Homeຂ່າວຕ່າງປະເທດຜູ້ນຳກຳປູເຈຍ ສະເໜີນາຍົກຣັດເຊຍ ລົບລ້າງໜີ້ 1,5 ຕື້ໂດລາສະຫະລັດ ທີ່ຢືມໃນຊຸມປີ 1980!

ຜູ້ນຳກຳປູເຈຍ ສະເໜີນາຍົກຣັດເຊຍ ລົບລ້າງໜີ້ 1,5 ຕື້ໂດລາສະຫະລັດ ທີ່ຢືມໃນຊຸມປີ 1980!

Published on

cambodian_prime_minister_hunsen 400

ຂປລ. ຕາມ​ຂ່າວ ​ຕ່າງປະ​ເທດ, ວັນ​ທີ 24 ພະຈິກ 2015, ທ່ານ ຮຸນ​ແຊ​ນ ນາຍົກ ລັດຖະ ມົນຕີ ກຳປູ​ເຈຍ ​ໄດ້​ສະ​ເໜີ ກັບ ຄູ່​ຮ່ວມ​ ຕຳ​ແໜ່​ງ ຣັດ​ເຊຍ ມີ​ດຕຣີ ​ເມດ​ເວ​ເດັບ ທ່ີ​ພວມ​ຢ້ຽມຢາມ ​ກຳປູ​ເຈຍ​ ​ເປັນ​ເວລາ 3 ວັນ ກ່ຽວກັບ ການລ​ົບລ້າງ​ໜີ້ 1,5 ຕື້​ໂດ​ລາ ສະຫະລັດ ທ່ີ​ປະ​ເທດ​ນີ້ ກູ້​ຢືມ ຣັດ​ເຊຍ ​ໃນ​ຊຸມ​ປີ 1980 ຜ່ານ​ມາ. ພາຍຫລັງ​ ສອງ​ຝ່າຍ ​ພົບປະ​ເຈລະຈາ, ທ່ານ ມີ​ດຕຣີ ​ເມດ​ເວ​ເດັບ ​ໄດ້​ຕົກລົງ​ ບົນ​ຫລັກການ ​ຂອງການ​ລົບລ້າງ​ ​ໃນຍອດ ຈຳນວນ​ໜີ້ 70% ດັ່ງກ່າວ ​ແຕ່​ລາຍ​ ລະອຽດ ສອງ​ຝ່າຍ ຈະ​ປຶກ ສາ​ຫາ ລື​ກັນ ​​ເພີ່ມຕື່ມ​ອີກ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...