spot_img
Homeຂ່າວທ້ອງຖິ່ນເມືອງຫົງສາ ຈັດການກັບສິນຄ້າໝົດອາຍຸ

ເມືອງຫົງສາ ຈັດການກັບສິນຄ້າໝົດອາຍຸ

Published on

12270578_183569538657507_1947486741_n 12309310_183569528657508_1542344072_n

ໃນຕອນເຊົ້າຂອງວັນທີ 11 ພະຈິກ 2015 ຜ່ານມາ ໄດ້ມີພິທີທຳລາຍສິນຄ້າໝົດອາຍຸຂອງ​ການ​ນຳ​ໃຊ້ ຢູ່ທີ່ຫ້ອງການ ອຸດສາຫະກຳ-ການ​ຄ້າ​ເມືອງ​ ຫົງ​ສາ. ມີ ທ່ານ ສອນ​ສະ​ນິດ ​ເພັດ​ໄຊ ຫົວໜ້າຫ້ອງການອຸດສາຫະກໍາ-ການຄ້າ ເມືອງ ຫົງ​ສາ, ມີ​ບັນດາຄະນະ​ກຳມະການ​ກວດກາຄຸ​ນະພາ​ບສິນຄ້າພາຍ​ໃນ​ເມືອງ ​ແລະ ພະນັກງານ ວິຊາການ ຫ້ອງການ​ດັ່ງກ່າວເຂົ້າຮ່ວມ.

ທ່ານ ສອນ​ສະ​ນິດ ​ເພັດ​ໄຊ ຫົວໜ້າຫ້ອງການ ອຸດສາຫະກຳ-ການຄ້າ ເມືອງ ຫົງ​ສາ ໄດ້ໃຫ້ຮູ້ວ່າ: ນັບແຕ່ຕົ້ນ​ເດືອນ ຕຸລາ ເຖິງ ຕົ້ນ​ເດືອນ ພະຈິກ ປີ 2015 ທາງຫ້ອງການ ອຸດສາຫະກຳ-ການຄ້າເມືອງ ຮ່ວມກັບຄະນະກຳມະການກວດກາຄຸນະພາບທີ່ຖືກແຕ່ງຕັ້ງຄັ້ງນີ້, ໄດ້ເອົາໃຈໃສ່ເຄື່ອນໄຫວຕາມພາລະບົດບາດ, ຂອບເຂດສິດ ແລະ ໜ້າທີ່ຂອງຂະແໜງການສາຍຕັ້ງໄດ້ມອບໝາຍໃຫ້ ເຊິ່ງສາມາດກວດກາເຫັນ ແລະ ຍຶດສິນຄ້າປະເພດປະ​ເພດ​ອຸປະ​ໂພ​ກ-ບໍລິ​​ໂພ​ກທີ່ໝົດອາຍຸການນຳໃຊ້​ເປັນ​ຕົ້ນ​ແມ່ນ: ເຄື່ອງ​ດື່ມ, ​ເຄື່ອງປຸງ​ແຕ່ງອາຫານ, ເຂົ້າໜົມ, ສີ​ຍ້ອມ​ຜົມ, ໝີ່ ​ແລະ ​ໂລ​ຊັ່ນ​ທາ​ຜິວ… ລວມ​ແລ້ວ​ມີ​ທັງ​ໝົດ 26 ລາຍການ ມູນຄ່າ 4 ລ້ານ​ກວ່າກີບ. ສໍາລັບການທໍາລາຍສິນຄ້າຄັ້ງນີ້ ແມ່ນໄດ້ທຳລາຍດ້ວຍ​ການ​ຈູດ-​ເຜົາ ຢູ່​ສະຖານ​ທີ່​ຖິ້ມ​ຂີ້​ເຫຍື້ອ​ຂອງ​ເມືອງ ​ເຂດ​ບ້ານ ສີ​ບຸນ​ເຮືອງ ຫ່າງ​ຈາກ​ບ້ານ​ອອກ​ໄປ 16 ກິ​ໂລ​ແມັດ.

ທັງນີ້ ກໍເພື່ອປຸກຈິດສຳນຶກໃຫ້ແກ່ຜູ້ບໍລິ​ໂພ​ກ ​ແລະ ຜູ້ປະກອບການທຸລະກິດຕໍ່ການເຄົາລົບລະບຽບກົດໝາຍ ​ເພື່ອແນໃສ່ສົ່ງເສີມ ແລະ ປົກປ້ອງບັນດາຫົວໜ່ວຍທຸລະກິດການຄ້າ ທີ່ເຄື່ອນໄຫວຢ່າງຖືກຕ້ອງ ສອດຄ່ອງກັບລະບຽບກົດໝາຍເປັນໄປຕາມເສດຖະກິດຕະຫຼາດທີ່ມີການດັດສົມຂອງລັດ ສົ່ງເສີມການຜະລິດສິນຄ້າປະກອບສ່ວນເຂົ້າໃນວຽກງານຄຸ້ມຄອງສິນຄ້າ ແລະ ປົກປ້ອງສິດຜົນປະໂຫຍດຂອງຜູ້ຊົມໃຊ້.

ຂ່າວ ແລະ ພາບ: KTS_hongsa.

ບົດຄວາມຫຼ້າສຸດ

ຂ່າວດີ! ສປປ ລາວ ຫາລືກຽມອອກຈາກສະຖານະພາບ ປະເທດດ້ອຍພັດທະນາ ໃນປີ 2026

ຂ່າວດີໃນປີໜ້າ! ສປປ ລາວ ຫາລືກຽມອອກຈາກສະຖານະພາບ ປະເທດດ້ອຍພັດທະນາ ກະຊວງການຕ່າງປະເທດ ຈັດກອງປະຊຸມຄະນະຊີ້ນໍາລະດັບຊາດ ເພື່ອຈັດຕັ້ງປະຕິບັດແຜນດໍາເນີນງານຂອງ ສປຊ ສໍາລັບປະເທດດ້ອຍພັດທະນາ ໃນວັນທີ 24 ເມສາ 2025 ໂດຍການເປັນປະທານຂອງ...

ປະທານປະເທດ ລາວ ແລະ ຫວຽດນາມ ຮ່ວມເປັນສັກຂີພິຍານ ໃນພິທີລົງນາມເອກະສານສຳຄັນ ຈໍານວນ 03 ສະບັບ

ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນສາຍພົວພັນແບບພິເສດ ໂດຍຕອບສະໜອງຕາມຄໍາເຊີນຂອງ ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ, ສະຫາຍ...

ສົມເດັດພະເທບ ຢ້ຽມຢາມໂຮງຮຽນວັດທະນະທໍາປ້ອງກັນຄວາມສະຫງົບ ທີ່ແຂວງວຽງຈັນ.

ສົມເດັດພະກະນິດຖາທິຣາດເຈົ້າ ກົມສົມເດັດພະເທບພະຣັດຣາດສຸດາ ສະຫຍາມບໍຣົມມະຣາດຊະກຸມາຣີ ແຫ່ງຣາຊະອານາຈັກໄທ ຢ້ຽມຢາມໂຮງຮຽນວັດທະນະທໍາ ປກສ ຕອນບ່າຍວັນທີ 23 ເມສາ 2025 , ສົມເດັດພະກະນິດຖາທິຣາດເຈົ້າ ກົມສົມເດັດພະເທບພະຣັດຣາດສຸດາ ສະຫຍາມບໍຣົມມະຣາດຊະກຸມາຣີ ແຫ່ງ...

ພິທີເຄື່ອນຍ້າຍອັດຖິຂອງ ສະຫາຍ ພົນເອກ ຄໍາໄຕ ສີພັນດອນ

ເຄື່ອນຍ້າຍອັດຖິ ພົນເອກ ຄຳໄຕ ສີພັນດອນ ໄປສະຖິດຢູ່ ສຸສານນັກຮົບປະຕິວັດແຫ່ງຊາດ ພິທີເຄື່ອນຍ້າຍອັດຖິຂອງ ສະຫາຍ ພົນເອກ ຄໍາໄຕ ສີພັນດອນ ອະດີດປະທານຄະນະບໍລິຫານງານສູນກາງພັກ, ອະດີດປະທານປະເທດ ແຫ່ງ ສາທາລະນະລັດ...