ງກ່າວກັບຄືນມາເຮືອນແລ້ວຝັນດີ ແລະ ມີໂຊກໄຊ ວ່າຊັ້ນ !

ແຫ່ລງຂ່າວ

ຂປລ

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...