Homeຂ່າວຕ່າງປະເທດຄົນຮ້າຍໂຈມຕີ ລົດເຈົ້າໜ້າທີ່ປ້ອງກັນ ປະທານາທິບໍດີຕູນີຊີ ເສຍຊີວິດຢ່າງໜ້ອຍ 14 ຄົນ!

ຄົນຮ້າຍໂຈມຕີ ລົດເຈົ້າໜ້າທີ່ປ້ອງກັນ ປະທານາທິບໍດີຕູນີຊີ ເສຍຊີວິດຢ່າງໜ້ອຍ 14 ຄົນ!

Published on

558000013530701

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 25 ພະຈິກນີ້ວ່າ ເກີດເຫດລະເບີດ ໃຈກາງເມືອງຫລວງ ປະເທດຕູນິຊີ ຖືກຂະບວນລົດເມ ບັນທຸກໜ່ວຍປ້ອງກັນ ປະທານາທິບໍດີຕູນິຊີ ທີ່ກຳລັງເດີນທາງ ເທິງຖະໜົນໂມຮຳເໝັດທີ 5 ໃຈກາງນະຄອນຫລວງຕູນີສ ເຮັດໃຫ້ມີຜູ້ເສຍຊີວິດ ຢ່າງໜ້ອຍ 14 ຄົນ ແລະ ບາດເຈັບຢ່າງໜ້ອຍ 20 ຄົນ ໃນມື້ວັນອັງຄານທີ 24 ພະຈິກຜ່ານມາ  ໂດຍທີ່ຍັງບໍ່ທັນມີກຸ່ມໃດ ອອກມາອ້າງຢູ່ເບື້ອງຫລັງ ຂອງການກໍ່ເຫດ.

ຢ່າງໃດກໍຕາມ ປະທານາທິບໍດີ ເບຈີ ຄາອິດ ເອສເຊບຊີ ແຫ່ງຕູນິຊີ ຊຶ່ງໃນຂະນະເກີດເຫດ ບໍ່ໄດ້ຢູ່ພາຍໃນລົດຄັນດັ່ງກ່າວ ໄດ້ອອກຄຳສັ່ງ ປະກາດພາວະສຸກເສີນ ເປັນເວລາ 30 ວັນໃນທົ່ວປະເທດແລ້ວ.

 

ບົດຄວາມຫຼ້າສຸດ

ລັດຖະບານ ໄດ້ສຸມໃສ່ຍົກລະດັບຄຸນນະພາບການຮຽນ-ການສອນ.

ທ່ານ ສອນໄຊ ສີພັນດອນ ໄດ້ສະເຫນີລາຍງານໃຫ້ຮູ້ວ່າ: ໃນໄລຍະຜ່ານມາ ລັດຖະບານ ໄດ້ສຸມໃສ່ຍົກລະດັບຄຸນນະພາບການຮຽນ-ການສອນ ດ້ວຍວິທີການຕ່າງໆ ເປັນຕົ້ນແມ່ນ ໄດ້ປັບປຸງລະບົບສາຍສຶກສາສາມັນ ຈາກ 5+4+3 ເປັນ 6+3+3...

ສົ່ງ-ມອບຜູ້ຖືກຫາສະແກມເມີ 174 ຄົນໃຫ້ເຈົ້າໜ້າທີ່ຕຳຫຼວດຈີນ.

ກັນຄວາມສະຫງົບ ສປປ ລາວ ສົມທົບກັບ ຄະນະສູນຮ່ວມມືວຽກງານຕຳຫຼວດ ລາວ-ຈີນ ໄດ້ດຳເນີນການນຳສົ່ງຜູ້ຖືກຫາສັນຊາດຈີນ ຈຳນວນ 174 ຄົນ ຍິງ 4 ຄົນ ໃຫ້ເຈົ້າໜ້າທີ່ຕຳຫຼວດ...

ຫ້າມຂາຍລາຕ່ຳ ຫຼື ສູງເກີນກຳນົດ ອັດຕະປື ແຈ້ງການຫ້າມຊື້-ຂາຍ (ໝູເປັນໜ້າຟາມ) ໃນລາຄາທີ່ຕໍ່າກວ່າ ຫຼື ສູງກວ່າ ໂຄງປະກອບລາຄາຕົ້ນທຶນ.

ກອງປະຊຸມຜູ້ເຂົ້າຮ່ວມໄດ້ຮັບຟັງການ ເຜີຍແຜ່ ແຈ້ງການສະບັບເລກທີ 0786/ຫກ ເລື່ອງ: ຫ້າມຊື້-ຂາຍ ໝູຊີ້ນ (ໝູເປັນໜ້າຟາມ) ຕໍ່າກວ່າ-ສູງກວ່າ ຕົ້ນທຶນການລ້ຽງ ໂດຍເນື້ອໃນໄດ້ລະບຸໄວ້ວ່າ: ເພື່ອເປັນການຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍເນື້ອໃນ ມາດຕາ...

ລົດລົ້ມເປີດໂປງທຸກຄະດີ ພົບທັງປືນ ການມົ້ວສຸມນ້ຳທ່ອມ ຂາຍຢາ ແລະ ເຄີຍກໍ່ຄະດີປຸ້ນຄຳ ທີ່ແກ້ງກອກ ແຂວງສະຫວັນນະເຂດ.

ຈາກນັ້ນ ປກສ ເມືອງ ອຸທຸມພອນ ຈຶ່ງໄດ້ແຕ່ງຕັ້ງ ເຈົ້າໜ້າທີ່ວິຊາສະເພາະ ລົງກວດກາ, ສອບສວນ, ເກັບກຳຂໍ້ມູນ ສະຖານທີ່ເກີດເຫດຕົວຈິງ: ຜູ້ທີ່ຂັບຂີ່ລົດຈັກຍີຫໍ້ຮອນດ້າ, ລຸ້ນ FORZA 350,...