Homeຄົມຄິດຄົມຄົນແທ້ຈິງແລ້ວ ຊີວິດຕ້ອງການຫຍັງ?

ແທ້ຈິງແລ້ວ ຊີວິດຕ້ອງການຫຍັງ?

Published on

12208507_10207829488593531_1645316101279602400_n

ຂໍອະໄພ: ບົດຄວາມນີ້ ອາດເຮັດໃຫ້ ນາຍຈ້າງ ທັງເກົ່າແລະໃຫມ່(ໃນປະຈຸບັນ) ຮູ້ສຶກບໍ່ພໍໃຈໄດ້.

ຫລາຍຄັ້ງທີ່ ພັນລະຍາມັກຖາມຂ້າພະເຈົ້າວ່າ ມື້ແລງຈະກິນເຂົ້າກັບຫຍັງ? ຫລື ດົນໆກໍ່ຈະຖາມວ່າ ອາຫານຫຍັງທີ່ເຈົ້າມັກທີ່ສຸດ?… ຄຳຕອບທີ່ໄດ້ຕອບໄປກໍ່ຄື ບໍ່ຮູ້ວ່າມັກຫຍັງທີ່ສຸດ ຮູ້ແຕ່ວ່າ ແມ່ນຫຍັງກໍ່ກິນໄດ້, ຫາກໍມາໄດ້ສະຕິວ່າ ຕົນເອງບໍ່ເປັນຄົນຢຶດຕິດກັບລົດຊາດອາຫານໃດເປັນພິເສດ ເລີຍບໍ່ຮູ້ວ່າມັກອາຫານໃດຫລາຍກວ່າຫມູ່ ເພາະຄິດວ່າຕົນເອງມັກປາ ແຕ່ກິນທຸກມື້ກໍ່ເບື່ອ, ວ່າມັກຫນໍ່ໄມ້ ກິນທຸກວັນ ກໍ່ບໍ່ຢາກ. ເມື່ອເວົ້າເຖິງສິ່ງທີ່ມັກແລະບໍ່ມັກ ຫລາຍຄົນກໍ່ຄົງຕອບໄດ້ວ່າຕົນເອງມັກຫຍັງ, ເວົ້າເຖິງອາຊີບການງານ ຫລາຍທ່ານກໍ່ສາມາດເລືອກເຮັດສິ່ງທີ່ມັກໄດ້ ແຕ່ອີກຫລາຍໆຄົນ ບໍ່ຮູ້ວ່າຕົນເອງມັກ ຫລື ຮັກອາຊີບຫຍັງແທ້ ແຕ່ທີ່ເຮັດໆໄປກໍ່ເຮັດເພາະບໍ່ມີແນວເຮັດ ຫລືເຮັດເພາະຄວາມຈຳເປັນຕ້ອງຫາເງິນຫາຄຳມາລ້ຽງຊີບລ້ຽງຄອບຄົວໄປສືບມື້ສືບເດືອນໄປ.
ທ່ານເດ ເຄີຍຖາມຕົວເອງບໍ່ວ່າ ທ່ານມັກຫຍັງ ເຮັດຫຍັງແລ້ວມີຄວາມສຸກ? ທ່ານຄົ້ນພົບແລ້ວຫລືຍັງ? ກ່າວກັນວ່າ ຫາກເຮົາໄດ້ເຮັດສິ່ງທີ່ເຮົາຮັກ ເຮົາຫລົງໄຫລ ເຮົາຈະເຮັດແບບບໍ່ຮູ້ສຶກວ່າເຮົາໄດ້ເຮັດ, ເຮັດແບບບໍ່ຮູ້ສຶກເມື່ອຍ, ເຮົາຈະມີຄວາມກະຕືລືລົ້ນຢູ່ຕະຫລອດເວລາ ເຖິງຈະມີອຸປະສັກ ຫລື ມີບັນຫາ ເຮົາກໍ່ຈະເຮັດທຸກວິທີທາງເພື່ອເຮັດໃຫ້ມັນເປັນໄປໄດ້. ຖາມອີກຄັ້ງ ທ່ານພົບສິ່ງຕົນເອງຮັກ ແລ້ວຫລືຍັງ? ຖ້າຄິດວ່າຕົນເອງຄົ້ນພົບແລ້ວ ທ່ານສາມາດຢຸດຢູ່ບ່ອນນີ້ ແລ້ວ ກັບໄປທຸ້ມເທສິ່ງດັ່ງກ່າວເລີຍບໍ່ຕ້ອງອ່ານຕໍ່ໄປກໍ່ໄດ້ ເພາະເນື້ອໃນຕໍ່ໄປນີ້ຈະເວົ້າເຖິງວິທີທີ່ຈະຄົ້ນຫາສິ່ງທີ່ຕົນເອງຮັກເທົ່ານັ້ນ, ແຕ່ວ່າຖ້າຍັງ ລອງອ່ານ ຕໍ່ໄດ້ເລີຍ…..
ກ່ອນອື່ນທ່ານລອງໄປຊອກອ່ານປະຫວັດຂອງຄົນປະສົບຄວາມສຳເລັດ, ນັກປະດິດ, ນັກຄິດ ນັກຂີດນັກຂຽນ, ນັກສິລະປະ ນັກດົນຕີ ທົ່ວໂລກເປັນຕົ້ນວ່າ ແຈັກມາ, ສຕີບ ຈອບ, ວໍເຣນ ບັບເຟັດ, ອີລອນ ມາສຄ໌, ມາກ ຊັກເກີເບີກ, ຣີຊາດ ແບຣນຊັນ ແລະ ນັກທຸລະກິດ ອື່ນໆ ແຖບບ້ານໃກ້ເຮືອນຄຽງເຮົານີ້ ພວກເຂົາລ້ວນແຕ່ລຸ່ມຫລົງ ໃນທຸລະກິດທີ່ເຂົາເຈົ້າເຮັດທັງນັ້ນ..
ແລ້ວເຮົາເອງເດ ຈະຮູ້ໄດ້ແນວໃດວ່າ ເຮົາມັກຫັຍງແທ້ໆ ທ່ານເຄີຍຖາມຕົວເອງບໍ່ ? ຫລື ເຄີຍເອະໃຈ ຫລື ມີສຽງນ້ອຍໆປະກົດຂຶ້ນມາໃນຫົວຂອງທ່ານຫລືບໍ່ ວ່າສິ່ງທີ່ກຳລັງເຮັດນັ້ນເຮົາມັກມັນແທ້ຫລືບໍ ?
ວິທີງ່າຍໆ ທີ່ຈະຄົ້ນຫາວ່າ ສິ່ງເຮົາເຮັດໃນປະຈຸບັນນີ້ເຮົາມັກຫລືບໍ່ ໃຫ້ເຮັດແບບນີ້ ຄື: ໃຫ້ຖາມຕົນເອງວ່າ ສົມມຸດເຮົາມີເງິນເປັນເສດຖີ ຈັກ 1ລ້ານໂດລາ(ຈັກລ້ານກໍ່ໄດ້ເທົ່າມີ່ທ່ານພໍໃຈ) ແລ້ວເຮົາຍັງຈະເຮັດສິ່ງນັ້ນຢູ່ຫລືບໍ່?
– ລວຍແລ້ວ ທ່ານຍັງຈະເຮັດວຽກປະຈຳທີ່ເຮັດຢູ່ປະຈຸບັນຫລືບໍ່
– ລວຍແລ້ວ ທ່ານຍັງຈະຍັງຢູ່ ທີ່ຢູ່ອາໃສເດີມ (ບ້ານເມືອງແຂວງ ເດີມຫລືບໍ່)
– ລວຍແລ້ວທ່ານຍັງຢາກຢູ່ປະເທດລາວຫລືບໍ່
– ລວຍແລ້ວທ່ານຍັງຈະເຮັດວຽກນຳລັດ, ຍັງເປັນ ທະຫານ, ຕຳຫລວດ, ແພດ ຫມໍ ພະຍາບານ ກຳມະກອນອີກຫລືບໍ?
– ຫາກເຮັດຮ້ານຂາຍເຄື່ອງ ຫລື ຂາຍເຝີ ຖ້າລວຍແລ້ວຈະຍັງຂາຍຄືເກົ່າບໍ່
ຂ້າພະເຈົ້າບໍ່ມີຄຳຕອບສຳຫລັບທ່ານ ແຕ່ທ່ານຕ້ອງຕອບຕົນເອງ ເພາະຄົນທີ່ຈະປະສົບຄວາມສຳເລັດລ້ວນແຕ່ເຮັດໃຫ້ສິ່ງທີ່ຕົນເອງມັກທີ່ສຸດ ບໍ່ແມ່ນສິ່ງທີ່ຖະນັດທີ່ສຸດ ແນ່ວ່າ ຖ້າເຮົາມັກສິ່ງໃດແທ້ໆ ຄວາມຖະນັດຈະຕາມມາ. ເຮົາຈະເຫັນວ່າ ນັກທຸລະກິດ ຈະຂະຫຍາຍກິດຈະການຈາກທຸລະກິດນຶ່ງໄປສູ່ອີກທຸລະກິດນຶ່ງຢ່າງຕໍ່ເນື່ອງ ທີ່ມີອັນສຳເລັດແດ່ ອັນບໍ່ສຳເລັດແດ່ ຫາກເຮົາເບິ່ງໃນແງ່ລົບກໍ່ຈະຕີລາຄາໄປວ່າ ນັກທຸລະກິດເຫລົ່ານັ້ນມີຄວາມໂລບ ບໍ່ມີເມືອງພໍ ແຕ່ເຮົາຮູ້ບໍ່ວ່າ ເບື້ອງຫລັງແລ້ວ ນັກທຸລະກິດນັ້ນເຂົາມີຄວາມຫລົງໃຫລມົນສະເຫນ່ຂອງການດຳເນີນທຸລະກິດ, ຫລົງໃຫລໃນການສ້າງນະວັດຕະກຳ, ຫລົງໃຫລໃນການໄດ້ແກ້ໄຂບັນຫາໃຫ້ຜູ້ຄົນ, ເຂົາສະຫນຸກສະຫນານກັບການໄດ້ພົບປະລູກຄ້າ ແລະ ແນ່ນອນ ທີ່ສຸດແລ້ວ ເຂົາມີຄວາມສະໃຈທີ່ໄດ້ບໍລິຈາກເງິນກ້ອນມະຫຶມາໃຫ້ແກ່ອົງກອນການກຸສົນ.
ສຳຫລັບຂ້າພະເຈົ້າແລ້ວ (ຕ້ອງຂໍອະໄພຫາກນາຍຈ້າງມາເຫັນບົດຄວາມນີ້) ຈະໄປແຕ່ຄຳຖາມທຳອິດແລ້ວ… ແມ່ນແລ້ວ ທ່ານອ່ານບໍ່ຜິດ ຫາກມີເງິນໃຊ້ພຽງພໍ ຂ້າພະເຈົ້າຈະບໍ່ເຮັດວຽກທີ່ເຮັດປະຈຸບັນ ທີ່ຕ້ອງເຮັດກໍ່ເພາະປາກທ້ອງ… ແລ້ວ ຂ້າພະເຈົ້າບໍ່ມັກວຽກທີ່ເຮັດເລີຍບໍ່? ກໍ່ບໍ່ຫມາຍຄວາມວ່າຈັງຊັ້ນ ແຕ່ມັນບໍ່ແມ່ນທີ່ສຸດກໍ່ເທົ່ານັ້ນເອງ… ຖ້າບໍ່ມັກຈັກຫນ້ອຍເລີຍ ກໍ່ຄົງຈະບໍ່ເຮັດແຕ່ມື້ທຳອິດແນ່ນອນເຊັ່ນ : ມີທຸລະກິດບາງປະເພດ ທີ່ຂ້າພະເຈົ້າ ບໍ່ຄິດຈະໄປສະຫມັກວຽກນຳເລີຍ ເຖິງຈະບໍ່ມີວຽກເຮັດກໍຕາມ, ບໍ່ແມ່ນວ່າບໍລິສັດເຂົາບໍ່ດີ ແຕ່ ເປັນສິນຄ້າແລະບໍລິການທີ່ຂ້າພະເຈົ້າ ມີອະຄະຕິນຳ ອັນໄປສູ່ຄວາມບໍ່ມັກ
ຄັນຊັ້ນຈະເຮັດແນວໃດກັບວຽກທີ່ເຮັດຢູ່? ອັນນີ້ທ່ານກໍ່ຕ້ອງຕອບຕົນເອງກ່ອນວ່າ ຄວາມບໍ່ມັກ ບໍຮັກໃນອາຊີບນັ້ນເປັນເພາະຫຍັງ? ເພາະເຮົາເອງ, ເພາະແວດລ້ອມການເຮັດວຽກ, ເພາະ… 108ເຫດຜົນ… ເຊິ່ງ ຂ້າພະເຈົ້າເຊື່ອວ່າທ່ານຈະຫາເຫດຜົນທີ່ດີແນ່ນອນເພື່ອສະຫນັບສະຫນູນໃນສິ່ງທີ່ຕົນເອງບໍ່ມັກເນາະ..
ເຮັດໃນສິ່ງທີ່ບໍ່ມັກແຕ່ຍັງເລືອກບໍ່ໄດ້ຈະເຮັດແນວໃດ? ອັນນີ້ຂໍແນະນຳວ່າ ໃຫ້ເຮັດສິ່ງນັ້ນໃຫ້ເຕັມທີ່ ແລ້ວສ້າງຜົນງານໃດນຶ່ງໃນບ່ອນທີ່ເຮັດຢູ່ ແລ້ວທ່ານຈະມີຄວາມພາກພູມໃຈກັບອົງກອນ ສ້າງຕົນເອງໃຫ້ເປັນສ່ວນນຶ່ງຂອງອົງກອນ ບໍ່ວ່າຈະສຳເລັດ ຫລື ລົ້ມເຫລວ ດີແທ້ຕ້ອງຕັ້ງປະນິທານວ່າ ອົງກອນນີ້ຈະບໍ່ວັນລົ້ມເຫລວ ຂະນະທີ່ເຮົາຍັງຢູ່. ຫາກຄິດແບບນີ້ໄດ້ ທ່ານຈະຮູ້ສຶກມັກວຽກທີ່ເຮັດ ແລະ ຮັກອົງກອນທີ່ທ່ານຢູ່ ຢ່າເປັນຄົນຫວັງຕັກຕວງເອົາແຕ່ ຂະນະທີ່ອົງກອນປະສົບຜົນສຳເລັດແລ້ວ, ເຮົາຕ້ອງມີສ່ວນຮ່ວມໃນຕອນທີ່ອົງກອນປະສົບບັນຫາ ມີທຸກຮ່ວມທຸກ ມີສຸກຮ່ວມເສບ ແບບນີ້ ອາດຈະເຮັດໃຫ້ເຮົາຮັກອົງກອນ ແລະ ມັກໃນສິ່ງເຮົາເຮັດຫລາຍຂຶ້ນ. ແຕ່ຫາກເຮັດຈັ່ງໃດກໍ່ບໍ່ມັກສິ່ງທີ່ເຮັດຢູ່ດີ ແນະນຳໃຫ້ລາອອກ ແລະ ໃຫ້ຄົ້ນຫາສິ່ງທີ່ມັກໃຫ້ພົບໄວໆ ຍິ່ງຄົ້ນພົບໄວເທົ່າໃດ ໂອກາດແຫ່ງຄວາມສຳເລັດຍິ່ງໄວເທົ່ານັ້ນ, ຊີວິດຂອງເຮົາມັນສັ້ນ ຢ່າຝືນເຮັດໃນສິ່ງທີ່ຕົນບໍ່ມັກດົນເກີນໄປ ມັນຈະນຳພາອົງກອນເສຍຫາຍ ບໍ່ພຽງເທົ່ານັ້ນທ່ານຍັງຈະເສຍໂອກາດໃນການສ້າງຊີວິດ.
ຂ້າພະເຈົ້າເຄີຍຖາມຫມູ່ທີ່ເຮັດວຽກຢູ່ທະນາຄານວ່າ ຖ້າໂຕລວຍໂຕຈະເປີດທະນາຄານ ຫລື ເຮັດທຸລະກິດກ່ຽວກັບການເງິນ(ການເງິນຈຸລະພາກ)ຫລືບໍ່? ຄຳຕອບທີ່ໄດ້ສັ້ນໆ ຄື: ບໍ່ ຂ້າພະເຈົ້າຖາມເປັນຫຍັງ? ຄຳຕອບທີ່ໄດ້ມີຍືດຍາວ ວ່າເປັນຫຍັງຈຶ່ງບໍ່ເຮັດທຸລະກິດກ່ຽວກັບອາຊີບທີ່ຕົນເຮັດປະຈຸບັນ. ສະນັ້ນ, ທ່ານພໍຈະສະຫລຸບໄດ້ຄືກັບຂ້າພະເຈົ້າໄດ້ບໍ່ວ່າ ຫມູ່ຂອງຂ້າພະເຈົ້າ ມັກວຽກທະນາຄານຫລືບໍ່? ທ່ານຄິດວ່າແນວໃດ?
ແລ້ວຄຳຕອບຂອງຜູ້ຂຽນເດແນວໃດ ເລື່ອງສິ່ງທີ່ມັກ ຫາກມີເງິນເຖິງລ້ານໂດລາແມ່ນຫຍັງທີ່ຜູ້ຂຽນຈະຍັງເຮັດ ຂໍຕອບສັ້ນຄື:
1. ການຈະເລີນສະມາທິ(ເຖິງປະຈຸບັນບໍ່ໄດ້ເຮັດທຸກມືກໍຕາມ)
2. ການອ່ານ/ການຂຽນ(ຕອນນີ້ກໍ່ຍັງບໍ່ໄດ້ຂຽນຫຍັງ)
3. ການແບ່ງປັນ ແລະ ໃຫ້ແຮງບັນດານໃຈ ຫລື ໃຫ້ກຳລັງໃຈຄົນອື່ນ
ສາມຢ່າງຂ້າງເທິງນັ້ນ ເຖິງຈະມີເງິນລົ້ນຟ້າກໍ່ຈະບໍ່ເລີກ. ເຫັນບໍ່ວ່າ ແຕ່ລະຄົນມີຄວາມຮັກຄວາມມັກບໍ່ຄືກັນ ສິ່ງທີ່ເຮົາມັກ ຫລື ຮັກແທ້ໆ ບາງທີອາດຈະບໍ່ແມ່ນສິ່ງທີ່ໃຫ້ສິ່ງຕອບແທນເປັນເງິນ ນັ້ນອາດເປັນເຫດຜົນວ່າ ເປັນຫຍັງຄົນເຮົາຈຶ່ງບໍສາມາດສ້າງຖານະຄວາມມັ່ງມີໃຫ້ທຽບເທົ່າກັນໄດ້ ປັດໄຈນັ້ນອາດບໍ່ແມ່ນຄວາມຮູ້ຄວາມສາມາດ ແຕ່ເປັນເພາະ ຄວາມມັກ ຄວາມຮັກໃນສິ່ງຕ່າງໆທີ່ແຕກຕ່າງກັນ
ແລ້ວ ຕົວທ່ານເດ ຄົ້ນພົບສິ່ງທີ່ມັກແລ້ວບໍ່ ? ຢ່າຫລົງກັນເດີ ສິ່ງທີ່ຮັກ ກັບ ສິ່ງທີ່ຖະນັດ ບາງທີມັນບໍ່ແມ່ນສິ່ງດຽວກັນ.. ຝາກສົ່ງທ້າຍເອົາໄວ້ວ່າ: ຈົ່ງຄົ້ນຫາສິ່ງທີ່ຮັກໃຫ້ພົບ ແລ້ວປ່ຽນສິ່ງຮັກໃຫ້ເປັນເງິນ ເຊິ່ງມີຫລາກຫລາຍວິທີທ່ານສາມາດຊອກສຶກສາໄດ້ວ່າ ຈະປ່ຽນສິ່ງຮັກ/ມັກໃຫ້ກາຍເປັນເງິນໄດ້ແນວໃດ ແລະ ຢ່າລືມວ່າສິ່ງທີ່ຢູ່ເບື້ອງຫລັງສິ່ງຮັກຫລືວ່າສິ່ງທີ່ມັກ ຄືຊຸດຄວາມເຊື່ອຕ່າງໆເຊິ່ງຫນຶ່ງໃນນັ້ນຄື: ເຊື່ອວ່າເປັນໄປໄດ້.
ຂໍໃຫ້ທຸກທ່ານປະສົບຄວາມສຳເລັດ ຈາກສິ່ງທີ່ມັກ ຫລື ຢ່າງໜ້ອຍກໍ່ຂໍໃຫ້ມັກໃນສິ່ງທີ່ເຮັດ.ຂຽນແລະຮຽບຮຽງ: ທອງຄຳ ໂພໃບເງິນ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ກວດພົບ ຮ້ານອາຫານໃຊ້ສັດປ່າມາປຸງແຕ່ງ ພ້ອມກັກຕົວຜູ້ຖືກຫາ ສັນຊາດຈີນ

ໃນວັນທີ 18 ພຶດສະພາ 2026 ຜ່ານມາ ເຈົ້າໜ້າທີ່ ເຄືອຂ່າຍບັງຄັບໃຊ້ກົດໝາຍວ່າດ້ວຍສັດນໍ້າ-ສັດປ່າ ແລະ ກົດໝາຍວ່າດ້ວຍປ່າໄມ້ (LAO-WEN) ໄດ້ລົງເຄື່ອນໄຫວກວດກາຮ້ານອາຫານແຫ່ງໜຶ່ງ ຢູ່ເຂດບ້ານ ຈອມມະນີ, ເມືອງ...

ສໍາມະນາເຊື່ອມຊຶມເອກະສານ ເພື່ອກະກຽມໃຫ້ກອງປະຊຸມວຽກສື່ມວນຊົນທົ່ວປະເທດ ຄັ້ງທີ I.

ກອງປະຊຸມສໍາມະນາເຊື່ອມຊຶມເອກະສານ ເພື່ອກະກຽມໃຫ້ແກ່ກອງປະຊຸມວຽກສື່ມວນຊົນທົ່ວປະເທດ ຄັ້ງທີ I ພາຍໃຕ້ຫົວຂໍ້: "ເພີ່ມທະວີບົດບາດການນໍາພາຂອງພັກ, ພັດທະນາວຽກງານສື່ມວນຊົນໃຫ້ຫັນປ່ຽນສູ່ຄຸນນະພາບໃໝ່ ຢ່າງແຂງແຮງ" ໄດ້ຈັດຂຶ້ນໃນວັນທີ 13 ກໍລະກົດ 2026 ນີ້, ທີ່ຫໍປະຊຸມແຫ່ງຊາດ...

ຈຳປາສັກ ເລັ່ງພັດທະນາເສດຖະກິດ-ການທ່ອງທ່ຽວ ສຶກສາຄວາມເປັນໄປໄດ້ ລົດໄຟ-ກະເຊົ້າລອຍຟ້າ.

ຖືເປັນຂ່າວທີ່ກຳລັງໂດ່ງດັງໃນວົງການທ່ອງທ່ຽວ ເມື່ອແຂວງຈຳປາສັກ ວາງແຜນຍົກລະດັບແຫຼ່ງທ່ອງທ່ຽວໃຫ້ກາຍເປັນ ຈຸດLandmar ລະດັບໂລກ ໂດຍການຈັບມືຮ່ວມກັບ Sun Group ບໍລິສັດຜູ້ສ້າງຕຳນານສວນສະໜຸກ Ba Na Hills ທີ່ໂດ່ງດັງຈາກປະເທດຫວຽດນາມ. ແລະ ນີ້ຄື...

ສຸມໃສ່ການພັດທະນາພື້ນຖານໂຄງລ່າງ ກໍ່ສ້າງ ແລະ ບູລະນະສ້ອມແປງເສັ້ນທາງ ໃຫ້ສາມາດນໍາໃຊ້ໄດ້ຕະຫຼອດປີ.

(ສພຊ) - ວັນທີ 8 ກໍລະກົດ 2026 ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ໄດ້ສັງລວມການປະກອບຄໍາເຫັນຂອງບັນດາທ່ານສະມາຊິກສະພາແຫ່ງຊາດ (ສສຊ) 40 ທ່ານ...