spot_img
Homeຂ່າວຕ່າງປະເທດສ. ອາເມລິກາ-ຈີນ ຈະຮ່ວມມືດ້ານພະລັງງານທົດແທນ

ສ. ອາເມລິກາ-ຈີນ ຈະຮ່ວມມືດ້ານພະລັງງານທົດແທນ

Published on

400.Image.aspx

ຂປລ.ຕາມ​ຂ່າວ ​ຕ່າງປະ​ເທດ, ​ເມື່ອ​ບໍ່​ດົນ​ມາ​ນີ້ ສ.ອາ​ເມ​ລິ​ກາ ​ແລະ ຈີນ ພວມ​ປຶກສາ​ ຫາລື​ ການ​ຮ່ວມ​ມື​ ຂະຫຍາຍ ​ທຸລະ​ກິດ ​ເຕັກ​ໂນ​ໂລ​ຊີ​ ຜະລິດ ​ອຸປະກອນ ດ້ານ​ພະລັງງານ​ ທົດ​ແທນ ​ເພື່ອ​ຊ່ວຍ​ແກ້​ບັນຫາ​ ສະພາບ​ ການ​ປ່ຽນ​ແປງ ​ດິນ​ຟ້າ​ ອາກາດ​ໂລກ ຢ່າງ​ມີ​ປະສິດທິ​ພາບ.

ທ່ານ ຟິລ ຊາຣ, ປະທານ ​ແຫ​ລ່ງພະລັງງານ ​ໃນ​ອານາ​ຄົດ​ ຂອງ ສ. ອາ​ເມ​ລິ​ກາ ລະບຸ​ວ່າ: ການ​ຮ່ວມ​ມື​ ກັນ​ຄັ້ງນີ້ ຈະ​ເຮັດ​ໃຫ້​ ມີ​ການ​ ນຳ​ໃຊ້ ​ປະ​ໂຫຍ​ດ ຈາກ​ເຕັກ​ໂນ​ໂລ​ຊີ​ ທົດ​ແທນ​ ທີ່​ມີ​ລາຄາ​ບໍ່​ແພງ ຫາ​ຊື້ ​ໄດ້​ງ່າຍ ​ແລະ ​ເປັນ​ທີ່​ ນິຍົມ ​ເພີ່ມ​ຫລາຍ​ຂຶ້ນ​ ​ໂດຍ​ສະ​ເພາະ ​ແຝງ​ພະ​ລັງ​ງານ ​​ແສງຕາ​ເວັນ(​ແຝງໂຊ​ລາ​ເຊ​ລ) ທີ່​ຈີນ ​ເປັນ​ຜູ້​ຜະລິດ ມີ​ລາຄາ​ຖືກ ​ເຂົ້າມາ​ໃຊ້ ​ພະລັງງານ ​ທົດ​ແທນ ​​ໃນ​ອານາ​ຄົດ ​ເຊິ່ງ​​ເປັນອີກ ​ວິທີ​ໜຶ່ງ ​ສາມາດ ​ຊ່ວຍ​ແກ້​ໄຂ ​ສະພາວະ ​ໂລກ​ຮ້ອນ​​ ໃນ​ປັດຈຸບັນ./.

ແຫ່ລງຂ່າວ

ຂປລ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...