Homeຂ່າວການພັດທະນາໂຮງງານຊີມັງລ້ານຊ້າງລາວເລີ່ມຜະລິດແລ້ວ

ໂຮງງານຊີມັງລ້ານຊ້າງລາວເລີ່ມຜະລິດແລ້ວ

Published on

cement

ພິທີເປີດການຜະລິດຂອງໂຮງງານຊີມັງລ້ານຊ້າງລາວ, ຕັ້ງຢູ່ບ້ານເວີນຄູນ, ເມືອງຄຸນຄໍາ, ແຂວງຄໍາມ່ວນ, ໄດ້ຈັດຂຶ້ນໃນວັນທີ 3 ທັນວາຜ່ານມານີ້,ໂດຍການເຂົ້າຮ່ວມຂອງທ່ານຮອງນາ ຍົກລັດຖະ ມົນຕີ ສົມສະຫວາດ ເລັ່ງສະຫວັດ, ມີບັນດາລັດຖະມົນຕີ, ເຈົ້າແຂວງ, ຄະນະຜູ້ບໍລິຫານໂຮງ ງານ ແລະ ພະນັກງານກໍາມະກອນເຂົ້າຮ່ວມເປັນຈໍານວນຫລາຍ.

ທ່ານ ດວານ ເວັນກວານ ປະທານກຸ່ມບໍລິສັດວາຍອີໄອຈີ (YEIG) ໃຫ້ຮູ້ວ່າ: ໂຮງງານແຫ່ງນີ້ເປັນໂຮງງານຜະລິດຊີມັງຂະໜາດໃຫຍ່ໃນລາວ, ມີກໍາລັງການຜະລິດປະມານໜຶ່ງລ້ານໂຕນຕໍ່ປີ, ມີມູນຄ່າ

ການລົງທຶນທັງໝົດ 120 ລ້ານໂດລາສະຫະລັດ, ໂດຍການຮ່ວມທຶນລະຫວ່າງບໍລິສັດ YEIG ອິນເຕີເນຊັນນໍກັບກຸ່ມບໍລິສັດລັດພັດທະນາຊົນນະບົດໃໝ່ ແລະ ບໍລິສັດ ໃສທິລາດກລຸບ ບົນພື້ນຖານກົດໝາຍຂອງ ສປປ ລາວ, ມີລະບົບການຮັກສາສະພາບແວດລ້ອມ ແລະ ສັງຄົມທີ່ປອດໄພສູງ ແລະ ຜະ ລິດຊີມັງທີ່ມີຄຸນນະ ພາບເພື່ອສະໜອງໃຫ້ແກ່ໂຄງການກໍ່ສ້າງສໍາຄັນຕ່າງໆຄື: ໂຄງການກໍ່ສ້າເສັ້ນທາງລົດໄຟລາວ-ຈີນ, ການກໍ່ສ້າງເສັ້ນທາງ, ຂົວ, ເຂື່ອນໄຟຟ້ານໍ້າຕົກ ແລະ ພື້ນຖານໂຄງລ່າງອື່ນໆ ແລະ ຍັງຈະຊ່ວຍສ້າງວຽກເຮັດງານທໍາ ແລະ ເພີ່ມໂອກາດໃນການດໍາເນີນທຸລະກິດໃຫ້ກັບປະຊາຊົນຢູ່ທ້ອງຖິ່ນສາມາດປະກອບສ່ວນເຂົ້າໃນການສ້າງສາພັດທະນາເສດຖະກິດ-ສັງຄົມແຫ່ງຊາດເຕີບໃຫຍ່ຂະຫຍາຍຕົວ.

ແຫ່ລງຂ່າວ

ລພນ

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...