ລາວ-ມຽນມາ ສືບຕໍ່ເພີ່ມທະວີການຮ່ວມມືວຽກງານຊາຍແດນ

 

ກອງ​ປະຊຸມ​ຄັ້ງ​ທີ 11 ຂອງ​ຄະນະ​ກຳມະການ​ຊາຍ​ແດນ ລາວ-ມຽນ​ມາ ຂັ້ນ​ສູນ​ກາງ ໄດ້​ຈັດ​ຂຶ້ນ​ວັນ​ທີ 22-23 ທັນວາ 2013 ຜ່ານ​ມາ​ນີ້ ທີ່​ນະຄອນຫຼວງ​ວຽງ​ຈັນ ໂດຍ​ເປັນ​ປະທານ​ຮ່ວມ​ລະຫວ່າງ​ທ່ານ ບຸນ​ເກີດ ສັງ​ສົມ​ສັກ ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະເທດ​ແຫ່ງ ​ສປປ ລາວ ແລະ ທ່ານ ຕັນ ຈໍ ລັດຖະມົນຕີ​ຊ່ວຍ​ວ່າການ ກະຊວງ​ການ​ຕ່າງປະເທດ​ແຫ່ງ ສາທາລະນະ​ລັດ​ສະຫະພາບ​ມຽນ​ມາ.

ກອງ​ປະຊຸມ​ຄັ້ງ​ນີ້ ສອງ​ຝ່າຍ​ໄດ້​ສະແດງ​ຄວາມ​ປິ​ຕິ​ຍິນ​ດີ ທີ່​ການ​ພົວພັນ​ລະຫວ່າງ​ສອງ​ປະເທດ ໄດ້​ຮັບ​ການ​ຂະຫຍາຍຕົວ​ໃນ​ລະດັບ​ສູງ ໂດຍ​ສະເພາະ​ຢ່າງ​ຍິ່ງ​ແມ່ນ​ການ​ຢ້ຽມຢາມ​ຂອງ​ປະທານ​ປະເທດ​ແຫ່ງ ​ສປປ ລາວ ທີ່ ​ສສ.ມຽນ​ມາ ລະຫວ່າງ​ວັນ​ທີ 9-11 ທັນວາ 2013 ຜ່ານ​ມາ ສອງ​ຝ່າຍ​ໄດ້​ສັງເກດ​ຕີ​ລາຄາ​ຄືນ ການຈັດຕັ້ງ​ປະຕິບັດ​ເນື້ອ​ໃນ​ຂອງ​ກອງ​ປະຊຸມ​ຄັ້ງ​ທີ 10 ຂອງ​ຄະນະ​ກຳມະການ​ຊາຍ​ແດນ ລາວ-ມຽນ​ມາ ຂັ້ນ​ສູນ​ກາງ​ໃນ​ໄລຍະ​ຜ່ານ​ມາ ໂດຍ​ທັງ​ສອງ​ຝ່າຍ​ໄດ້​ເຫັນ​ດີ​ເປັນ​ເອກະ​ພາບ​ກັນ​ວ່າ ສະພາບ​ໂດຍ​ລວມ​ຕາມ​ບໍລິເວນ​ຊາຍ​ແດນ ແມ່ນ​ມີ​ຄວາມ​ສະຫງົບ​ໂດຍ​ພື້ນຖານ ການ​ຮ່ວມ​ມື ແລະ ການ​ຄຸ້ມ​ຄອງ​ຕາມ​ບໍລິເວນ​ຊາຍ​ແດນ​ລາວ-ມຽນ​ມາ ພາຍ​ໃຕ້​ກົນ​ໄກ​ການ​ຮ່ວມ​ມື​ລະດັບ​ສູນ​ກາງ ແລະ ທ້ອງຖິ່ນ​ຂອງ​ທັງ​ສອງ​ຝ່າຍ ໄດ້​ມີ​ການ​ພົບ​ປະກັນ​ຢ່າງ​ເປັນ​ປົກກະຕິ ການ​ໄປມາຫາສູ່ ການ​ຄ້າຂາຍ​ຢູ່​ຕາມ​ບໍລິເວນ​ຊາຍ​ແດນ​ຂອງ​ສອງ​ປະເທດ ນັບ​ມື້​ນັບ​ເພີ່ມ​ຂຶ້ນ ສອງ​ຝ່າຍ​ຍັງ​ໄດ້​ຮ່ວມ​ກັນ ໃນ​ການ​ສະກັດ​ກັ້ນ ການ​ແກ້​ໄຂ​ປາກົດການ​ຫຍໍ້ທໍ້ ເປັນຕົ້ນ ການ​ຄ້າຂາຍ​ເຖື່ອນ ການ​ຄ້າຂາຍ​ຢາ​ເສບ​ຕິດ ໄດ້​ຮັບ​ໝາກຜົນ​ດີ​ຂຶ້ນ​ເທື່ອ​ລະ​ກ້າວ ອັນ​ພົ້ນ​ເດັ່ນ​ໃນ​ປີຜ່ານມາ ສອງ​ຝ່າຍ​ໄດ້​ຮ່ວມ​ກັນ​ກວດກາ ແລະ ກໍ່ສ້າງ​ຫຼັກ​ໝາຍ​ຊາຍ​ແດນ​ໃໝ່ ເພື່ອ​ທົດ​ແທນ​ຫຼັກ​ໝາຍ​ຊາຍ​ແດນ​ເກົ່າ​ທີ່​ຖືກ​ນ້ຳ​ເຊາະ​ເຈື່ອນ ແລະ ເປ່​ເພ​ຈຳນວນ​ໜຶ່ງ ພ້ອມ​ດຽວ​ກັນ​ນີ້ ສອງ​ຝ່າຍ​ຍັງ​ເປັນ​ເອກະ​ພາບ​ກັນ ຈະ​ສືບຕໍ່​ລົງ​ສຳ​ຫຼວດ​ກວດກາ​ຊາຍ​ແດນ​ຮ່ວມ​ກັນ​ຕື່ມ​ອີກ ໃນ​ເວລາ​ອັນ​ເໝາະ​ສົມ.

ນອກ​ນີ້ ສອງ​ຝ່າຍ​ຍັງ​ໄດ້​ສະແດງ​ຄວາມ​ຍິນ​ດີ ຕໍ່​ການ​ກໍ່ສ້າງ​ຂົວ​ຂ້າມ​ນ້ຳຂອງ ລາວ-ມຽນ​ມາ ທີ່​ພວມ​ດຳເນີນ​ການ ແລະ ມີ​ຄວາມ​ຄືບ​ໜ້າ​ປະມານ 35% ມາ​ຮອດ​ປັດຈຸບັນ ແລະ ຄາດ​ວ່າ​ຈະ​ສຳເລັດ​ຕາມ​ແຜນການ​ໃນ​ຕົ້ນ​ປີ 2015 ແລະ ຖ້າ​ຂົວ​ມິດຕະພາບ​ແຫ່ງ​ນີ້​ສ້າງ​ສຳເລັດ ຈະ​ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ສອງ​ປະເທດ ລາວ ແລະ ມຽນ​ມາ ໃນ​ການ​ໄປມາຫາສູ່​ກັນ ການ​ຄ້າຂາຍ ແລະ ການ​ລົງທຶນ​ຂອງ​ສອງ​ຝ່າຍ ແລະ ປະເທດ​ທີ​ສາມ.

ຜົນສຳເລັດ​ຂອງ​ກອງ​ປະຊຸມ​ຄັ້ງ​ນີ້ ເປັນ​ການ​ປະກອບສ່ວນ​ອັນ​ສຳຄັນ ໃນ​ການ​ເພີ່ມ​ທະວີ​ສາຍ​ພົວພັນ​ມິດຕະພາບ ແລະ ການ​ຮ່ວມ​ມື​ຖານ​ບ້ານ​ໃກ້​ເຮືອນ​ຄຽງ ທີ່​ມີ​ມູນເຊື້ອ​ອັນ​ດີງາມ​ລະຫວ່າງ​ສອງ​ປະເທດ ທີ່​ມີ​ມາ​ແຕ່​ບູຮານ​ນະ​ການ​ໃຫ້​ນັບ​ມື້​ຂະຫຍາຍຕົວ ພ້ອມ​ທັງ​ເປັນ​ການ​ປະກອບສ່ວນ ເຂົ້າ​ໃນ​ການ​ສ້າງ​ຊາຍ​ແດນ​ຂອງ​ທັງ​ສອງ​ປະເທດ ໃຫ້​ກາຍເປັນ​ຊາຍ​ແດນ​ແຫ່ງ​ສັນຕິພາບ ມິດຕະພາບ ແລະ ການ​ຮ່ວມ​ມື​ຍາວ​ນານ​ຕະຫຼອດ​ການ.

 

ທີ່ມາhttp://www.vientianemai.net/teen/khao/1/10860