spot_img
Homeມູມໄອທີລາວເຜີຍຮູບທຳອິດແລະສະເປັກເບື້ອງຕົ້ນຂອງ Galaxy Note Pro 12.2 ນິ້ວ

ເຜີຍຮູບທຳອິດແລະສະເປັກເບື້ອງຕົ້ນຂອງ Galaxy Note Pro 12.2 ນິ້ວ

Published on

<ignore_js_op>

ຫຼັງຈາກທີ່ມີຂ່າວລືມາຢ່າງໜັກກ່ຽວກັບແຜນການເປີດຕະຫຼາດເຄື່ອງແທັບເລັດຫຼ້າຈໍຂະໜາດໃຫຍ່ກາຍ 10 ນິ້ວ ເຊິ່ງຄາດວ່າຈະເປັນໂອກາດຂອງຜູ້ຜະລິດຫຼາຍໆລາຍທີ່ຈະເພີ່ມຊ່ອງທາງການແຂ່ງຂັນໃນໂລກອຸດສາຫະກຳເທັກໂນໂລຢີໃນປີ 2014 ເຊິ່ງບໍລິສັດທີ່ມີຂໍ້ມູນຄວາມເຄື່ອນໄຫວອອກມາຫຼາຍທີ່ສຸດກໍຄື Samsung ແລະ Apple ສອງຍັກໃຫຍ່ຂອງວົງການທີ່ຄາດວ່າຈະເປັນຜູ້ລົງຕະຫຼາດດັ່ງກ່າວກ່ອນໝູ່

ສຳລັບຄວາມຄືບໜ້າຫຼ້າສຸດນັ້ນມີຮູບຫຼຸດຂອງເຄື່ອງແທັບເລັດຈາກ Samsung ທີ່ຄາດກັນວ່າຈະມີໜ້າຈໍ 12.2 ນິ້ວເປັນຈຸດຂາຍສຳຄັນ ເຊິ່ງກ່ອນໜ້ານີ້ກໍມີລາຍງານລະບຸວ່າຈະວາງຈຳໜ່າຍໃນຊື່ຂອງລຸ້ນ Galaxy Note Pro ແລະເຄື່ອງປິດສະໜານີ້ກໍຜ່ານການກວດສອບກັບໜ່ວຍງານຄວບຄຸມການສື່ສານຂອງສະຫະລັດອາເມຣິກາ (FCC) ເປັນທີ່ຮຽບຮ້ອຍແລ້ວອີກນຳ ເຮັດໃຫ້ມີການຄາດການວ່າຈະມີການເປີດຕົວໃນໄວໆນີ້

ສຳລັບຄຸນສົມບັດເບື້ອງຕົ້ນຂອງ Galaxy Note Pro ນັ້ນຖືກກ່າວອ້າງອີງດັ່ງຕໍ່ໄປນີ້

o ໜ້າຈໍຄວາມລະອຽດ 12.2 ນິ້ວ ຄວາມລະອຽດ 1600 x 2560 ພິກເຊວ
o ໜ່ວຍປະມວນຜົນ Qualcomm Snapdragon 800
o ໜ່ວຍຄວາມຈຳ RAM 3GB
o ພື້ນທີ່ຂະໜາດຄວາມບັນຈຸພາຍໃນ 32GB
o ກ້ອງຫຼັງ 8 ລ້ານພິກເຊວ ກ້ອງໜ້າ 2 ລ້ານພິກເຊວ
o ແບັດເຕີລີບັນມີຄວາມບັນຈຸຂະໜາດ 9500 ມິນລີແອັມ
o ເຮັດວຽກດ້ວຍລະບົບປະຕິບັດການ Android 4.3
o ນ້ຳໜັກຕົວເຄື່ອງ 750 ກຣາມ

ທີ່ມາ: www.deklao.com

ບົດຄວາມຫຼ້າສຸດ

ເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ

ເປີດເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ ໃນລະຫວ່າງວັນທີ 15-19 ສິງຫາ 2025 ນີ້, ຄະນະຮັບຜິດຊອບການບັນຈຸຄູອາສາສະໝັກເຂົ້າເປັນກຳລັງປ້ອງກັນຊາດ ນຳໂດຍ ທ່ານ ນາງ ຄຳພັດ ໄຊຍະລິນຄຳ ຮອງຫົວໜ້າກົມສ້າງຄູ...

ກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຂອງສະພາບໍລິຫານທະນາຄານແຫ່ງ ສປປ ລາວ ຄັ້ງທີ III ປະຈຳປີ 2025

ກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຂອງສະພາບໍລິຫານທະນາຄານແຫ່ງ ສປປ ລາວ ຄັ້ງທີ III ປະຈຳປີ 2025 ໃນອາທິດຜ່ານມາ, ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ຈັດກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຄັ້ງທີ...

ເຈົ້າໜ້າທີ່ ກວດພົບ ອຸປະກອນທວນສັນຍານ ຈາກຕ່າງປະເທດ ມາໃຊ້ຢູ່ ນະຄອນຫລວງວຽງຈັນ

ຕັກເຕືອນ-ອົບຮົມ ພ້ອມຍຶດອຸປະກອນທວນສັນຍານ ຈາກຕ່າງປະເທດ ທີ່ລັກລອບມານຳໃຊ້ຢູ່ໃນນະຄອນຫຼວງວຽງຈັນ. ວັນທີ 19 ສິງຫາ 2025 ເພຈຂ່າວກະຊວງເຕັກໂນໂລຊີ ແລະ ການສື່ສານ ລາຍງານວ່າ: ໃນລະຫວ່າງເດືອນ ມິຖຸນາ ຫາ...

ສະຫຼຸບການປະຊຸມທະວີພາຄີຄັ້ງປະຫວັດສາດ ທຣຳ-ປູຕິນ ຄັ້ງທຳອິດໃນຮອບ 10 ປີ

ສະຫຼຸບການປະຊຸມທະວີພາຄີຄັ້ງປະຫວັດສາດ ທຣຳ-ປູຕິນ ຄັ້ງທຳອິດໃນຮອບ 10 ປີໃນແຜ່ນດິນສະຫະລັດ ທີ່ອາລາສກາ ເຊິ່ງການປະຊຸມຄັ້ງນີ້ຍັງບໍ່ມີການບັນລຸຂໍ້ຕົກລົງກັນ ແຕ່ການເຈລະຈາເປັນໄປໄດ້ດ້ວຍດີ ແລະ ມີຄວາມຄືບໜ້າ ເຊິ່ງທ່ານ ໂດນັລ ທຣຳ ກຽມໂທຫາ...