ທະນາຄານແຫ່ງ ສປປ ລາວ ສະຫຼອງວັນສ້າງຕັ້ງ ຄົບຮອບ 45 ປີ

ວັນ​ທີ 24 ທັນວາ 2013 ຜ່ານ​ມາ​ນີ້ ທະນາຄານ​ແຫ່ງ ​ສປປ ລາວ ໄດ້​ຈັດ​ງານ​ສະເຫຼີມສະຫຼອງ ວັນ​ສ້າງຕັ້ງ​ທະນາຄານ​ແຫ່ງ ​ສປປ ລາວ ຄົບຮອບ 45 ປີ​ຂຶ້ນ ຢູ່​ທີ່​ຫໍ​ວັດທະນະທຳ​ແຫ່ງ​ຊາດ ໂດຍ​ມີ​ທ່ານ ທອງ​ສິງ ທຳ​ມະ​ວົງ ກຳມະການ​ກົມ​ການເມືອງ​ສູນ​ກາງ​ພັກ ນາຍົກລັດຖະມົນຕີ ໃຫ້​ກຽດ​ເຂົ້າ​ຮ່ວມ.

ທ່ານ ສົມ​ພາວ ໄຟ​ສິດ ເລຂາ​ຄະນະ​ພັກ ຜູ້​ວ່າການ​ທະນາຄານ​ແຫ່ງ ​ສປປ ລາວ ໄດ້​ສະເໜີ​ຜົນງານ​ໃຫ້​ຮູ້​ໂດຍ​ຫຍໍ້​ວ່າ: ກ່ອນ​ໜ້າ​ນີ້ 45 ປີ ໂດຍ​ປະຕິບັດ​ຕາມ​ມະຕິ​ກອງ​ປະຊຸມ​ສູນ​ກາງ​ພັກ ຄັ້ງ​ທີ 13 ສະໄໝ​ທີ I ກ່ຽວ​ກັບ​ການ​ປັບປຸງ​ກໍ່ສ້າງ​ເຂດ​ປົດ​ປ່ອຍ​ໃນ​ທຸກ​ດ້ານ ເຮັດ​ໃຫ້​ເຂດ​ປົດ​ປ່ອຍ​ເປັນ​ຄື​ລັດ​ໜຶ່ງ​ທີ່​ມີ​ຄວາມ​ເປັນ​ເອກະລາດ ເພື່ອ​ເປັນ​ບ່ອນ​ອີງ​ທີ່​ໜັກ​ແໜ້ນ​ໃຫ້​ແກ່​ພາລະກິດ​ຕໍ່ສູ້​ປົດ​ປ່ອຍ​ຊາດ ໃນ​ວັນ​ທີ 7 ຕຸລາ 1968 ສູນ​ກາງ​ແນວ​ລາວ​ຮັກ​ຊາດ ໄດ້​ປະກາດ​ສ້າງຕັ້ງ​ທະນາຄານ​ປະເທດ​ລາວ​ຂຶ້ນ ທີ່​ຖ້ຳ​ເສດຖະກິດ-ການ​ເງິນ ບ້ານ​ນາ​ໄກ ເມືອງ​ວຽງ​ໄຊ ແຂວງ​ຫົວພັນ ໃນ​ມື້​ນັ້ນ ທະນາຄານ​ປະເທດ​ລາວ ໄດ້​ພິມ​ຈຳໜ່າຍ​ເງິນ​ກີບ​ປົດ​ປ່ອຍ​ອອກ​ຈໍ​ລະ​ຈອນ ຮັບ​ໃຊ້​ພາລະກິດ​ການ​ປະຕິວັດ​ເປັນ​ຄັ້ງ​ທຳ​ອິດ.

ພາຍຫຼັງ​ສະຖາປະນາ ​ສປປ ລາວ ໃນ​ວັນ​ທີ 2 ທັນວາ 1975 ການ​ປະຕິວັດ​ປະເທດ​ເຮົາ ໄດ້​ກ້າວ​ເຂົ້າ​ສູ່​ໄລຍະ​ໃໝ່ ໄລຍະ​ແຫ່ງ​ການ​ປົກ​ປັກ​ຮັກສາ ແລະ ສ້າງສາ​ພັດທະນາ​ປະເທດ​ຊາດ ພາຍ​ໃຕ້​ການ​ນຳພາ​ຂອງ​ພັກ ປະຊາຊົນ​ເຮົາ​ໄດ້​ຈັດ​ຕັ້ງ​ປະຕິບັດ​ແຜນ​ຟື້ນ​ຟູ​ເສດຖະກິດ​ຫຼັງ​ສົງຄາມ ກ້າວ​ສູ່​ໄລຍະ​ຂ້າມ​ຜ່ານ​ກ້າວ​ຂຶ້ນ​ສັງຄົມ​ນິຍົມ ໃນ​ໄລຍະ​ດັ່ງກ່າວ ທະນາຄານ​ປະເທດ​ລາວ ໄດ້​ເຄື່ອນ​ຍ້າຍ​ຈາກ​ເມືອງ​ວຽງ​ໄຊ​ມາ​ນະຄອນຫຼວງ​ວຽງ​ຈັນ ແລະ ໄດ້​ເຂົ້າ​ຄອບ​ຄອງ​ລະບົບ​ທະນາຄານ​ຂອງ​ຝ່າຍ​ລາຊະ​ອານາຈັກ​ທັງ​ໝົດ ແລະ ໄດ້​ປ່ຽນ​ຊື່​ທະນາຄານ​ປະເທດ​ລາວ ມາ​ເປັນ​ທະນາຄານ​ແຫ່ງ ​ສປປ ລາວ ບົດບາດ​ທະນາຄານ​ແຫ່ງ​ຊາດ ໄດ້​ຂະຫຍາຍ​ກວ້າງ​ຄວບ​ຄຸມ​ພື້ນ​ທີ່​ທົ່ວ​ປະເທດ.

ນັບ​ຈາກ​ນັ້ນ​ມາ ທະນາຄານ​ແຫ່ງ ​ສປປ ລາວ ໄດ້​ມີ​ການ​ເຕີບ​ໃຫຍ່​ຂະຫຍາຍຕົວ​ທາງ​ດ້ານ​ການຈັດຕັ້ງ ແລະ ຮູບ​ແບບ​ການ​ຄຸ້ມ​ຄອງ ຊຶ່ງ​ໄດ້​ສ້າງຕັ້ງ​ຫຼາຍ​ທະນາຄານ​ເກີດ​ຂຶ້ນ ທັນ​ສະໄໝ​ຂຶ້ນ ຈາກ​ຜົນງານ​ດັ່ງກ່າວ​ນັ້ນ ແມ່ນ​ຍ້ອນ​ການ​ຊີ້​ນຳ-ນຳພາ​ຢ່າງ​ໃກ້ຊິດ​ຂອງ​ກົມ​ການເມືອງ​ສູນ​ກາງ​ພັກ ແລະ ລັດຖະບານ ຈຶ່ງ​ມີ​ການ​ເຕີບ​ໃຫຍ່​ຂະຫຍາຍຕົວ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ.

ທີ່ມາhttp://www.vientianemai.net/teen/khao/1/10862