Homeຂ່າວການພັດທະນາປະຊາຊົນຈະໄດ້ຫຍັງ ຈາກໂຄງການລົດໄຟລາວ-ຈີນ?

ປະຊາຊົນຈະໄດ້ຫຍັງ ຈາກໂຄງການລົດໄຟລາວ-ຈີນ?

Published on

train

ໃນໄລຍະທີ່ຜ່ານມາຂ້າພະເຈົ້າໄດ້ມີໂອກາດ ໄປເລາະອ່ານເບິ່ງ COMMENT ໃນ Facebook ຂອງເພຈຫຼາຍບ່ອນທີ່ລົງຂ່າວ ກ່ຽວກັບການລົງນາມເລີ່ມສ້າງ ທາງລົດໄຟລາວ-ຈີນທີ່ໄດ້ເຊັນສັນຍາ ເລີ່ມໂຄງການສ້າງໃນວັນທີ 13 ພະຈິກ 2015 ທີ່ຜ່ານມາ. ຄວາມຄິດເຫັນສ່ວນຫຼາຍແມ່ນໄປໃນທາງລົບ ແລະ ຫຼາຍໆຄົນຕັ້ງຄໍາຖາມຂຶ້ນມາວ່າ ມັນມີປະໂຫຍດຫຍັງທາງລົດໄຟນີ້? ແລ້ວເປັນຫຍັງບໍ່ເອົາເງິນໄປເຮັດຫົນທາງ ໃຫ້ດີຄົບກ່ອນແລ້ວຈຶ່ງມາເຮັດທາງລົດໄຟ ?.

ຈາກສອງຂໍ້ທີ່ຄົນສ່ວນໃຫຍ່ຕິ ແລະ ຕັ້ງຄຳຖາມຂຶ້ນມານັ້ນເຮັດໃຫ້ເຫັນວ່າ ຄົນຈຳນວນຫລາຍຍັງເບິ່ງບໍ່ເຫັນ ເຖິງຄວາມສຳຄັນຂອງຂອງການຄົມ ມະນາຄົມຂົນສົ່ງ. ທາງລົດໄຟແມ່ນມີປະໂຫຍດຫລາຍຢ່າງ ໃຫ້ແກ່ປະເທດເຮົາ ເນື່ອງຈາກປະເທດລາວເຮົາ ເປັນປະເທດທີ່ບໍ່ມີທະເລ ແລະ ບໍ່ໄດ້ຢູ່ຕິດກັບມະຫາສະໝຸດໃດເລີຍ ເຊິ່ງສັບພາສາສາກົນເຂົາຈະຮ້ອງ ປະເທດເຫລົ່ານີ້ວ່າ Landlocked Country.  ສະນັ້ນການທີ່ເປັນ Landlock Country ເຮັດໃຫ້ການຄ້າສາກົນມີຄວາມລຳບາກ ບໍ່ວ່າຈະເປັນການນຳເຂົ້າ ແລະ ສົ່ງອອກ. ຄວາມລຳບາກນີ້ເຮັດໃຫ້ເປັນການເພີ່ມຍອດ ໃນການນຳເຂົ້າ ແລະ ສົ່ງອອກ ເຊິ່ງເປັນຜົນກະທົບຕໍ່ຜູ້ບໍລິໂພກພາຍໃນ ໂດຍສະເພາະແມ່ນພວກເຮົາເອງເປັນຕົ້ນ. ສຳລັບການສົ່ງອອກນັ້ນ ເຮັດໃຫ້ຕົ້ນທຶນເພີ່ມຂຶ້ນ ເຊິ່ງອາດຈະເຮັດໃຫ້ການສົ່ງອອກ ຂອງບ້ານເຮົາໄດ້ກຳໄລໜ້ອຍລົງ ເນື່ອງຈາກບໍ່ສາມາດຮ້ອງຂໍຂຶ້ນຄ່າໄດ້ອີກ ເພາະຄົນຊື້ຈາກພາຍນອກສາມາດເລືອກ ປ່ຽນໄປຊື້ຈາກປະເທດອ້ອມຂ້າງໄດ້.  ສະນັ້ນແລ້ວ ທາງລົດໄຟນີ້ຈະຊ່ວຍ ສົ່ງເສີມເສດຖະກິດບ້ານເຮົາໃຫ້ດີຂຶ້ນ ແລະ ເຮັດໃຫ້ການສົ່ງອອກເພີ່ມຂຶ້ນ ເນື່ອງຈາກຄ່າການຂົນສົ່ງຈະຖືກລົງ ແລະ ໄວຂຶ້ນ. ນອກຈາກນັ້ນແລ້ວ ສິ່ງທີ່ເຮົາຈະໄດ້ແຖມເຂົ້າມາ ກໍຄືການເດີນທາງໄກທີ່ສະດວກວ່ອງໄວ ແລະ ລາຄາຖືກລົງອີກດ້ວຍ.

ຄຳຖາມທີສອງ ເປັນຫຍັງບໍ່ສ້າງທາງລົດ ໃຫ້ດີໝົດກ່ອນ ແລ້ວຈຶ່ງໄປສ້າງທາງລົດໄຟ?, ຄຳຖາມນີ້ຫຼາຍຄົນອາດຈະຍັງບໍ່ເຂົ້າໃຈ ເຖິງການນຳໃຊ້ເງິນຂອງລັດ. ລັດມີໜ້າທີ່ນຳໃຊ້ເງິນ ໃຫ້ເປັນປະໂຫຍດທີ່ສຸດ ແລະ ໄດ້ຮັບຜົນປະໂຫຍດອັນສູງສຸດ ມາໃຫ້ແກ່ປະເທດຊາດ ເຊິ່ງກໍ່ໄດ້ແກ່ ໂຄງສ້າງການພັດທະນາເສດຖະກິດນີ້ເອງ. ການສ້າງທາງລົດໄຟ ແລະ ທາງລົດແມ່ນມີຄວາມແຕກຕ່າງກັນ ການສ້າງທາງລົດແມ່ນສ່ວນໃຫຍ່ ຕອບສະໜອງການຄົມມະນາຄົມ ຂົນສົ່ງພາຍໃນ ແລະ ການເຊື່ອມຕໍ່ ລະຫວ່າຂົງເຂດ ເຊິ່ງການພັດທະນາຫົນທາງ ບ້ານເຮົາແມ່ນຍັງມີຄວາມຊັກຊ້າ ອັນເນື່ອງມາຈາກງົບປະມານຂອງລັດ ມີບໍ່ພຽງພໍ ແລະ ບໍ່ສາມາດກູ້ຢືມໄດ້ ເນື່ອງຈາກຖະໜົນບາງເສັ້ນນັ້ນ ບໍ່ໄດ້ຕອບສະໜອງຄືນຄ່າເງິນທີ່ລົງທຶນໄປ ກັບຄືນມາ ເຊິ່ງເຮັດໃຫ້ເຈົ້າໜີ້ບໍ່ຢາກອະນຸມັດ ໃຫ້ທາງການລາວກູ້ຢືມ. ສະນັ້ນ ຫົນທາງເສັ້ນໃດ ມີຄວາມສຳຄັນໜ້ອຍ ກໍ່ຈະໄດ້ຮັບການພັດທະນາຊ້າ ຍົກເວັ້ນໃນກໍລະນີມີການແລກປ່ຽນ ກັບໂຄງການ ຫຼື ສຳປະທານໃດນຶ່ງ. ນອກຈາກສິ່ງເຫລົ່ານັ້ນແລ້ວ ລັດກໍຕ້ອງໄດ້ນຳໃຊ້ງົບປະມານພາຍໃນ ເຊິ່ງເປັນສາເຫດໃຫ້ມີຄວາມຫລ້າຊ້າ ເນື່ອງຈາກເງິນບໍ່ມີ. ລຳພັງເງິນພາສີແມ່ນຍັງເກັບໄດ້ໜ້ອຍ ເມື່ອທຽບກັບຕ່າງປະເທດ ທີ່ເຂົາເຈົ້າຈະເລີນແມ່ນເຂົາເຈົ້າມີ ປະຊາກອນຫຼາຍ ແລະ ເຮັດໃຫ້ເງິນພາສີ ໝຸນວຽນເພີ່ມເຂົ້າມາ. ນອກນັ້ນແລ້ວ ປະເທດພັດທະນາຈຳນວນນີ້ແມ່ນເກັບພາສີຈາກທຸກຢ່າງ ທີ່ແມ່ນການໃຊ້ຈ່າຍເງິນ ເຊິ່ງເອີ້ນວ່າ VAT ຫລື Tax. ຫຼາຍຄົນອາດຈະເຄີຍໄປຫຼາຍໆ ປະເທດ ທີ່ເວລາເຮົາຊື້ກະເປົາ, ເກີບ, ເຄື່ອງດື່ມ  ແລະທຸກໆຢ່າງມັນຈະມີ  VAT ເປັນມູນຄ່າເພີ່ມນອກຈາກລາຄາສິນຄ້າ. ເງິນຈຳນວນນີ້ແຫລະທີ່ໄຫລເຂົ້າໄປໃຫ້ລັດ ເພື່ອນຳມາບໍລິຫານປະເທດ ຖ້າມີແບບນີ້ກັບບ້ານເຮົາ ຫຼາຍຄົນກໍ່ຈະຮັບບໍ່ໄດ້ ແຕ່ອະນາຄົດເຊື່ອວ່າຈະມີແນ່ນອນ. ແລ້ວມັນກ່ຽວຫຍັງກັບທາງລົດໄຟ? ທາງລົດໄຟແມ່ນຈະເປັນປະໂຫຍດຫລາຍ ກັບການຄ້າສາກົນ ຫຼື ປະເທດອ້ອມຂ້າງ ສະນັ້ນມັນຈະຊ່ວຍເຮັດໃຫ້ມີລາຍໄດ້ ກັບຄືນມາແນ່ນອນໃນຫຼາຍໆທາງ ເຊິ່ງເງິນຈຳນວນນີ້ສາມາດນຳໄປໃຊ້ໜີ້ ແລະ ນຳມາພັດທະນາ ໃນຫຼາຍໆດ້ານໄດ້ອີກ ເຖິງວ່າຈະເປັນໜີ້ຫຼາຍປີກໍ່ຕາມ.

ສະຫຼຸບກໍຄື ການສ້າງຫົນທາງລົດ ແມ່ນຈະຍັງຖືກສ້າງຕໍ່ໄປຄຽງຄູ່ກັບທາງລົດໄຟ. ສະນັ້ນ, ການເບິ່ງເຖິງຜົນປະໂຫຍດ ຕ້ອງເບິ່ງໃຫ້ກວ້າງ ເພາະເຮົາບໍ່ສາມາດ ເບິ່ງເຖິງສະເພາະບາງກຸ່ມ. ແນ່ນອນການພັດທະນາ ມັນຕ້ອງແລກປ່ຽນກັບການເສຍສະລະ ແລະ ຄວາມເປັນອັນຫນຶ່ງອັນດຽວກັນ. ສຳລັບຜູ້ຂຽນເອງແລ້ວ ດີໃຈທີ່ພັກລັດໄດ້ເອົາໃຈໃສ່ ໃນການພັດທະນາ ແລະ ສ້າງໂຄງສ້າງ ອຳນວຍຄວາມສະດວກໃຫ້ຄົນລາວເຮົາ.

ໂດຍ: ສຸລິໂຍ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...