ວັນທີ 23 ທັນວາ 2013 ໄດ້ສືບຕໍ່ການດຳເນີນກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ 7 ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ຫຼາຍທ່ານໄດ້ເອົາໃຈໃສ່ຢ່າງຕັ້ງໜ້າ ເຂົ້າໃນການປະກອບຄຳຄິດເຫັນຢ່າງກົງໄປກົງມາ ພ້ອມທັງເຫັນດີຮັບຮອງເອົາຮ່າງກົດໝາຍວ່າດ້ວຍອາຊີວະສຶກສາ ດ້ວຍຄະແນນສຽງສ່ວນຫຼາຍ ກອງປະຊຸມເປັນປະທານໂດຍທ່ານ ດຣ. ໄຊສົມພອນ ພົມວິຫານ ຮອງປະທານສະພາແຫ່ງຊາດລາວ ມີສະມາຊິກສະພາ ແລະ ບັນດາລັດຖະມົນຕີວ່າການ-ຊ່ວຍວ່າການກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ດຣ. ພັນຄຳ ວິພາວັນ ລັດຖະມົນຕີວ່າການ ກະຊວງສຶກສາທິການ ແລະ ກີລາ ໄດ້ຂຶ້ນສະເໜີຜ່ານຮ່າງກົດໝາຍວ່າດ້ວຍອາຊີວະສຶກສາ ຕໍ່ກອງປະຊຸມດັ່ງກ່າວວ່າ: ໂດຍປະຕິບັດຕາມແຜນຍຸດທະສາດ ແລະ ແຜນແມ່ບົດ ການພັດທະນາອາຊີວະສຶກສາ ແຕ່ນີ້ຮອດປີ 2015 ພັກ-ລັດຖະບານ ກໍ່ຄືກະຊວງສຶກສາທິການ ແລະ ກີລາ ກໍ່ໄດ້ເອົາໃຈໃສ່ລົງທຶນເຂົ້າໃນການກໍ່ສ້າງພື້ນຖານໂຄງລ່າງ ແລະ ປະກອບອຸປະກອນເຕັກນິກ ໃຫ້ແກ່ສະຖານອາຊີວະສຶກສາພາກລັດ ແລະ ຊຸກຍູ້ສົ່ງເສີມໃຫ້ພາກເອກະຊົນມາລົງທຶນໃສ່ວຽກງານນີ້ ເຮັດໃຫ້ວຽກງານອາຊີວະສຶກສາ ມີການຂະຫຍາຍຕົວຂຶ້ນເທື່ອລະກ້າວ ທັງດ້ານປະລິມານ ແລະ ຄຸນນະພາບທຸກແຂວງໃນທົ່ວປະເທດ ມີໂຮງຮຽນວິຊາຊີບຂອງລັດຢ່າງໜ້ອຍ 1 ແຫ່ງ ຊຶ່ງໃນສົກຮຽນ 2012-2013 ມີສະຖານອາຊີວະສຶກສາພາກລັດທັງໝົດ 22 ແຫ່ງ ແລະ ພາກເອກະຊົນຈຳນວນ 73 ແຫ່ງ ມີນັກຮຽນທີ່ກຳລັງຮຽນຢູ່ໃນວິທະຍາໄລ ແລະ ໂຮງຮຽນເຕັກນິກ-ວິຊາຊີບພາກລັດ ຈຳນວນ 20.886 ຄົນ ຍິງ 7.717 ຄົນ ແລະ ພາກເອກະຊົນ ຈຳນວນ 40.198 ຄົນ ຍິງ 20.055 ຄົນ ມີພະນັກງານຄູ-ອາຈານ ຢູ່ໃນວິທະຍາໄລ ແລະ ໂຮງຮຽນເຕັກນິກ-ວິຊາຊີບພາກລັດ ຈຳນວນ 2.073 ຄົນ ແລະ ພາກເອກະຊົນ 3.342 ຄົນ.
ເຖິງແມ່ນວ່າຈະມີກົດໝາຍວ່າດ້ວຍການສຶກສາ ກົດໝາຍວ່າດ້ວຍແຮງງານ ດຳລັດຂອງນາຍົກລັດຖະມົນຕີ ວ່າດ້ວຍການພັດທະນາອາຊີວະສຶກສາ ແລະ ການເຝິກອົບຮົມວິຊາຊີບ ດຳລັດຂອງນາຍົກລັດຖະມົນຕີ ວ່າດ້ວຍການສ້າງ ແລະ ພັດທະນາສີມືແຮງງານ ແລະ ນິຕິກຳອື່ນໆທີ່ກ່ຽວຂ້ອງຈຳນວນໜຶ່ງ ເຊິ່ງເປັນບ່ອນອີງໃຫ້ແກ່ການຈັດຕັ້ງປະຕິບັດ ການຄຸ້ມຄອງວຽກງານອາຊີວະສຶກສາ ແລະ ການເຝິກອົບຮົມວິຊາຊີບນັ້ນ ກໍ່ຍັງເປັນອັນລວມຢູ່ ບໍ່ຄົບຖ້ວນ ບໍ່ຮັດກຸມ ແລະ ມີຫຼາຍດ້ານບໍ່ສອດຄ່ອງກັບຍຸດທະສາດແຫ່ງການພັດທະນາ ແລະ ໂຄງປະກອບເສດຖະກິດຂອງປະເທດ ກໍ່ຄືຄວາມຮຽກຮ້ອງຕ້ອງການຂອງການເຊື່ອມໂຍງເຂົ້າກັບພາກພື້ນ ແລະ ສາກົນ ອັນເປັນສາເຫດເຮັດໃຫ້ວຽກງານອາຊີວະສຶກສາ ແລະ ການເຝິກອົບຮົມວິຊາຊີບມີຄຸນນະພາບຕ່ຳ ການສະໜອງການສຶກສາວິຊາຊີບ ຍັງບໍ່ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການ ຂອງການພັດທະນາເສດຖະກິດ-ສັງຄົມໃນປັດຈຸບັນ ການສ້າງກຳລັງແຮງງານ ໃນແຕ່ລະຂະແໜງການມີລັກສະນະເຫຼືອບໍ່ພໍ ການມີສ່ວນຮ່ວມຂອງທົ່ວປວງຊົນກໍ່ຍັງບໍ່ເຂັ້ມແຂງ ດ້ວຍເຫດຜົນ ແລະ ຄວາມຈຳເປັນທີ່ກ່າວມາຂ້າງເທິງນີ້ ຈຶ່ງໄດ້ຮ່າງກົດໝາຍວ່າດ້ວຍອາຊີວະສຶກສາສະບັບນີ້ ເຊິ່ງຮ່າງກົດໝາຍສະບັບດັ່ງກ່າວ ປະກອບມີ 13 ພາກ 107 ມາດຕາ.
ຮ່າງກົດໝາຍວ່າດ້ວຍອາຊີວະສຶກສາ ໄດ້ຮັບການຮັບຮອງ ແລະ ປະກາດໃຊ້ແມ່ນຈະໄດ້ຮັບຜົນປະໂຫຍດ ໃຊ້ເປັນບ່ອນອີງພື້ນຖານທາງດ້ານນິຕິກຳ ໃນການຈັດຕັ້ງປະຕິບັດວຽກງານອາຊີວະສຶກສາຂອງ ສປປ ລາວ ກໍ່ຄືການປະຕິຮູບລະບົບການສຶກສາແຫ່ງຊາດ ໃຫ້ສອດຄ່ອງກັບຍຸດທະສາດການພັດທະນາ ແລະ ໂຄງປະກອບເສດຖະກິດຂອງປະເທດ ກໍ່ຄືຄວາມຮຽກຮ້ອງຕ້ອງການຂອງການເຊື່ອມໂຍງກັບພາກພື້ນ ແລະ ສາກົນ ແລະ ຂະແໜງການກ່ຽວຂ້ອງສາຍຕັ້ງ ສາຍຂວາງ ຂັ້ນສູນກາງ ແລະ ທ້ອງຖິ່ນ ຕະຫຼອດຮອດອົງການປົກຄອງແຕ່ລະຂັ້ນ ຫົວໜ່ວຍແຮງງານ ມີຄວາມເຂົ້າໃຈຖືກຕ້ອງເປັນເອກະພາບກັນ ໃນຂອບເຂດທົ່ວປະເທດ ແລະ ເປັນເຈົ້າການເຂົ້າຮ່ວມຈັດຕັ້ງປະຕິບັດກົດໝາຍສະບັບນີ້ ຢ່າງຖືກຕ້ອງ ແລະ ມີປະສິດທິພາບ.
ຜ່ານການສະເໜີຂອງທ່ານລັດຖະມົນຕີວ່າການ ກະຊວງສຶກສາທິການ ແລະ ກີລາ ບັນດາສະມາຊິກສະພາ ກໍ່ໄດ້ເອົາໃຈໃສ່ປະກອບຄຳຄິດຄຳເຫັນຢ່າງຕັ້ງໜ້າ ເພື່ອເຮັດໃຫ້ຮ່າງກົດໝາຍດັ່ງກ່າວສົມບູນຍິ່ງຂຶ້ນ ແລະ ໄດ້ພ້ອມກັນເຫັນດີພິຈາລະນາຮັບຮອງເອົາ ກົດໝາຍວ່າດ້ວຍອາຊີວະສຶກສາ ດ້ວຍສຽງສ່ວນຫຼາຍ.
ທີ່ມາhttp://www.vientianemai.net