Homeຂ່າວຕ່າງປະເທດກຳປູເຈຍ ເປີດລົງທະບຽນທຸລະກິດທາງ ອິນເຕີເນັດ

ກຳປູເຈຍ ເປີດລົງທະບຽນທຸລະກິດທາງ ອິນເຕີເນັດ

Published on

400.logo

ຂປລ.ຕາມ​ຂ່າວ ​ຕ່າງປະ​ເທດ, ວັນ​ທີ 7 ທັນວາ 2015, ທ່ານ ຊັນ​ຈັນ ທຣາ, ລັດຖະມົນຕີ ​ວ່າການ ​ກະຊວງ ​ການ​ຄ້າຂອງ ​ກຳປູ​ເຈຍ ລະບຸ​ວ່າ: ​ການ​ເປີດ ​​ໃຫ້ບໍລິການ ຈົດ​ທະບຽນ ​ທຸລະ​ກິດ​ ຜ່ານ​ທາງ ​ອິນ​ເຕີ​ເນັດ ຊ່ວຍ​ຫລຸດຜ່ອນ ​ການ​ໃຊ້​ ໄລຍະ​ເວລາ ຈາກ​ 7 ວັນ ​ເຫລືອ​ພຽງ 1 ຊົ່ວ​ໂມງ​ ​ຈະ​ຊ່ວຍ​​ໃຫ້​ ນັກທຸລະກິດ ​ສາມາດ​ ລົງທະບຽນ ​ເຮັດ​ທຸລະ​ກິດ​ ໃນ​ປະ​ເທດ​ນີ້ ​ໄດ້​ທົ່ວ​ໂລກ ​ໂດຍຜ່ານ​ເວ​ບ​ໄຊ www.businessregistration.moc.gov.kh ​​​ເສຍ​ຄ່າ ​ທຳນຽມ ການ​ຈົດ​ທະບຽນ 1,72 ລ້ານ​ຣຽວ(riel) ດ້ວຍ​ການ​ສຳ​ລະ​ເງິນ​ ຜ່ານ​ທາງ​ອິນ​ເຕີ​ເນັດ ຈາກ​ນັ້ນ ກໍ່​ສາມາດ ​ພິມ​ໃບຈົດ​ ທະບຽນ ​ທຸລະ​ກິດ​ໄດ້​ເອງ ​ສ່ວນ​ບໍລິສັດ​ ໄດ້ຈົດ​ທະບຽນ ປະມານ 42.000​ ແຫ່ງ ຂໍ​ໃຫ້​ໄປ​ຈົດ ອິນເຕີເນັັດ ​ອີກ​ຄັ້ງ ພາຍ​ໃນ​ວັນ​ທີ 31 ມີນາ ​ປີໜ້າ ​ໂດຍ​ບໍ່​ຕ້ອງ ​ເສຍ​ຄ່າ​ທຳນຽມ​./.

ແຫ່ລງຂ່າວ

ຂປລ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...