spot_img
HomeມູມໄອທີລາວZTE Blade A1 ສະມາດໂຟນລາຄາຖືກທີ່ມາພ້ອມກັບສະແກນລາຍນິ້ວມື

ZTE Blade A1 ສະມາດໂຟນລາຄາຖືກທີ່ມາພ້ອມກັບສະແກນລາຍນິ້ວມື

Published on

image

ອາທິດນີ້ ZTE ໄດ້ປະກາດເປີດໂຕ Blade A1 ເຊິ່ງເປັນສະມາດໂຟນລາຄາຖືກທີ່ມາພ້ອມກັບເຊັນເຊີ້ສະແກນລາຍນິ້ວມື ເຊິ່ງຫາບໍ່ໄດ້ແລ້ວໃນລາຄາ 599 ຢວນ (740.000 ກີບ) ເທົ່ານັ້ນ!!

image

ສຳລັບໂຕສະແກນລາຍນິ້ວມືຂອງ Blade A1 ນັ້ນຈະຢູ່ທີ່ດ້ານຫຼັງເຄື່ອງ ແລະທາງ ZTE ບອກວ່າສາມາດປົກລ໋ອກໄດ້ໄວເຖິງ 0.3 ວິນາທີເທົ່ານັ້ນ, ເຊິ່ງຕົ້ນຂ່າວບອກວ່າ ຍັງບໍ່ທັນໄດ້ທົດສອບເບິ່ງເທື່ອເພາະວ່າສະມາດໂຟນລຸ້ນດັ່ງກ່າວນີ້ຍັງບໍ່ທັນໄດ້ວາງຂາຍເທື່ອ ແຕ່ວ່າຈະວາງຂາຍຜ່ານທາງ JD.com ໃນທ້າຍເດືອນທັນວານີ້ ແລະຄາດວ່າສະມາດໂຟນລຸ້ນດັ່ງກ່າວຈະຂາຍໃນປະເທດຈີນເທົ່ານັ້ນ

image

image

ສຳລັບລາຍລະອຽດສະເປັກຂອງ ZTE Blade A1 ມີດັ່ງນີ້:
– ໜ້າຈໍຂະໜາດ 5 ນິ້ວ ຄວາມລະອຽດ 720p (HD)
– ຮອງຮັບ LTE ແລະ ໃຊ້ໄດ້ສອງຊິມ
– ກ້ອງຫຼັງຄວາມລະອຽດ 13 MP ແລະ ກ້ອງໜ້າຄວາມລະອຽດ 8 MP
– Ram 2 GB
– Rom 16 GB
– ແບັດເຕີຣີໃຫ້ມາ 2800 mAh
– ໃຊ້ງານລະບົບປະຕິບັດການ Android Lollipop ( ຜ່ານການປັບແຕ່ງໂດຍ ZTE)
– ໃຊ້ງານໜ່ວຍປະມວນຜົນ quad-core MediaTek MT6735 ຄວາມໄວທີ່ 1.3 GHz.

image

ທີ່ມາ: phonearena

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...