spot_img
Homeຂ່າວຕ່າງປະເທດນາຍົກອີຣັກ ປະສານສຽງຣັດເຊຍ-ອີຣ່ານ ລະບຸນ້ຳມັນເຖື່ອນກຸ່ມໄອເອັສ ສ່ວນໃຫຍ່ຂົນເຂົ້າຕວກກີ!

ນາຍົກອີຣັກ ປະສານສຽງຣັດເຊຍ-ອີຣ່ານ ລະບຸນ້ຳມັນເຖື່ອນກຸ່ມໄອເອັສ ສ່ວນໃຫຍ່ຂົນເຂົ້າຕວກກີ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 7 ທັນວາຜ່ານມານີ້ວ່າ ນາຍົກລັດຖະມົນຕີ ໄຮເດີ ອັນ-ອາບາດີ ແຫ່ງປະເທດອີຣັກ ໄດ້ເປີດເຜີຍ ໃນລະຫວ່າງພົບປະ ກັບລັດຖະມົນຕີວ່າການ ກະຊວງການຕ່າງປະເທດ ແຫ່ງ ສະຫະພັນເຢຍລະມັນ ທີ່ເດີນທາງມາຢ້ຽມຢາມວ່າ ນ້ຳມັນທີ່ກຸ່ມລັດອິດສະລາມ ຫລື ໄອເອັສ ລັກລອບຂາຍເຖື່ອນນັ້ນ ສ່ວນໃຫຍ່ຖືກລຳລຽງຂົນສົ່ງ ຜ່ານປະເທດຕວກກີ ຊຶ່ງເປັນການສະໜັບສະໜູນ ສອດຄ່ອງກັບຫລາຍໆປະເທດ ທີ່ກ່າວຫາວ່າ ຕວກກີມີສ່ວນກ່ຽວພັນ ກັບຫົນທາງການຫາລາຍໄດ້ຂອງກຸ່ມດັ່ງກ່າວ.

ການອອກມາເປີດເຜີຍຄືດັ່ງກ່າວນີ້ ໄດ້ເປັນການຢັ້ງຢືນ ເຖິງສິ່ງທີ່ຣັດເຊຍ ແລະ ອີຣ່ານ ໄດ້ອອກມາເວົ້າກ່ອນໜ້ານີ້ວ່າ ປະທານາທິບໍດີ ເຣເຊບ ເຕຢິບ ເອີໂດກັນ ແຫ່ງຕວກກີ ແລະ ຄອບຄົວ ມີສ່ວນພົວພັນ ກັບການຄ້ານ້ຳມັນເຖື່ອນ ກັບກຸ່ມໄອເອັສ ຊຶ່ງທ່ານ ໂມເຊັນ ເຣໄຊອີ ເລຂາທິການສະພາທີ່ປຶກສາ ປະທານາທິບໍດີ ແຫ່ງ ປະເທດອີຣ່ານ ໄດ້ອອກມາຖະແຫລງຕື່ມອີກວ່າ ພວກທີ່ປຶກສາທາງທະຫານຊາວອີຣ່ານ ຊຶ່ງປະຈຳການພາກສະໜາມ ທັງໃນອີຣັກ ແລະ ຊີຣີ ຕ່າງກໍມີພາບຖ່າຍ ຊຶ່ງສະແດງໃຫ້ເຫັນ ຂະບວນລົດບັນທຸກນ້ຳມັນ ຂອງພວກໄອເອັສ ກຳລັງເດີນທາງເຂົ້າສູ່ຕວກກີ.

ແນວໃດກໍຕາມ, ດ້ານສະຫະລັດອາເມຣິກາ ໄດ້ມີທ່າທີແກ້ໜ້າຕາງຕວກກີ ໂດຍທ່ານ ອາມອສ ຮໍສະຕາຍ ຜູ້ແທນພິເສດ ແລະ ຜູ້ປະສານງານ ດ້ານກິດຈະການພະລັງງານ ລະຫວ່າງປະເທດ ຂອງກະຊວງການຕ່າງປະເທດ ສະຫະລັດອາເມຣິກາ ໄດ້ອອກມາຖະແຫລງໃນວັນສຸກທີ 4 ທັນວາຜ່ານມານີ້ວ່າ ນ້ຳມັນທີ່ລັກລອບຂົນສົ່ງ ຈາກປະເທດຊີຣີ ຊຶ່ງກຸ່ມໄອເອັສຍຶດຄອງຢູ່ ເຂົ້າໄປໃນຕວກກີນັ້ນ ບໍ່ມີຄວາມສຳຄັນຫຍັງເລີຍ ເມື່ອພິຈາລະນາ ຈາກມູມມອງປະລິມານ ບໍ່ວ່າຈະເປັນປະລິມານຂອງນ້ຳມັນ ແລະ ປະລິມານຂອງລາຍຮັບ ທີ່ກຸ່ມດັ່ງກ່າວໄດ້ຮັບ.

ຈາກທ່າທີດັ່ງກ່າວຂອງສະຫະລັດອາເມຣິກາ ໄດ້ເຮັດໃຫ້ກະຊວງປ້ອງກັນປະເທດຣັດເຊຍ ອອກມາຕອບໂຕ້ ໃນວັນທີ 5 ທັນວາຜ່ານມາວ່າ ” ເມື່ອພວກເຈົ້າໜ້າທີ່ ສະຫະລັດອາເມຣິກາ ເວົ້າວ່າ ພວກເຂົາເບິ່ງບໍ່ເຫັນວ່າ ນ້ຳມັນຂອງພວກກໍ່ການຮ້າຍ ກຳລັງຖືກລັກລອບເຂົ້າສູ່ຕວກກີໄດ້ແນວໃດນັ້ນ… ມັນກຳລັງສົ່ງກິ່ນເໝັນເນົ່າ ເຖິງຄວາມປາຖະໜາ ທີ່ຢາກຈະປົກປິດພຶດຕິກຳເຫລົ່ານີ້! “ ພ້ອມນັ້ນ, ຍັງລະບຸອີກວ່າ ໃຫ້ທາງການວໍຊິງຕັນ ເບິ່ງຄືນຮູບຖ່າຍວີດີໂອ ຈາກເຮືອບິນໂດຣນຂອງຕົນ ທີ່ຖ່າຍເອົາໄວ້ ເນື່ອງຈາກໄລຍະຫລັງໆມານີ້ ມີໂດຣນຂອງອາເມຣິກາ ບິນໃນບໍລິເວນຊາຍແດນຕວກກີ-ຊີຣີ ແລະ ເໜືອພື້ນທີ່ນ້ຳມັນເຫລົ່ານັ້ນ ເພີ່ມຂຶ້ນກ່ວາເກົ່າ ເຖິງ 3 ເທົ່າຕົວ.

ທັງນີ້ ມີການຄາດປະມານໄວ້ວ່າ ກຸ່ມລັດອິດສະລາມ ມີລາຍຮັບຈາກການຂາຍນ້ຳມັນເຖື່ອນ ປະມານ 1 – 1.5 ລ້ານໂດລາຕໍ່ມື້ ແຕ່ພາຍຫລັງການບຸກໂຈມຕີ ຂອງກອງທັບຣັດເຊຍ ໃສ່ບໍ່ນ້ຳມັນ, ສາງ ແລະ ຂະບວນລົດບັນທຸກຂອງພວກເຂົາ ຢູ່ປະເທດຊີຣີ ໃນໄລຍະຜ່ານມາ ອາດເຮັດໃຫ້ລາຍຮັບ ຂອງກຸ່ມດັ່ງກ່າວ ຫລຸດໜ້ອຍຖອຍລົງ.

558000013978001
ພາບສະແດງຂອງກະຊວງປ້ອງກັນປະເທດຣັດເຊຍ ເຖິງເສັ້ນທາງການຂົນສົ່ງ ນ້ຳມັນເຖື່ອນຂອງກຸ່ມໄອເອັສ ຈາກປະເທດຊີຣີ ເຂົ້າສູ່ຕວກກີ.

ບົດຄວາມຫຼ້າສຸດ

ຣັດເຊຍເກີດແຜ່ນດິນໄຫວຮຸນແຮງລະດັບ 8.7 ຣິກເຕີ ທາງດ້ານຍີ່ປຸ່ນກຽມຮັບມືກັບຄຶ້ນໃຫຍ່ສຶນາມິ

ທາງການຣັດເຊຍເປີດເຜີຍ: ຄຶ້ນສຶນາມິສູງ 3-4 ແມັດ ພັດເຂົ້າສູ່ແຄມຝັ່ງທາງຕາເວັນອອກ ຫຼັງເກີດແຜ່ນດິໄຫວລະດັບ 8.7 ຣິກເຕີ ເບື້ອງຕົ້ນບໍ່ມີລາຍງານຜູ້ເສຍຊີວິດ ແລະ ບາດເຈັບ. ອີງຕາມສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 30 ກໍລະກົດ 2025,...

ເສຍຫາຍຫຼາຍສົມຄວນ! ປະເມີນຜົນກະທົບຈາກໄພພິບັດ ແລະ ແນວທາງການຊ່ວຍເຫຼືອຟື້ນຟູ

ລາວໄດ້ຮັບຜົນກະທົບທັງໝົດ 34 ເມືອງ ແລະ ເສຍຊີວິດ 4 ຄົນ ຈາກຜົນກະທົບຈາກພາຍຸວິພາ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ຈັດກອງປະຊຸມເພື່ອປຶກສາຫາລືກ່ຽວກັບການປະເມີນຜົນກະທົບ, ຜົນເສຍຫາຍ ແລະ ແນວທາງຟື້ນຟູສຸກເສີນ ບັນດາແຂວງທີ່ໄດ້ຮັບຜົນກະທົບຈາກພາຍຸວິພາ ໃນວັນທີ...

ທ່ານຮູ້ຫຼືບໍ່? ສິນຄ້າສົ່ງອອກ ທີ່ໄດ້ຮັບການຍົກເວັ້ນ ອມພ (VAT) ມີຫຍັງແດ່?

ທ່ານຮູ້ຫຼືບໍ່? ສິນຄ້າສົ່ງອອກ ທີ່ໄດ້ຮັບການຍົກເວັ້ນ ອມພ (VAT) ມີຫຍັງແດ່? ອມພ ອາກອນມູນຄ່າເພີ່ມ ຫຼື VAT : ແມ່ນອາກອນມູນຄ່າເພີ່ມທີ່ເກັບຕາມມູນຄ່າສິນຄ້າ ຫຼື ການບໍລິການໃນປະເທດ ແລະ...

ຂ່າວດີ! ສົກຮຽນ 2025-2026 ມຊ ຈະຮັບນັກສຶກສາໃໝ່ 5.670 ຄົນ

ສົກຮຽນ 2025-2026 ມະຫາວິທະຍາໄລແຫ່ງຊາດ(ມຊ) ມີແຜນຮັບນັກສຶກສາໃໝ່ ໃນທຸກໆຫລັກສູດປະລິນຍາຕີ ຈໍານວນ 5.670 ຄົນ. ໃນສົກສຶກສາ 2025-2026 ມະຫາວິທະຍາໄລແຫ່ງຊາດ(ມຊ) ມີແຜນຮັບນັກສຶກສາໃໝ່ ໃນທຸກໆຫລັກສູດປະລິນຍາຕີ ຈໍານວນ 5.670...