Homeຂ່າວພາຍ​ໃນອາລິອັນສ໌ປະກັນໄພລາວ ຂະຫຍາຍເຄື່ອຂ່າຍທຸລະກິດ

ອາລິອັນສ໌ປະກັນໄພລາວ ຂະຫຍາຍເຄື່ອຂ່າຍທຸລະກິດ

Published on

20131220141547

ບໍລິສັດ ອາ​ລິ​ອັນສ໌​ປະກັນ​ໄພ​ລາວ (AGL) ໄດ້​ເຊັນ​ສັນຍາ​ຮ່ວມ​ທຸລະ​ກິດ​ກັບ​ທະນາຄານ​ຮ່ວມ​ພັດທະນາ ເພື່ອ​ພັດທະນາ​ການ​ບໍລິການ ຂາຍ​ປະກັນ​ໄພ​ຜ່ານ​ທະນາຄານ ແບບ​ເຕັມ​ຮູບ​ແບບ ໂດຍ​ຄູ່​ຮ່ວມ​ທຸລະ​ກິດ​ທັງ​ສອງ ໄດ້​ເຫັນ​ໂອກາດ​ທາງ​ທຸລະ​ກິດ​ຂອງ​ການ​ປະກັນ​ໄພ ທີ່​ນັບ​ມື້​ມີ​ການ​ຂະຫຍາຍຕົວ ຕາມ​ບາດກ້າວ​ຂະຫຍາຍຕົວ​ຂອງ​ເສດຖະກິດ ແລະ ເລັ່ງ​ເຫັນ​ຄວາມ​ສຳຄັນ ໃນ​ການ​ປະກັນ​ໄພ​ຂອງ​ບັນດາ​ຜູ້​ຊົມໃຊ້​ນັບ​ມື້​ນັບ​ເພີ່ມ​ຂຶ້ນ ດັ່ງນັ້ນ ທັງ​ສອງ​ຈຶ່ງ​ໄດ້​ເຊັນ​ສັນຍາ​ຮ່ວມ​ມື​ທາງ​ທຸລະ​ກິດ ໂດຍ​ທາງ​ທະນາຄານ​ດັ່ງກ່າວ​ເປັນ​ຜູ້ນຳ​ສະເໜີ​ຂາຍ​ປະກັນ​ໄພ​ຂອງ​ປະກັນ​ໄພ​ລາວ ແກ່​ລູກ​ຄ້າ​ທະນາຄານ ຢູ່​ສຳນັກງານ​ໃຫຍ່​ຂອງ​ທະນາຄານ​ສາຂາ ແລະ ປ່ອງ​ບໍລິການ​ຕ່າງໆ.

ຜະລິດ​ຕະ​ພັນ​ທີ່​ເປັນ​ຈຸດ​ສຸມ ທາງ​ທະນາຄານ​ຈະ​ນຳ​ສະເໜີ​ປະກອບ​ມີ ປະກັນ​ໄພ​ທີ່ຢູ່​ອາໄສ ປະກັນ​ໄພ​ທຸລະ​ກິດ​ຂະໜາດ​ນ້ອຍ ທີ່​ໃຫ້ການ​ຄຸ້ມ​ຄອງ​ຄວາມ​ເສຍ​ຫາຍ ທີ່​ອາດ​ຈະ​ເກີດ​ຈາກ​ອັກຄີ​ໄພ ປະກັນ​ສຸຂະພາບ ປະກັນ​ອຸປະຕິເຫດ​ແຮງ​ງານ ປະກັນ​ອຸປະຕິເຫດ​ທາງ​ດ້ານ​ຮ່າງກາຍ ປະກັນ​ໄພ​ການ​ເດີນທາງ ແລະ ປະກັນ​ໄພ​ອີກ​ຫຼາຍ​ປະເພດ ສຳລັບ​ໂຮງ​ຈັກ​ໂຮງງານ ຫົວໜ່ວຍ​ທຸລະ​ກິດ ແລະ ໂຄງການ​ກໍ່ສ້າງ​ຕ່າງໆ ເພື່ອ​ນຳ​ສະເໜີ​ແກ່​ລູກ​ຄ້າ​ສິນ​ເຊື່ອ​ທີ່​ມີ​ເຮືອນ ແລະ ອາຄານ ເປັນ​ຫຼັກ​ຊັບ​ຄ້ຳປະກັນ ປະກັນ​ໄພ​ລົດ ສຳລັບ​ລູກ​ຄ້າ​ສິນ​ເຊື່ອ​ເພື່ອ​ຊື້​ລົດ ເປັນຕົ້ນ ໂດຍ​ທັງ​ສອງ​ຝ່າຍ​ມີ​ແຜນ​ຮ່ວມ​ກັນ ພັດທະນາ​ດ້ານ​ການ​ຜະລິດ​ຕະ​ພັນ​ປະກັນ​ໄພ ແລະ ການ​ດຳເນີນ​ງານ ເພື່ອ​ຕອບ​ສະໜອງ​ຄວາມ​ສະດວກ​ສະບາຍ​ໃຫ້​ແກ່​ລູກ​ຄ້າ​ຂອງ​ທະນາຄານ​ຮ່ວມ​ ພັດທະນາ ແລະ ບໍລິສັດ ອາ​ລິ​ອັນສ໌​ປະກັນ​ໄພ​ລາວ ສາມາດ​ເຂົ້າ​ມາ​ຊື້​ໄດ້​ທີ່​ທະນາຄານ​ຮ່ວມ​ພັດທະນາ​ທີ່​ສຳນັກງານ​ໃຫຍ່ ແລະ ໜ່ວຍ​ບໍລິການ​ທົ່ວ​ປະເທດ.

ການ​ເຊັນ​ສັນຍາ​ຮ່ວມ​ທຸລະ​ກິດ​ດັ່ງກ່າວ ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 20 ທັນວາ 2013 ທີ່​ສຳນັກງານ​ໃຫຍ່ ທະນາຄານ​ຮ່ວມ​ພັດທະນາ ລະຫວ່າງ​ທ່ານ ກິ ອາໂປ​ວີ ຜູ້ອຳນວຍການ​ບໍລິສັດ ອາ​ລິ​ອັນສ໌​ປະກັນ​ໄພ​ລາວ ແລະ ທ່ານ ທອງ​ຈະເລີນ ເຄນ​ມີ່ງ​ມົງ​ຄົນ ຜູ້ອຳນວຍການ​ໃຫຍ່​ທະນາຄານ​ຮ່ວມ​ພັດທະນາ ໂດຍ​ມີ​ທ່ານ ​ດຣ. ວິວັດ ກິດ​ຕິ​ພົງ​ໂກສົນ ປະທານ​ສະພາ​ທີ່​ປຶກສາ​ຂອງ​ທະນາຄານ​ຮ່ວມ​ພັດທະນາ ແລະ ທ່ານ ໄພ​ຍະ​ເອກ ທຳ​ມະ​ນາມ ຫົວໜ້າ​ພະແນກການ​ຕະຫຼາດ ແລະ ການ​ຄ້າ ບໍລິສັດ ອາ​ລິ​ອັນສ໌​ປະກັນ​ໄພ​ລາວ ພ້ອມ​ດ້ວຍ​ພະນັກງານ​ຂອງ​ທັງ​ສອງ​ຝ່າຍ ເຂົ້າ​ຮ່ວມ.

ທີ່ມາ http://www.vientianemai.net/teen/khao/1/10837

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...