spot_img
Homeຂ່າວຕ່າງປະເທດຕຳຫລວດແບນຊິກ ຈັບກຸມຜູ່ຖືກສົງໄສ ເຫດໂຈມຕີປາຣີ ໄດ້ເພີ່ມອີກ 2 ຄົນ!

ຕຳຫລວດແບນຊິກ ຈັບກຸມຜູ່ຖືກສົງໄສ ເຫດໂຈມຕີປາຣີ ໄດ້ເພີ່ມອີກ 2 ຄົນ!

Published on

aHR0cDovL3BlMS5pc2Fub29rLmNvbS9ucy8wL3VkLzM4Mi8xOTEwNjYyLzY2MzQ3NC0wMS5qcGc=

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 5 ທັນວາຜ່ານມານີ້ວ່າ ໄອຍະການແບນຊິກ ໄດ້ເປີດເຜີຍ ຕຳຫລວດສາມາດຈັບກຸມ ຜູ່ຖືກສົງໄສ ໃນຄະດີທີ່ກ່ຽວຂ້ອງ ກັບການກໍ່ເຫດ ໂຈມຕີປາຣີ ປະເທດຝຣັ່ງເສດ ໄດ້ເພີ່ມອີກ 2 ຄົນ ຊື່ ທ້າວ ຊາມີ ຊີ ຊາວຝຣັ່ງ ອາຍຸ 20 ປີ ສ່ວນອີກຄົນໜຶ່ງຊື່ ທ້າວ ປີແອ ເອັນ ຊາວແບນຊິກ ອາຍຸ 28 ປີ ຊຶ່ງທັງຄູ່ ໄດ້ຖືກເຈົ້າໜ້າທີ່ຕຳຫລວດແບນຊິກ ຈັບກຸມຕົວໄວ້ ໃນຖານະມີສ່ວນພົວພັນ ກັບການກໍ່ການຮ້າຍ ແລະ ສານແບນຊິກ ໄດ້ມີຄຳສັ່ງກັກຂັງພາງ ເພື່ອທຳການສືບສວນ-ສອບສວນ ຕາມຂະບວນການຂອງກົດໝາຍຕໍ່ໄປ.

 

ບົດຄວາມຫຼ້າສຸດ

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...

ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ – ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ

ສະມາຄົມມິດຕະພາບລາວ - ສປປ ເກົາຫຼີ, ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ຮ່ວມກັບສະຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ...

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...