Homeຂ່າວຕ່າງປະເທດເກຣັກ ຈະປັບຫລຸດລາຍຈ່າຍ-ເພີ່ມພາສີ ໃນປີ2016

ເກຣັກ ຈະປັບຫລຸດລາຍຈ່າຍ-ເພີ່ມພາສີ ໃນປີ2016

Published on

400.400463

ຂ​ປລ.ຕາມ​ຂ່າວ​ ຕ່າງປະ​ເທດ, ວັນ​ທີ 6 ທັນວາ 2015, ລັດຖະສະພາ​ ເກຣັກ ​ອະນຸມັດ​ ງົບປະມານ ​ປະຈຳ​ປີໜ້າ ດ້ວຍ​ຄະ​ແນນ​ສຽງ 153 ຕໍ່145​ ສຽງ ​ແລະ ບໍ່​ອອກສຽງ 2 ສຽງ ​​ໂດຍ​ຈະ​ປັບຫລຸດ ລາຍ​ຈ່າຍຕ່າງໆ ຂອງ​ລັດ ​ແລະ ​ເພີ່ມ​ພາສີ ​ຂຶ້ນ​ອີກ ຫລັງ​ຈາກ ທ່ານ ອາ​ເລັກ​ຊີ, ນາຍົກ ລັດຖະມົນຕີ ​ເກຣັກ ​ໄດ້​ວາງ ​ເປົ້າໝາຍ​ ໃນ​ການ ​ປະຕູ​ຮູບ ​ເສດຖະກິດ-ສັງຄົມ ຢ່າງ​ເຂັ້ມ​ແຂງ ​​ຂະນະ​ທີ່ ການ​ຂະຫຍາຍຕົວ​ ເສດຖະກິດ ​ປີໜ້າ​ ຈະ​ຫົດ​ຕົວ​ລົງ 0,7%, ສ່ວນ ​ໜີ້​ ສາທາລະນະ ຈະ​​ເພີ່ມ​ຂຶ້ນ ຈາກ 180,2% ​ໃນປີ​ນີ້ ມາ​ເປັນ187,8% ຂອງ​ຍອດ​ລວມ ຜະລິດ​ ຕະພັນ ​ພາຍ​ໃນ(GDP)​​ປີໜ້າ./.

ແຫ່ລງຂ່າວ

ຂປລ

ບົດຄວາມຫຼ້າສຸດ

ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຈໍາປາສັກ ໄດ້ຕ້ອນຮັບ ທ່ານ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...

ສປປ ລາວ ເຂົ້າຮ່ວມເປັນສະມາຊິກເຄືອຂ່າຍພັນທະມິດດ້ານທຸລະກິດປະຊາສຳພັນໃນອາຊີ (OAC)

ໃນວັນທີ 5 ພະຈິກ 2026 ທີ່ຜ່ານມາ, ສປປ ລາວ ໄດ້ເຂົ້າຮ່ວມການເປັນສະມາຊິກເຄືອຂ່າຍພັນທະມິດດ້ານທຸລະກິດປະຊາສຳພັນໃນອາຊີ ຫຼື One Asia Communications (OAC) ໃນເວທີປຶກສາຫາລືດ້ານການສື່ສານ...

ແກ້ໄຂຫຼາຍບັນຫາ ນະຄອນຫຼວງວຽງຈັນ ແກ້ໄຂບັນຫາຄວາມທຸກຍາກ ການຂາດແຄນຄູສອນ ການບໍລິຫານຈັດການຂີ້ເຫຍື້ອ

ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ V ໄດ້ດໍາເນີນມາຮອດວັນທີ 13 ພະຈິກ 2026 ໄດ້ປິດລົງດ້ວຍຜົນສໍາເລັດອັນຈົບງາມ ພາຍໃຕ້ການເປັນປະທານຂອງ ທານ...

ກົດລະບຽບພາຍໃນ, ບໍ່ຈອດຊ້ອນຄັນ ຫຼື ກີດຂວາງທາງເຂົ້າ-ອອກ, ບໍ່ຈອງບ່ອນຈອດລົດສາທາລະນະດ້ວຍວັດຖຸ ແລະ ບໍ່ຫຼົບຫຼີກການຊຳລະຄ່າບໍລິການ.

ການຊອກຫາບ່ອນຈອດລົດໃນຕົວເມືອງຍັງກາຍເປັນບັນຫາທີ່ສ້າງຄວາມຫຍຸ້ງຍາກໃຫ້ແກ່ຜູ້ຂັບຂີ່ ໂດຍສະເພາະ ການຈອດລົດບໍ່ເປັນລະບຽບ, ທັງກີດຂວາງການສັນຈອນ ແລະ ສ່ຽງຕໍ່ການເກີດອຸບັດຕິເຫດ ເພື່ອແກ້ໄຂບັນຫາດັ່ງກ່າວ. ດັ່ງນັ້ນນະຄອນຫຼວງວຽງຈັນ (ນວ) ຈຶ່ງໄດ້ຮ່າງຂໍ້ຕົກລົງວ່າດ້ວຍ ການຄຸ້ມຄອງ ແລະ ພັດທະນາສະຖານທີ່ຈອດລົດ ເພື່ອວາງລະບຽບການຈອດລົດໃຫ້ເປັນລະບົບ...