spot_img
Homeຂ່າວທ້ອງຖິ່ນແຂວງຄໍາມ່ວນ ສະຫລອງວັນສ້າງຕັ້ງ ເຍົາວະຊົນທັນວາ ຄົບຮອບ 60 ປີ

ແຂວງຄໍາມ່ວນ ສະຫລອງວັນສ້າງຕັ້ງ ເຍົາວະຊົນທັນວາ ຄົບຮອບ 60 ປີ

Published on

071

ຂປລ. ເມື່ອມໍ່ໆມານີ້, ທ່ານ ດຣ. ແກ້ວອຸດອນ ບຸດສິງຂອນ ເລຂາຄະນະບໍລິຫານງານຊາວໜຸ່ມແຂວງຄຳມ່ວນ ໄດ້ປາຖະກະຖາ ໃນພິທີສະຫລອງວັນສ້າງຕັ້ງ ເຍົາວະຊົນທັນວາ ໂດຍທ່ານໄດ້ຍົກໃຫ້ເຫັນ ມູນເຊື້ອການຕໍ່ສູ້, ການເສຍສະລະຂອງນ້ອງນ້ອຍເຍົາວະຊົນ ໃນເມື່ອກ່ອນ ທີ່ມີພຽງແຕ່ 48 ນ້ອງເທົ່ານັ້ນ ຍ້ອນມີນ້ຳໃຈຮັກຊາດ ຮັກບ້ານເກີດເມືອງນອນ ຈຶ່ງໄດ້ຕັດສິນໃຈສ້າງຕັ້ງກອງເຍົາວະຊົນຂຶ້ນ ໃນວັນທີ 2 ທັນວາ 1955 ເພື່ອຕໍ່ສູ້ຕ້ານກັບຈັກກະພັດຜູ້​​ຮຸກຮານ ຈົນໄດ້ຮັບໄຊຊະນະເປັນກ້າວໆມາຈົນມາເຖິງປັດຈຸບັນນີ້.

ໃນໂອກາດນີ້  ກໍໄດ້ມີການແຂ່ງຂັນກິລາບານເຕະລຸ້ນອາຍຸບໍ່ເກີນ 13 ປີ, ການແຂ່ງຂັນນັກຮ້ອງ​​ເຍົາວະຊົນສຽງດີ, ພິທີຮັບມະຫາຊົນກ້າວໜ້າ ເຂົ້າເປັນສະມາຊິກ ຊປປລ ແລະ ເລື່ອນມະຫາຊົນ ອະນຸຊົນ ເປັນສະມາຊິກເຍົາວະຊົນທັນວາ, ນຳພາສະມາຊິກເຍົາວະຊົນ ເຂົ້າຢ້ຽມຊົມອະນຸສອນສະຖານ ທາງປະຫວັດສາດເປັນຕົ້ນ ອະນຸສອນສະຖານປະທານ ສຸພານຸວົງ, ອະນຸສອນສະຖານປະທານ ໄກສອນ ພົມວິຫານ, ຫໍພິພິທະພັນ, ນໍ້າສ້າງ 21 ມີນາ ແລະ ອະນຸສອນສະຖານປະທານ ໂຮຈິມິງ. ມີການສະແດງສິລະປະ ວັນນະຄະດີ, ສະແດງລະຄອນ, ສາທິດສິລະປະເທຄວັນໂດ້, ການເດີນແບບຂອງເຍົາວະຊົນ, ການແຕ້ມຮູບລະບາຍສີ ແລະ ການຖາມຕອບວິທະຍາສາດ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ.

ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ. ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ...

ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2...

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...