spot_img
Homeປະຊາສຳພັນທ້າຍອາທິດນີ້ ອຸນຫະພູມຈະຫລຸດລົງ 2-4 ອົງສາ ອາກາດຈະໜາວເຢັນໃນຕອນເຊົ້າ ຢູ່ຫລາຍພື້ນທີ່!

ທ້າຍອາທິດນີ້ ອຸນຫະພູມຈະຫລຸດລົງ 2-4 ອົງສາ ອາກາດຈະໜາວເຢັນໃນຕອນເຊົ້າ ຢູ່ຫລາຍພື້ນທີ່!

Published on

20140117093153187
(ພາບປະກອບ)

ໄລຍະນີ້, ບໍລິ​ເວນ​ຄວາມ​ກົດ​ດັນ​ສູງ​ຂອງ​ອາກາດ​ເຢັນ​ ຈະ​ປົກ​ຄຸມ​ຢູ່​ທົ່ວທຸກ​ພາກ​ຂອງ​ລາວ ດ້ວຍ​ກຳລັງ​ປານ​ກາງ, ສົມທົບ​ກັບ​ກະ​ແສ​ລົມ​ຕາ​ເວັນອອກ-ຕາ​ເວັນ​ອອກ​ສ່ຽງ​ເໜືອ​ ພັດ​ປົກ​ຄຸມ, ​ເຊິ່ງຈະ​ເຮັດ​ໃຫ້​ອາກາດໜາວ​ເຢັນ​ໃນ​ແຕ່​ລະ​ພາກ, ພ້ອມ​ຈະ​ມີ​ຝົນຕົກ ​ໃນ​ລະດັບ​ຄ່ອຍ​ຢູ່​ບາງ​ທ້ອງ​ຖິ່ນ. ຈາກ​ນັ້ນ ​ໃນ​​​ໄລຍະ​ວັນ​ທີ 26-29 ພະຈິກ​ນີ້, ມວນ​ອາກາດ​ໜາວ​ເຢັນ​ ຈະ​ມີ​ກຳລັງ​ແຮງ​ເພີ່ມ​ຂຶ້ນ​ອີກ, ​ເຊິ່ງຈະ​ເຮັດ​ໃຫ້​ອາກາດ​ໜາວ​ລົງ ພ້ອມ​ມີ​ໝອກ​ບາງ​ປົກ​ຄຸມ​ຢູ່​ທົ່ວ​ໄປ ​ແລະ ​ໝອກ​ໜາ​ໃນ​ຕອນ​ເຊົ້າ​ຢູ່​ບາງ​ທ້ອງ​ຖິ່ນ​ ຂອງ​ແຂວງ​ພາກ​ເໜືອ.

ສະພາບ​ອາກາດ​ໃນ​​ໄລຍະ​ນີ້ ອາກາດ​ສ່ວນ​​ໃຫ​ຍ່ຈະ​ໜາວ​ເຢັນ​ ຢູ່​ບັນດາ​​ແຂວງ​ພາ​ກເໜືອ, ​ໄຊ​ສົມບູນ ​ແລະ ​ເຂດ​ພູ​ພຽງ​ບໍ​ລະ​ເວນ​ປາກ​ຊ່ອງ, ຈາກ​ນັ້ນ ອາກາດ​ຈະ​ເຢັນ​ລົງ​ອີກ 2-4 ອົງສາ​ໃນ​ແຕ່​ລະ​ພາກ. ສ່ວນ​ສະພາບ​ຝົນ​ ຍັງ​ຈະ​ມີ​ຝົນຕົກ​ກະຈາຍ​ຢູ່​ບາງ​ທ້ອງ​ຖິ່ນ​ ຂອງ​ແຂວງ​ພາກ​ເໜືອ ​ແລະ ​ເຂດ​ດ້ານ​ຕາ​ເວັນ​ອອກ​ ຂອງ​ພາກ​ກາງ, ຕົ້ນ​ອາທິດ​ໜ້າ ຝົນ​ຈະ​ຫລຸດ​ລົງ ຄາດ​ຄະ​ເນ​ປະລິມານ​ນ້ຳ​ຝົນ​ ລວມ​​ໃນ​ 7 ວັນ​ຕໍ່ໜ້າ ຈະ​ມີ​ຝົນຕົກ​ຕ່ຳ​ກວ່າ​ປົກກະຕິ.

 

ແຫລ່ງຂ່າວ:

ລພນ

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...