spot_img
Homeຂ່າວຕ່າງປະເທດກອງທັບຫວຽດນາມ ຊ່ວຍເຫລືອກໍ່ສ້າງ ໂຮງຮຽນການທະຫານຊາຍແດນ ທີ່ເມືອງທ່າພະບາດ!

ກອງທັບຫວຽດນາມ ຊ່ວຍເຫລືອກໍ່ສ້າງ ໂຮງຮຽນການທະຫານຊາຍແດນ ທີ່ເມືອງທ່າພະບາດ!

Published on

laos-vietnam

ພິທີວາງສີລາລືກ ໂຄງການກໍ່ສ້າງ ໂຮງຮຽນວິຊາສະເພາະການທະຫານຊາຍແດນໂດຍການຊ່ວຍເຫລືອຂອງ ກອງທັບປະຊາຊົນຫວຽດນາມ ໃຫ້ແກ່ກອງທັບປະຊາຊົນລາວ, ໄດ້ມີຂຶ້ນໃນວັນທີ 5 ທັນວານີ້ ທີ່ເມືອງທ່າພະບາດແຂວງບໍລິຄຳໄຊ, ໂດຍການເຂົ້າຮ່ວມຂອງທ່ານພົນຕີ ສຸວອນ ເລືອງບຸນມີ ລັດຖະມົນຕີຊ່ວຍວ່າການກະຊວງປ້ອງກັນປະເທດ, ຫົວຫນ້າກົມໃຫຍ່ເສນາທິການກອງທັບປະຊາຊົນລາວ, ທ່ານຫງວຽນແມັງຮຸ່ງເອກອັກຄະລັດທະທູດ ສສ ຫວຽດນາມ ປະຈຳລາວ, ມີຜູ້ຕາງຫນ້າການນຳແຂວງບໍລິຄຳໄຊ ແລະ ມວນຊົນເຂົ້າຮ່ວມເປັນຈຳນວນຫລາຍ.

ໂຮງຮຽນການທະຫານຊາຍແດນແຫ່ງນີ້ ຈະສ້າງຂຶ້ນໃນເນື້ອທີ່ກວ້າງ 16 ເຮັກຕາ ທີ່ເມືອງທ່າພະບາດແຂວງບໍລິຄຳໄຊ ດ້ວຍມູນຄ່າການລົງທຶນທັງຫມົດ 125 ຕື້ດົງສະກຸນເງິນຫວຽດນາມ, ເຊິ່ງພາຍຫລັງສຳເລັດການກໍ່ສ້າງແລ້ວ ໃນແຕ່ລະປີໂຮງຮຽນແຫ່ງນີ້ ຈະສາມາດຮັບຜູ້ເຂົ້າຮຽນ ຈາກກຳລັງຮັກສາຄວາມສະຫງົບຊາຍແດນຂອງລາວ ໄດ້ຢ່າງຫນ້ອຍ 150 ຄົນ.

ທ່ານພົນຈັດຕະວາ ຈັນທອງ ສອນຕາອາດ ຮອງຫົວຫນ້າກົມໃຫຍ່ເສນາທິການກອງທັບໄດ້ມີຄຳເຫັນໃນພິທີວ່າ: ໂຮງຮຽນແຫ່ງນີ້ ມັນມີຄວາມຫມາຍສຳຄັນຍິ່ງ ຕໍ່ກັບກອງທັບປະຊາຊົນລາວ, ເຊິ່ງບໍ່ພຽງແຕ່ຈະຊ່ວຍກອງທັບລາວ ເປັນເຈົ້າການໃນການພັດທະນາ ກຳລັງວິຊາການທະຫານຊາຍແດນ ເພື່ອເຮັດຫນ້າທີ່ປົກປັກຮັກສາເຂດນໍ້າແດນດິນຂອງຕົນ ແລະ ທັງຮັບປະກັນການເຮັດຫນ້າທີ່ການເມືອງໃນໄລຍະໃຫມ່ຂອງຕົນ.

ທ່ານພົນຈັດຕະວາ ຈັນທອງ ສອນຕະອາດ ເວົ້າວ່າ: ໃນແຕ່ໃດມາພັກ-ລັດຖະບານກໍຄືກະຊວງປ້ອງກັນປະເທດ ຍາມໃດກໍໄດ້ຕີລາຄາສູງຕໍ່ການຮ່ວມມື ຊ່ວຍເຫລືອຂອງພັກ, ລັດຖະບານ ແລະ ກອງທັບປະຊາຊົນຫວຽດນາມ ແລະ ການຊ່ວຍເຫລືອກໍ່ສ້າງໂຮງຮຽນແຫ່ງນີ້ ກໍເປັນອີກຄັ້ງຫນຶ່ງ ແຫ່ງຫມາກຜົນຂອງການພົວພັນສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ລັດຖະບານ ແລະ ປະຊາຊົນສອງປະເທດລາວ- ຫວຽດນາມ ແລະ ໃນໂອກາດນີ້ ຕາງຫນ້າໃຫ້ການນຳກະຊວງປ້ອງກັນປະເທດ ທ່ານພົນຈັດຕະວາ ຈັນທອງ ອີກເທື່ອຫນຶ່ງ ຂໍສະແດງຄວາມຂອບໃຈ ອັນເລິກເຊິ່ງຕໍ່ການຊ່ວຍເຫລືອດັ່ງກ່າວ ມາຍັງລັດຖະບານ ແລະ ກະຊວງປ້ອງກັນປະເທດຫວຽດນາມ, ເຖິງວ່າຈະມີຄວາມຫຍຸ້ງຍາກຫລາຍຢ່າງ, ແຕ່ຍາມໃດ ກໍໄດ້ເສຍສະລະຊ່ວຍເຫລືອລາວຕະຫລອດມາ ບົນຈິດໃຈເຂົ້າເມັດຫັກຜັກເສັ້ນຫນຶ່ງກໍບິແບ່ງກັນກິນ.

 

ແຫລ່ງຂ່າວ:

ລພນ

ບົດຄວາມຫຼ້າສຸດ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...

ນໍ້າຖ້ວມຮຸນແຮງຢູ່ແຂວງກຸຍໂຈ ຂອງ ສປ ຈີນ

ຝົນຕົກໜັກຕໍ່ເນື່ອງເຮັດໃຫ້ນໍ້າຖ້ວມໜັກໜ່ວງຢູ່ແຂວງກຸຍໂຈ (Guizhou) ຂອງ ສປ ຈີນ, ປະຊາຊົນ 80,000 ກວ່າຄົນ ຕ້ອງໄດ້ອົບພະຍົບຢ່າງເລັ່ງດ່ວນ. ລັດຖະບານຈີນໄດ້ປະກາດຍົກລະດັບມາດຕະການສຸກເສີນເພື່ອຮັບມືກັບໄພນໍ້າຖ້ວມກະທັນ, ເນື່ອງຈາກຝົນຕົກໜັກຕໍ່ເນື່ອງເປັນເວລາຫຼາຍມື້ໃນແຂວງກຸຍໂຈ ເຊິ່ງຕັ້ງຢູ່ທາງຕາເວັນຕົກສ່ຽງໃຕ້ຂອງ ສປ ຈີນ, ໂດຍລະດັບນໍ້າ...

ໄປບໍ່ລອດ! ເຈົ້າໜ້າທີ່ອຸທະຍານ ແຫ່ງປະເທດໄທ ຈັບກຸມຄົນລາວ 2 ຄົນ ລັກລອບຂາຍຊາກສັດປ່າ

ເຈົ້າໜ້າທີ່ໄທ ຈັບກຸມ 2 ຊາວລາວ ກຽມລັກລອບຄ້າຂາຍຊາກສັດປ່າຫຼາຍກວ່າ 101 ກິໂລກຼາມ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 25 ມິຖຸນາ 2025 ຜ່ານມາ, ເຈົ້າໜ້າທີ່ກົມອຸທະຍານແຫ່ງຊາດ ສັດປ່າ ແລະ...